Ad

Ad

25 December 2015

ກະຊວງ​ສຶກສາທິການ ​ແລະ​ ກິລາ ຕອບ​ຂໍ້​ຂ້ອງ​ໃຈ​ຂອງ​ສັງຄົມ


   ​ໃນກອງປະຊຸມສະໄໝສາມັນ​​ເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ VII ​ໄດ້ເປີດສາຍດ່ວນ 156 ​ໃຫ້ປະຊາຊົນທົ່ວປະເທດ ທີ່ມີຂໍ້ຊັກຖາມບັນຫາຕ່າງໆທີ່ຂ້ອງຄາໃຈໂທລະສັບເຂົ້າມາເພື່ອໃຫ້ບັນດາກະຊວງ, ອົງການກ່ຽວຂ້ອງໄດ້ອອກມາໃຫ້ຄວາມກະຈ່າງແຈ້ງຕໍ່ປະຊາຊົນ, ​ເຊິ່ງໃນວັນທີ 24 ທັນ ວານີ້, ທ່ານນາງແສງເດືອນ ຫລ້າຈັນທະບູນ ລັດຖະມົນຕີຊ່ວຍວ່າການກະຊວງສຶກສາທິການແລະ ກິລາໄດ້ອອກມາຊີ້ແຈງຕໍ່ຄຳຊັກຖາມຂອງປະຊາຊົນບ້ານຖ້ຳ​​​​ໄຕ້, ​ເມືອງກາສີແຂວງວຽງຈັນ ທີ່ໄດ້ສະເໜີກ່ຽວກັບບັນຫາບ້ານດັ່ງກ່າວຫ່າງໄກຈາກຕົວເມືອງກາສີ 12 ກິໂລແມັດ, ຊຶ່ງ​​ບ້ານດັ່ງກ່າວ ມີ 100 ກວ່າຫລັງຄາເຮືອນ, ປັດຈຸບັນຍັງບໍ່ມີໂຮງຮຽນ​, ນັກຮຽນໄດ້ພາກັນໄປຮຽນໜັງສືຢູ່ສະໂມສອນຂອງບ້ານ, ​ໂດຍຂັ້ນ​ ​ແລະແອ້ມດ້ວຍໄມ້ເຮ້ຍມີຫ້ອງຮຽນ​​ໜຶ່ງຫ້ອງນັບແຕ່ອານຸບານ ຫາ ມັດທະຍົມປີທີໜຶ່ງເຫັນວ່າມີຄວາມຫຍຸ້ງຍາກຫລາຍ. ຕໍ່ບັນຫານີ້ທ່ານລັດຖະມົນຕີຊ່ວຍວ່າການກະຊວງສຶກສາທິການແລະ ກິລາ ຕອບວ່າ: ທາງກະຊວງພວມດຳເນີນການຂໍທຶນປຸກສ້າງໂຮງຮຽນບ້ານດັ່ງກ່າວ, ​ເຊິ່ງມີມູນຄ່າ 800 ລ້ານກີບ, ​ໃນສົກປີ 2015-2016 ພະແນກສຶກສາທິການແລະກິລາແຂວງ ກໍມີງົບປະມານ 100 ລ້ານກີບ ສະນັ້ນໃນປີນີ້ ກໍດຳເນີນການຈັດຊື້ຈັດຈ້າງ ຕາມລະບຽບຫລັກການ, ​ໄດ້ສຳເລັດການປະມູນແລະເຮັດສັນຍາກັບບໍລິສັດທີ່ຊະນະການປະມູນແລ້ວແລະ ​​ໄດ້ເລີ່ມລົງມືກໍ່ສ້າງຕັ້ງແຕ່ວັນທີ 15 ທັນວາ 2015 ​ເປັນຕົ້ນມາ.

      ສ່ວນປະຊາຊົນຢູ່​​ເມືອງອາດສະພອນແຂວງສະຫວັນນະ​​ເຂດໄດ້ສະເໜີກ່ຽວກັບຄູ-ອາຈານໃນປັດຈຸບັນເວລາຍາມຫ້ອງເສັງ ເຫັນວ່າຍັງບໍ່ທັນເຄັ່ງຄັດເທົ່າທີ່ຄວນ. ຕໍ່ບັນຫາດັ່ງກ່າວ ທ່ານລັດຖະມົນຕີຊ່ວຍໄດ້ຊີ້ແຈງວ່າ: ການສອບເສັງຈົບຊັ້ນໃນ​​ແຕ່ລະຂັ້ນຮຽນທາງພະແນກສຶກສາທິການ​ ​ແລະ ກິລາແຂວງໄດ້ມີການຈັດຕັ້ງຄະນະຮັບຜິດຊອບແຕ່ລະ​​ແຂວງລົງຮອດຂັ້ນເມືອງເປັນຜູ້ຕິດຕາມຊີ້ນຳ. ນອກຈາກ​​ຂັ້ນແຂວງ​ ​ແລະເມືອງແລ້ວ ຍັງມີຄະນະຮັບຜິດຊອບຈາກກະຊວງສຶກສາທິການແລະ ກິລາເປັນຜູ້ຊີ້ນຳໃນການສອບເສັງໂດຍກົງ, ​ແຕ່ມີບາງຄັ້ງທີ່ຫ້ອງສອບເສັງບໍ່​​ເຄັ່ງຄັດເທົ່າທີ່ຄວນນັ້ນແຕ່ກໍມີບາງສູນເທົ່ານັ້ນ ​​ເຖິງຢ່າງໃດກໍຕາມ ພວກເຮົາຈະໄດ້ເອົາໃຈໃສ່ຕິດຕາມໃຫ້ເຄັ່ງຄັດແລະ ປັບປຸງໃຫ້ດີຂຶ້ນກວ່າ​​ເກົ່າ. ນອກຈາກນີ້ ຍັງມີພະນັກງານັກຮົບເກົ່າຈາກເມືອງປາກຊັນ, ​ແຂວງບໍລິຄຳໄຊ ສະເໜີກ່ຽວກັບບັນຫາໂຮງຮຽນມັດທະຍົມຕອນປາຍປາກງຽບ, ​ເມືອງປາກຊັນແຂວງບໍລິຄຳໄຊເກັບເງິນນຳຜູ້ປົກຄອງນັກຮຽນເດືອນລະ 10-40 ພັນກີບຕໍ່ຄົນ, ​ໂດຍອ້າງວ່າເກັບຄ່າບຳລຸງຮັກສາຄອມພິວເຕີ, ຄ່າຂີ້ເຫຍື້ອຂອງໂຮງຮຽນ, ຄ່ານ້ຳດື່ມຂອງຄູອາຈານເຫັນວ່າບໍ່ສົມຄວນ ຕໍ່ບັນຫາດັ່ງກ່າວ ທ່ານລັດຖະມົນຕີຊ່ວຍ ກະຊວງສຶກສາ ຕອບວ່າ: ​ໄດ້ປະສານໄປຍັງພາກສ່ວນກ່ຽວຂ້ອງແລະເກັບກຳຂໍ້ມູນມາເຫັນວ່າໂຮງຮຽນ​​ໄດ້ມີແຜນພັດທະນາໂຮງຮຽນຂອງຕົນ, ​ເຊິ່ງໃນກອງປະຊຸມປະຈຳປີໄດ້ມີການປຶກສາຫາລືເປັນເອກກະພາບກັນກ່ຽວກັບການພັດທະນາໂຮງຮຽນແລະ ການເກັບເງິນຮັບໃຊ້ວຽກງານແຕ່ລະວຽກ, ໂດຍມີຜູ້ເຂົ້າຮ່ວມ ຈາກພະແນກສຶກສາທິການ ແລະ ກິລາແຂວງ, ປະທານພັດທະນາການສຶກສາ, ຄະນະພັດທະນາການສຶກສາເຂດບໍລິຫານໃນ 8 ໝູ່ບ້ານ, ຄະນະພັກແຕ່ລະບ້ານໃນເຂດບໍລິຫານ ແລະ ຄະນະອຳນວຍການ ແລະ ຄູອາຈານທັງໝົດ ພາຍໃນໂຮງຮຽນ ໃນການເກັບເງິນແຕ່ລະເດືອນ ໂຮງຮຽນມີໃບບິນໃຫ້ນັກຮຽນເພື່ອແຈ້ງ ໃຫ້ຜູ້ປົກຄອງຊາບໃນການເກັບເງິນເຊັ່ນ: ເກັບຄ່າບູລະນະຄອມພິວເຕີ ເດືອນລະ 15.000 ກີບ/ຄົນ, ເກັບຄ່າອານາໄມຊື້ຖົງຢາງ ແລະ ລົດ ອພບຕ ເມືອງ ເດືອນລະ 2.000 ກີບ/ຄົນ ເພື່ອຊ່ວຍພັດທະນາໂຮງຮຽນ.

No comments:

Post a Comment