Ad

Ad

25 December 2015

5 ປີຜ່ານມາສະພາ​ແຫ່ງ​ຊາດ​ຊຸດ​ທີ VII ​ໄດ້​ພິຈາລະນາຮັບຮອງ​ເອົາ​ກົດໝາຍຫລາຍກວ່າ 75 ສະບັບ

ທ່ານຮອງປະທານສະພາແຫ່ງຊາດດຣໄຊສົມພອນ ພົມວິຫານ ໄດ້ໃຫ້ຮູ້ເມື່ອບໍ່ດົນນີ້ວ່າ: ຕະ ຫລອດອາຍຸການປະຕິບັດໜ້າທີ່ຂອງສະພາແຫ່ງຊາດຊຸດທີ VII (2011-2015) ສາມາດຄົ້ນຄ້ວາ, ພິຈາລະນາ​ ​ແລະ ປັບປຸງກົດໝາຍຢ່າງມີຈຸດສຸມສອດຄ່ອງຕາມເປົ້າໝາຍ ແລະ ສາມາດຮັບຮອງເອົາກົດໝາຍໄດ້ທັງໝົດ 75 ສະບັບ,​ ໃນນັ້ນມີກົດໝາຍສ້າງໃໝ່ 30 ສະບັບ, ປັບປຸງ 45 ສະບັບ ແລະ ໃນນີ້ກົດໝາຍໃນຂົງເຂດຍຸຕິທໍາແລະ ການປົກຄອງມີ 16 ສະບັບ,ຂົງເຂດປ້ອງກັນຊາ-ປ້ອງກັນຄວາມ
ສະຫງົບມີ 7 ສະບັບ, ຂົງເຂດເສດຖະກິດມີ 38 ສະບັບແລະຂົງເຂດວັດທະນະທໍາ-ສັງຄົມມີ 13 ສະ
ບັບ. ນອກຈາກນີ້, ຍັງໄດ້ປະກອບສ່ວນເຂົ້າໃນການຄົ້ນຄ້ວານິຕິກໍາອື່ນໆເຊັ່ນ: ນະໂຍບາຍທີ່ດິນແຫ່ງຊາດ, ລັດຖະບັນຍັດ, ສົນທີສັນຍາແລະ ສັນຍາສາກົນດັ່ງນີ້ເປັນຕົ້ນທັງນີ້ກໍເພື່ອປະກອບສ່ວນສ້າງລັດທີ່ປົກຄອງໂດຍລັດຖະທໍາມະນູນ ແລະ ກົດໝາຍໃຫ້ນັບມື້ນັບສູງຂຶ້ນ, ຮັບປະກັນໃຫ້ກົດໝາຍເປັນກົດ ໝາຍທີ່ມາຈາກປະຊາຊົນເພື່ອປະຊາຊົນ ແລະ ຮັບໃຊ້ປະຊາຊົນຢ່າງແທ້ຈິງ.
ທ່ານຮອງປະທານສະພາແຫ່ງຊາດກ່າວວ່າ: ​ໄປຄຽງຄູ່ກັບການສ້າງແລະ ປັບປຸງກົດໝາຍແລ້ວສະພາແຫ່ງຊາດ​​ຍັງໄດ້ປະສານສົມທົບກັບພາກສ່ວນຕ່າງໆໃນການຈັດຕັ້ງເຜີຍແຜ່ລັດຖະທໍາມະ ນູນແລະກົດໝາຍດ້ວຍຫລາຍຮູບການ, ນັບທັງຜ່ານສື່ມວນຊົນ, ການປາຖະກະຖາໃນໂອກາດວັນສໍາຄັນຕ່າງໆ.

No comments:

Post a Comment