Ad

Ad

25 December 2015

ພາກສ່ວນກ່ຽວຂ້ອງຕ້ອງເພີ່ມທະວີການຄວບຄຸມລາຄາສີນຄ້າໃນທ້ອງຕະຫລາດຊ່ວງກຽມ​ສູ່​ປີ​ໃໝ່

ຄືດັ່ງຮູ້ນໍາກັນແລ້ວວ່າຊ່ວງໄລຍະນີ້ແມ່ນກຽມສູ່ບັນຍາກາດຂອງການສະຫລອງສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ 2016, ຊຶ່ງມີຫລາຍສໍານັກງານ, ອົງການ, ບໍລິສັດ, ຫ້າງຮ້ານ ແລະ ຄອບຄົວຕ່າງໆກໍພວມເຄື່ອນໄຫວເອົາກະຕ່າດອກໄມ້, ຂອງຂວັນ, ຂອງທີ່ລະນຶກເຊັ່ນ: ປະຕິທິນປີໃໝ່ 2016 ໄປມອບໃຫ້ ແລະ ອວຍພອນເຊິ່ງກັນ ແລະ ກັນໃນໂອກາດດັ່ງກ່າວ, ແຕ່ບັນຫາທີ່ຫລາຍຄົນເປັນຫວ່ງໃນຊ່ວງໄລຍະນີ້ກໍແມ່ນການສວຍໂອກາດຂຶ້ນລາຄາສິນຄ້າອຸປະໂພກ-ບໍລິໂພກຂອງບັນດາແມ່ຄ້າຊາວຂາຍໃນທ້ອຕະຫລາດ, ຊຶ່ງຜ່ານການລົງຕິດຕາມກວດກາເບິ່ງລາຄາສີນຄ້າປະເພດຊີ້ນປາ, ໝາກໄມ້ ແລະ ພືດພັກຕ່າງໆຢູ່ຕະຫລາດໃຫຍ່ຫລາຍແຫ່ງໃນນະຄອນຫລວງວຽງຈັນເມື່ອບໍ່ດົນນີ້ປະກົດວ່າເລີ່ມມີການເໜັງຕິງເລັກໜ້ອຍ, ສະນັ້ນ ຖ້າພາກສ່ວນ
ກ່ຽວຂ້ອງຖືເບົາການລົງຕິດຕາມກວດ ກາ ແລະ ຄວບຄຸມລາຄາສີນຄ້າແລ້ວ, ກໍຍິ່ງເປັນຊ່ອງຫວ່າງໃຫ້ບັນດາຊາວຄ້າຂາຍທີ່ຫົວໄສວຍໂອ ກາດຂຶ້ນລາຄາສີນຄ້າແນ່ນອນ, ຊຶ່ງຈະສົ່ງຜົນກະທົບໂດຍກົງຕໍ່ຜູ້ທີ່ມີລາຍຮັບຕໍ່າຢ່າງຫລີກລ້ຽງບໍ່ໄດ້.
ແນວໃດກໍຕາມ, ເພື່ອຮັບປະກັນໃຫ້ຜູ້ບໍລິໂພໄດ້ຮັບຄວາມເປັນທຳ, ທາງດ້ານລາຄາ, ປະລິມານແລະຄຸນນະພາແລະ ປະຕິບັດຕາມພາລະບົດບາດຂອງຂະແໜງອຸດສາຫະກຳແລະ ການຄ້າໃນການຄຸ້ມຄອງລາຄາສິນຄ້າ,​ ໂດຍສະເພາະ​​ແມ່ນສິນຄ້າບໍລິໂພເຊັ່ນ: ຊິ້ນ​, ປາແລະ ພືດຜັກຕ່າງໆ, ຫຼີກເວັ້ນການສວຍໂອກາດເຮັດໃຫ້ປະຊາຊົນໄດ້ຮັບຄວາມເປັນທຳ, ຮັບປະກັນໃຫ້ການສະໜອງພຽງພໍກັບຄວາມຕ້ອງການດັ່ງນັ້ນ, ລັດຖະມົນຕີວ່າກນກະຊວງອຸດສາຫະກຳແລະ ການຄ້າຈຶ່ງໄດ້ອອກແຈ້ງການສະບັບ​​ເລກທີ່ 2402/ອຄ.ຄພນ, ລົງວັນທີ 2 ທັນວາ​ 2015 ນີ້ໂດຍນັ້ນໃຫ້ພະແນກອຸດສາຫະກຳແຂວງ, ນະຄອນລວງ​ ​ແລະ ພາກສ່ວນກ່ຽວຂ້ອງເພີ່ມທະວີການປະສານສົມທົບກັນຈັດຕັ້ງປະຕິບັດການຄຸ້ມຄອງລາຄາສິນຄ້າທີ່ມີຜົນກະທົບໄວຕໍ່ການດຳລົງຊີວິດປະຈຳວັນຂອງປະຊາຊົນ, ບົນພື້ນຖານຄວາມເປັນເອກະພາບແລະ ການຮ່ວມມືກັນ,​ ເພື່ອຮັບປະກັນການສະໜອງໃຫ້ພຽງພໍກັບຄວາມຕ້ອງການ, ຫຼີກເວັ້ນການສວຍໂອກາດກັກຕຸນສິນຄ້າ, ຂຶ້ນລາຄາເພື່ອເກງກຳໄລ.​ ພ້ອມທັງຄຸ້ມຄອງລາຄາສິນຄ້າປະເພດຊີ້ນ, ປາແລະ ພືກຜັກຕ່າງໆຢູ່ບັນດາແຂວງແລະ ນະຄອນຫຼວງໃຫ້ໄປຕາມກົນ​​ໄກຕະຫຼາດໃນແຕ່ລະໄລຍະ, ທັງນີ້ໃຫ້ຄິດໄລໂຄງປະກອບລາຄາໃນແຕ່ລະຂອດຢ່າງຈະແຈ້ງ, ສະເພາະສິນຄ້າປະເພດຊິ້ນແມ່ນໃຫ້ເອົາໃຈໃສ່ຄຸ້ມຄອງ​​ຂອດຂາຍຍົກ ​​ແລະ ຂາຍຍ່ອຍ, ສ່ວນປະເທດເພດຜັກແລະ ສະບຽງອາຫານຕ່າງໆແມ່ນໃຫ້ເອົາໃຈໃສ່ຕິດຕາມຂອດເກັບຊື້ຈາກ​​ກະສິກອນ ​​ແລະ ຂອດຂາຍຍ່ອຍຫຼີກເວັ້ນປັດໄຈສວຍໂອກາດ,​ ໃຫ້ພາກສ່ວນກ່ຽວຂ້ອງເປັນເຈົ້າການຕິດຕາມ, ກວດກາ​ ​​ແລະ ຄຸ້ມຄອງ​​ຢ່າງເປັນປະຈຳໃນທ້ອງຕະຫຼາດຫຼັກພາຍໃນທ້ອງຖິ່ນຂອງຕົນ​, ດ້ວຍການແຕ່ງຕັ້ງພະນັກງານໜູນວຽນການລົງໄປສົມທົບກັບຫ້ອງການອຸດສາຫະກຳແລະ ການຄ້າເມືອງ, ຄະນະຄຸ້ມຄອງແລະ ຈັດສັນຕະຫຼາດ, ​ເພື່ອພ້ອມກັນປະຕິບັດຕາມລະບຽບຢ່າງເຂ້ມງວດ, ພ້ອມທັງເປັນເຈົ້າການ​​​ເຜີຍແຜ່ແລະຊີ້ນຳຜູ້ປະກອບການໃຫ້ເຂົ້າໃຈຕໍ່ແນວທາງນະໂຍບາຍແລະ ລະບຽບການທີ່ລັດວາງອອກໃນແຕ່ລະໄລຍະ, ​ໂດຍສະເພາະແມ່ນການຕິດລາຄາສິນຄ້າເປັນເງິນກີບເພື່ອຄວາມສະດວກແລະເປັນການຊຸກຍູ້ໃຫ້ຜູ້ປະກອບການສະໜອງສິນຄ້າປະເພດສະບຽງອາຫານທີ່ຈຳເປັນໃຫ້ພຽງພໍກັບຄວາມຕ້ອງການໃນແຕ່ລະໄລຍະ, ​​ໂດຍສະເພາະແມ່ນ​​ໄລຍະ​​ເທດສະການງານບຸນຕ່າງໆ. ພ້ອມນັ້ນກໍໃຫ້ຂະແໜງອຸດສາຫະກຳແລະ ການຄ້າປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງເພື່ອຄົ້ນຄ້ວາແກ້ໄຂບັນຫາຕ່າງໆກ່ຽວກັບການຄຸ້ມຄອງລາຄາສິນຄ້າທີ່ເກີດຂຶ້ນຢູ່ພາຍໃນແຂວງຂອງຕົນດ້ວຍຄວາມຮັບຜິດຊອບສູງແລ້ວລາຍງານຜົນການຈັດຕັັ້ງປະຕິບັດຂອງຕົນຕໍ່ກະຊວງ​,​ ເພື່ອເປັນຂໍ້ມູນຄົ້ນຄ້ວາແລະ ປັບປຸງລະບຽບການຕ່າງໆ​​ໃຫ້​​ແທດເໝາະກັບການປ່ຽນແປງຂອງສະພາບເສດຖະກິດໃນແຕ່ລະໄລຍະ.

No comments:

Post a Comment