Ad

Ad

25 December 2015

ກະຊວງສາທາລະນະ​ສຸກຊີ້​ແຈງຂໍ້ຂ້ອງ​ໃຈຂອງສັງຄົມທີ່​ມີ​ຕໍ່​ຂະ​ແໜງ​ການ​ຕົນ

     ທ່ານ ສົມອົກ ກິ່ງສະດາ ລັດຖະມົນຕີຊ່ວຍວ່າການກະຊວງສາທາລະນະສຸກໄດ້ອອກມາຊີ້ແຈ້ງຂໍ້ຂ້ອງໃຈຂອງສັງຄົມ ທີ່ກ່ຽວພັນກັບຂະແໜງການຕົນຜ່ານສາຍດ່ວນ​ 156 ​ໃນໄລຍະການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ VII ​ເປັນຕົ້ນ ມີປະຊາຊົນບ້ານດົງປ່າລານ, ​ເມືອງສີສັດຕະນາກ ແລະບ້ານແສງສະຫວ່າງເມືອງໄຊເສດຖາ ນະຄອນຫລວງວຽງຈັນສະເໜີກ່ຽວກັບການພິຈາລະນາອະນຸມັດເອກກະສານຂອງກະຊວງສາທາລະນະສຸກເພື່ອດຳເນີນທຸລະກິດຮ້ານຂາຍ​​ຢາ, ຊຶ່ງເຫັນວ່າມີລັກສະນະຊັກຊ້າແລະ ຫຍຸ້ງຍາກຫລາຍຂຶ້ນກວ່າ​​ເກົ່າ. ຕໍ່ບັນຫາດັ່ງກ່າວ ທ່ານລັດຖະມົນຕີຊ່ວຍວ່າການກະຊວງສາທາລະນະສຸກ ຊີ້ແຈງວ່າ: ອາດມີຫລາຍສາເຫດພາໃຫ້ເກີດຄວາ ຊັກຊ້າແກ່ຍາວ​​
ເວລາ​​ເຊັ່ນ: ​ເອກກະສານການຂໍອະນຸຍາດບໍ່ຄົບຖ້ວນ, ບໍ່ສົມບູນ ຈຳຕ້ອງໃຫ້ຜູ້ປະກອບການນຳໄປປະກອບຄືນໃໝ່, ການອອກໃບອະນຸຍາດນຳເຂົ້າຢາແລະ ຜະລິດຕະພັນການແພດ ຕ້ອງໄດ້ພິມລາຍລະອຽດສິນຄ້ານຳເຂົ້າຄືນໃໝ່ໝົດແລະ ບັນຫາທີ່ສຳຄັນແມ່ນຈຳນວນພະນັກງານທີ່ຮັບຜິດຊອບວຽກງານດັ່ງກ່າວ ມີຈຳນວນຈຳກັດແຕ່ລະປີ ກົມອາຫານແລະ ຢາແມ່ນໄດ້ບັນຈຸພະນັກງານເພີ່ມພຽງແຕ່ 1-2 ຄົນ, ບາງປີແມ່ນບໍ່ໄດ້ຈັກຄົນ​, ນອກຈາກນັ້ນ ມີພະນັກງານເຂົ້າບຳນານຫລື ​​ໄປຍົກລະດັບຍາວນານ ຈຶ່ງເຮັດໃຫ້ວຽກງານດັ່ງກ່າວ ຊັກຊ້າ, ບໍ່ທ່ວງທັນກັບຄວາມຕ້ອງການຂອງຜູ້ປະກອບການ, ສ່ວນກໍລະນີ້ປະຊາຊົນບ້ານຂົວຫລວງເມືອງຈັນທະບູລີ ນະຄອນຫລວງວຽງຈັນທີ່ສະເໜີວ່າ: ​ຢູ່ໂຮງໝໍມະ​​ໂຫສົດຂາຍປຶ້ມຕິດຕາມຄົນເຈັບຫົວລະ 30.000 ກີບເຫັນວ່າມີລາຄາສູງຫລາຍ. ຕໍ່ບັນຫານີ້ ທ່ານລັດຖະມົນຕີຊ່ວຍ ໄດ້ຊີ້ແຈງວ່າ: ການຂາຍປຶ້ມຕິດຕາມຄົນເຈັບນັ້ນແມ່ນມີລາຄາຫົວລະ 10.000 ກີບແລະ ອີກ 20.000 ກີບແມ່ນເກັບເພີ່ມຄ່າບໍລິການກວດເຂດນອກຫລັງເວລາລັດຖະການ ຕາມລັດຖະບັນຍັດ, ຊຶ່ງ​​ເງິນຈຳນວນດັ່ງກ່າວແມ່ນຈະນຳໄປເປັນຄ່າແຮງງານແພດ, ພະຍາບານວິເຄາະລັງສີແລະ ພະນັງານອື່ນໆ ທີ່ເຮັດວຽກເພີ່ມ ຫລັງໂມງລັດຖະການ, ຊຶ່ງ​​​ໄດ້ມີເອກກະສານຕິດຂັດມາພ້ອມກັບໃບເກັບເງິນ ທັງນີ້ ກໍເພື່ອຕອບສະໜອງຄວາມຕ້ອງການຂອງປະຊາຊົນທີ່ບໍ່ມີເວລາມາກວດໃນໂມງລັດຖະການ. ສຳລັບກໍລະນີຄຳສະເໜີຂອງປະຊາຊົນ​​ບ້ານດົງໂດກເມືອງໄຊທານີ ນະຄອນຫລວງວຽງຈັນ​​ກ່ຽວກັບການບໍລິການຂອງແພດໝໍ ຢູ່ໂຮງໝໍລັດ ຂໍໃຫ້ເອົາໃຈໃສ່ດ້ານການບໍລິການຕໍ່ຄົນເຈັບແລະ ພີ່ນ້ອງຂອງຄົນເຈັບ, ​ໂດຍສະເພາະເລື່ອງມາລະຍາດ, ທ່າທີແລະ ການເວົ້າຈາ. ຕໍ່ບັນຫານີ້ ລັດຖະມົນຕີຊ່ວຍໄດ້ກ່າວວ່າ: ກະຊວງສາທາລະນະສຸກຂອງພວກເຮົາໄດ້ເອົາໃຈໃສ່ບັນຫາດັ່ງກ່າວ​​ເປັນພິເສດ, ພ້ອມທັງລົງຕິດຕາມການບໍລິການຂອງແພດ, ໝໍຢ່າງ​​ໃກ້ຊິດ, ​​ໂດຍເນັ້ນໜັກ​​​ໃຫ້​​​ແພດ, ໝໍ ຄຳນຶງເຖິງຈັນຍາບັນ, ຈັນຍາທຳໃນການບໍລິການສຸຂະພາບໃຫ້ແກ່ປະຊາຊົນ, ຄົນເຈັບ ທີ່ເຂົ້າມາໃຊ້ບໍລິການຢູ່​​ໂຮງໝໍລັດ, ນອກນີ້ໂຮງໝໍແຕ່ລະແຫ່ງ ຍັງໄດ້​​ເຮັດປ້າຍຊື່ແລະເລກປະຈຳຕົວຂອງແພດ, ໝໍແຕ່ລະຄົນຕິດຢູ່, ພ້ອມທັງມີກ່ອງຮັບຄຳຄິເຫັນຂອງປະຊາຊົນ, ຊຶ່ງສາມາດສົ່ງຂ່າວແບບເຈາະຈົງເປັນລາຍບຸກຄົນ​​ໃຫ້ພາກສ່ວນກົມກກອງກ່ຽວຂ້ອງ ຫລື ກະຊວງຮັບຊາບຍິ່ງເປັນການດີ.

      ນອກນີ້ ຍັງມີພະນັກງານຈາກບ້ານນາປູນເມືອງແກ້ວອຸດົມ​ ​ແຂວງວຽງຈັນໄດ້ສະເໜີກ່ຽວກັບແພດທີ່ເປັນພະນັກງານລັດເປັນຫຍັງຈຶ່ງອະນຸຍາດໃຫ້ເປີດຄລີນິກ ສ່ວນຕົວໄດ້ເພາະວ່າມັນເປັນການຂັດຕໍ່ລະບຽບລັດຖະກອນແລະ ກົດລະບຽບພັກ, ຊຶ່ງທ່ານລັດຖະມົນ ຕີຊ່ວຍກະຊວງສາທາລະນະສຸກກໍໄດ້ຕອບວ່າ: ຜູ້ທີ່ມີສິດເປີດຫ້ອງກວດພະຍາດເອກກະຊົນປະເພດ 24 ຊົ່ວໂມງໄດ້ແມ່ນ ອະນຸຍາດໃຫ້ແຕ່ຜູ້ທີ່ມີໃບຢັ້ງຢືນວິຊາຊີບປິ່ນປົວທີ່ເປັນທ່ານໝໍ, ​ແພດຊ່ວຍ, ທັນຕະແພດຊັ້ນສູງ ທີ່ໄດ້ຮັບບຳນານ ຫລື ອອກສ້າງເສດຖະກິດຄອບຄົວ ທີ່ຖືກຕ້ອງ ຕາມລະບຽບຫລັກການ, ສິ່ງສຳຄັນຜູ້ປະກອບການຕ້ອງເຄີຍປະຕິບັດວຽກງານປິ່ນປົວ ຢູ່ສະຖານທີ່ບໍລິການປິ່ນປົວຂອງລັດຢ່າງໜ້ອຍ 7 ປີແລະ ຜູ້ທີ່ມີສິດເປີດຫ້ອງກວດພະຍາດເອກກະຊົນ ປະເພດນອກໂມງລັດຖະການແມ່ນອະນຸຍາດໃຫ້ແຕ່ຜູ້ທີ່ມີໃບຢັ້ງຢືນວິຊາຊີບປິ່ນປົວ ທີ່ເປັນທ່ານໝໍ, ​ແພດຊ່ວຍ, ທັນຕະແພດຊັ້ນສູງ ທີ່ກຳລັງປະຕິບັດງານດ້ານການປິ່ນປົວແລະ ບໍລິການປິ່ນປົວຂອງລັດຢ່າງໜ້ອຍ 7 ປີແລະ ຍັງເປັນພະນັກງານລັດຖະກອນປະຈຳການຢູ່ເທົ່ານັ້ນ.

No comments:

Post a Comment