Ad

Ad

25 December 2015

ອົງການກວດສອບພົບລາຍຮັບຫລາຍຮ້ອຍຕື້ກີບຖືກເຊື່ອງອໍາບໍ່ມອບເຂົ້າງົບປະມານລັດ

ທ່ານປະທານອົງການກວດສອບແຫ່ງລັດນາງ ວຽງທອງ ສີພັນດອນ ໄດ້ລາຍງານຜົນການກວດສອບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດໃນສົກປີ 2014-2015 ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ VII ໃນວັນທີ 24 ທັນວານີ້ວ່າ: ການກວດສອບບົດສະຫລຸບຕົວເລກຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດໃນສົກປີ 2013-2014 ຂອງຫົວໜ່ວຍງົບປະມານ, ທະນາຄານ, ໂຄງການ ແລະວິສາຫະກິດໄດ້ຈຳນວນ 116 ຫົວໜ່ວຍ, ໃນນັ້ນດ້ານລາຍຮັບໄດ້ກວດສອບເຫັນເພີ່ມລາຍຮັບສ່ວຍສາອາກອນ, ຊັບສິນຂອງລັດ, ຂາຍໄມ້, ເງິນລະດົມ, ຄັງພັດທະນາແຂວງ, ຫັນຊັບສິນເປັນທຶນ, ຈາກການປ່ອຍເງິນກູ້ ແລະ ອື່ນໆຫລາຍກວ່າ749 ຕື້ກີບຂອງບັນດາກະຊວງ, ແຂວງເກັບໄດ້ແລ້ວແຕ່ບໍ່ມອບເຂົ້າງົບປະມານ ແລະ ໄດ້ນຳໃຊ້ເຂົ້າໃນວຽກງານບໍລິຫານ, ຈ່າຍຊຳລະໜີ້ສິນໂຄງການລົງທຶນ, ຮັກສາໄວ້ໃນຄັງ
ເງິນສົດ, ຝາກໄວ້ນໍາທະນາຄານ ແລະ ໃຫ້ບໍລິສັດຢືມ .ນອກຈາກນີ້ໄດ້ກວດເຫັນເງິນເກີນແຜນທ້ອງຖິ່ນຫລາຍກວ່າ 206 ຕື້ກີບທີ່ສະ ຫລຸບເປັນລາຍຮັບສົກປີ 2012-2013 ແລະ ສົກປີ 2013-2014 ທີ່ກະຊວງການເງິນໄດ້ເອົາມາຈົດເຂົ້າເປັນລາຍຮັບງົບປະມານແຫ່ງລັດອີກດ້ວຍ, ເຊິ່ງເປັນການເອົາຕົວເລກດັ່ງກ່າວເຂົ້າແຜນຊ້ຳຊ້ອນ, ກວດເຫັນຍອດເຫລືອບັນຊີເງິນຝາກອົງການບໍລິຫານວິຊາການຢູ່ຄັງເງິນແຫ່ງຊາດປະຈຳສູນກາງ ແລະ ຄັງເງິນປະຈຳແຂວງຫລາຍກວ່າ 443 ຕື້ກີບ, ກວດເຫັນການຍົກເວັ້ນ, ຫລຸດຜ່ອນພາສີອາກອນປະເພດນ້ຳມັນເຊື້ອໄຟ, ພາຫະນະ ແລະ ຄ່າຊັກພິເສດໄມ້ຂາອອກຫລາຍກວ່າ 2.083 ຕື້ກີບ, ເຊິ່ງຂະແໜງກ່ຽວຂ້ອງບໍ່​ໄດ້ສະຫລຸບບັນຊີແຍກລະອຽດລະຫວ່າງການຍົກເວັ້ນທີ່ຖືກຕ້ອງກັບການຍົກເວັ້ນທີ່ບໍ່ສອດຄ່ອງກັບກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ, ຂະນະດຽວກັນກໍກວດເຫັນການອະນຸມັດໃຫ້ເຊົ່າ ແລະ ສຳປະທານທີ່ດິນລັດທີ່ສູນກາງຄຸ້ມຄອງ ໃນເນື້ອທີ່ 23.870 ເຮັກຕາ, ມີມູນຄ່າເກັບຕາມສັນຍາຫລາຍກວ່າ 251 ພັນໂດລາສະຫະລັດຕໍ່ປີ ແລະ ໄດ້ກວດເຫັນການຫັນຊັບສິນຂອງລັດເປັນທຶນຫລາຍກວ່າ 52 ຕື້ກີບເພື່ອຊຳລະໂຄງການກໍ່ສ້າງຕຶກອາຄານທີ່ມີມູນຄ່າຕາມສັນຍາ 132,50 ຕື້ກີບ, ກວດເຫັນການສັງລວມບັນຊີໜີ້ຄ້າງມອບຈາກຫົວໜ່ວຍວິສາຫະກິດສູນກາງຄຸ້ມຄອງ, ເຊິ່ງສ່ວຍສາອາກອນບໍ່ໄດ້ຕິດຕາມ, ກວດກາຄືນ ແລະ ໄລ່ລຽງໃນການຈັດສັນປະເພດໜີ້ສິນ, ການຂຶ້ນທະບຽນວິສາຫະກິດ, ວິສາຫະກິດທີ່ຍັງສືບຕໍ່ເຄື່ອນໄຫວທຸລະກິດ, ວິສາຫະກິດທີ່ລົ້ມລະລາຍ, ຢຸດເຊົາການເຄື່ອນໄຫວທຸລະກິດຕາມກົດໝາຍວ່າດ້ວຍສ່ວຍສາອາກອນ ແລະ ກວດເຫັນການລະເມີດຕໍ່ກັບລະບຽບກົດໝາຍການຄຸ້ມຄອງເງິນຈາກການຂາຍໄມ້ໂຄຕາ, ໄມ້ແຂວງອະນຸມັດ, ໄມ້ຢຶດ, ໄມ້ຜ່ານໄປປະເທດທີ ແລະ ໄມ້ເຄື່ອນຍ້າຍລະຫວ່າງແຂວງ ແລະ ອື່ນໆ.

No comments:

Post a Comment