Ad

Ad

25 December 2015

ການກໍ່ສ້າງໂຮງ​ກັ່ນ​ນ້ຳມັນຂະໜາດ​ໃຫຍ່​ໃນ​ເຂດ​ພັດທະ​ນາ​ກວມລວມໄຊເສດ​ຖາຄືບໜ້າຫລາຍກວ່າ 30%

ຫົວໜ້າ​ຄະນະ​ບໍລິຫານ​ເຂດ​ພັດທະ​ນາ​ກວມ​ລວມ​ໄຊ​ເຊດ​ຖາ, ນະຄອນຫລວງວຽງຈັນ (​ຂພຊ) ອຸດອນ ແຍງວັນນະວົງ ໃຫ້ຮູ້ວ່າ: ໂຄງການ​ກໍ່ສ້າງ​ໂຮງ​ກັ່ນ​ນ້ຳມັນຂະໜາດ​ໃຫຍ່​ໃນ​ເຂດດັ່ງກ່າວແມ່ນມີຄວາມຄຶບໜ້າຫລາຍກວ່າ 30% ພາຍຫລັງໄດ້ເລີ່ມລົງມືກໍ່ສ້າງມາ​ແຕ່​​ທ້າຍ​ປີ 2014, ໂດຍແມ່ນບໍ ລິສັດອຸດສາຫະກຳ​ຕົ່ງແຢນຢຸນ​ນານຈຳກັດ ​ເປັນ​ຜູ້​ຖື​ຮຸ້ນລາຍ​ໃຫຍ່​ຮ່ວມ​ກັບບໍລິສັດນ້ຳມັນ​ເຊື້ອ​ໄຟ​ລາວ ແລະບໍລິສັດຮ່ວມ​ທຶນ​ລາວ-ຈີນ, ມີມູນຄ່າການລົງທຶນທັງໝົດ179 ລ້ານ​ໂດ​ລາ​ສະຫະລັດຫລືປະມານ 1.432 ຕື້​ກີບ, ສາມາດ​ຜະລິດນ້ຳມັນ​ແອັດ​ຊັງ​ໄດ້ປະມານ 230 ພັນໂຕນ, ນ້ຳ​ກາຊວນ 380 ພັນໂຕນຕໍ່ປີໃຫ້ແກ່ລັດ
ວິສາຫະກິດນໍ້າມັນເຊືອໄຟລາວ ແລະ ແກ໊ສແຫລວ ປະມານ12 ພັນໂຕນ​ຕໍ່​ປີໃຫ້ກັບປະ ເທດໃກ້ຄຽງ. ປັດຈຸບັນພວມເລັ່ງ​ກໍ່ສ້າງ​ຖັງ​ບັນຈຸ​ນ້ຳມັນຂະໜາດຫລາຍກວ່າ 5 ລ້ານລິດໜ່ວຍ​ທີ12 ຈາກ​ທັງ​ໝົດ16 ຖັງ, ຊຶ່ງຄາດ​ວ່າ​ຈະສາເລັດການກໍ່ສ້າງ​ໃນ​ປີ 2017.

No comments:

Post a Comment