Ad

Ad

25 December 2015

ລາວເລັ່ງສ້າງເຄື່ອງມືປະກັນໄພເງິນຝາກ

      ເພື່ອຮັບປະກັນການປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ຝາກເງິນ ແນໃສ່ສ້າງຄວາມເຊື່ອໝັ້ນໃຫ້ແກ່ສັງຄົມຕໍ່ລະບົບສະ ຖາບັນການເງິນໃນ ສປປ ລາວ, ຍ້ອນຄວາມສໍາຄັນດັ່ງກ່າວ ຄະນະພັກ-ຄະນະຜູ້ວ່າການ ທະນາຄານແຫ່ງ ສປປ ລາວ ( ທຫລ ) ຈຶ່ງໄດ້ເລັ່ງສ້າງເຄື່ອງມືປະກັນໄພເງິນຝາກ, ສະນັ້ນ ໃນວັນທີ 23 ທັນວາ ຜ່ານມາທີ່ສະຖາບັນການທະນາຄານ ກອງທຶນປົກປ້ອງຜູ້ຝາກເງິນ ( ກທປ ) ທຫລ ໄດ້ຈັດຕັ້ງກອງປະຊຸມທາບທາມຄໍາເຫັນເຂົ້າໃສ່ຮ່າງດໍາລັດວ່າດ້ວຍການປົກປ້ອງເງິນຝາກ ໂດຍການໃຫ້ກຽດເປັນປະທານຂອງທ່ານນາງ ວັດທະນາ ດາລາລອຍ ຄະນະປະຈໍາພັກ, ຮອງຜູ້ວ່າການ ທຫລ, ທ່ານນາງ ແສງດາວວີ ວົງຄໍາຊາວ ຜູ້ອໍານວຍການ ກທປ, ຕາງໜ້າຫ້ອງວ່າການລັດຖະບານ, ອົງການ
ປົກປ້ອງກົດໝາຍ, ຕາງໜ້າ 15 ກະຊວງ, 9 ເມືອງຂອງນະຄອນຫຼວງ, ຕາງໜ້າບັນດາທະນາຄານທຸລະກິດ-ສະຖາບັນການເງິນ ແລະ ພາກສ່ວນທີ່ກ່ຽວຂ້ອງຫຼາຍກ່ວາ 100 ຄົນເຂົ້າຮ່ວມ.
          ທ່ານຜູ້ອໍານວຍການ ກທປ, ຫົວໜ້າຄະນະຄົ້ນຄ້ວາສ້າງຮ່າງດໍາລັດວ່າດ້ວຍການປົກປ້ອງເງິນຝາກ ໄດ້ນໍາສະເໜີຄວາມສໍາຄັນ ແລະ ຈໍາເປັນໃນການສ້າງຮ່າງດໍາລັດດັ່ງກ່າວ ເພາະໃນຕະຫຼອດ 15 ປີຜ່ານມາ ໄດ້ດໍາເນີນການເຄື່ອນໄຫວພາຍໃຕ້ກົດລະບຽບພາຍໃນ ເຊິ່ງປະຈຸບັນເຫັນວ່າບໍ່ສອດຄ່ອງກັບນິຕິກໍາທີ່ກ່ຽວຂ້ອງທັງພາຍໃນ ແລະ ຕ່າງປະເທດ, ສະນັ້ນ ເພື່ອເຮັດໃຫ້ວຽກງານປະ ກັນໄພເງິນຝາກ ຫຼື ກທປ ມີຄວາມເຂັ້ມແຂງ ສາມາດຮອງຮັບວິກິດການທີ່ອາດເກີດຂຶ້ນ ໂດຍສະເພາະແມ່ນການຈ່າຍເງິນປົກປ້ອງໃຫ້ຜູ້ຝາກເງິນທີ່ເປັນສະມາຊິກ ແລະ ບັນດາສະມາຊິກ ກທປ ຖືກຄຸ້ມຄອງດ້ວຍກົດໝາຍວ່າດ້ວຍທະນາຄານທຸລະກິດ.
         ຮ່າງດໍາລັດສະບັບນີ້ ປະກອບດວຍ 9 ໝວດ, 44 ມາດຕາ ໂດຍມີນະໂຍບາຍຂອງລັດກ່ຽວກັບການປົກປ້ອງເງິນຝາກ, ຫຼັກ ການພື້ນຖານກ່ຽວກັບການປົກປ້ອງເງິນຝາກ, ການພົວພັນສາກົນ ແລະ ຂອບເຂດການນໍາໃຊ້, ສະເພາະການປົກປ້ອງເງິນຝາກແມ່ນມີເງິນຝາກທີ່ໄດ້ຮັບການປົກປ້ອງ,  ເງິນຝາກທີ່ບໍ່ໄດ້ຮັບການປົກປ້ອງ, ສິດ ແລະ ພັນທະຂອງຜູ້ຝາກເງິນ ແລະ ຄັງປົກປ້ອງເງິນຝາກ, ໃນດ້ານການຈ່າຍເງິນປົກປ້ອງແມ່ນມີວົງປົກປ້ອງ, ເງື່ຶອນໄຂໃນການຮັບເງິນປົກປ້ອງ, ຂັ້ນຕອນໃນການຈ່າຍເງິນປົກປ້ອງ ແລະ ການ ຊໍາລະສະສາງ, ກ່ຽວກັບສະຖາບັນປົກປ້ອງເງິນຝາກ ເຊິ່ງມີສິດ ແລະ ໜ້າທີ່ຂອງສະຖາບັນປົກປ້ອງເງິນຝາກ, ໂຄງປະກອບການຈັດ ຕັ້ງ, ສະພາບໍລິຫານ, ສິດ ແລະ ໜ້າທີ່ ແລະ ອື່ນໆ, ພ້ອມນັ້ນ ຍັງລະບຸເຖິງສິດ ແລະ ພັນທະຂອງສະມາຊິກຂອງສະຖາບັນປົກປ້ອງເງິນຝາກ, ຂໍ້ຫ້າມ, ການຄຸ້ມຄອງ ແລະ ກວດກາ ແລະ ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລ່ວງລະເມີດ ເຊິ່ງຮ່າງດໍາລັດ ນີ້ ໄດ້ກາຍເປັນເຄື່ອງມື, ເປັນບ່ອນອີງໃນການເຄື່ອນໄຫວ ແລະ ມັນໄດ້ກໍານົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບປົກປ້ອງເງິນຝາກ ເພື່ອຮັບປະກັນການປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ຝາກເງິນ ແນໃສ່ສ້າງຄວາມເຊື່ອໝັ້ນໃຫ້ແກ່ສັງຄົມຕໍ່ ສະຖາບັນການເງິນໃນ ສປປ ລາວ.
        ກອງປະຊຸມທາບທາມຄໍາເຫັນເຂົ້າໃສ່ຮ່າງດໍາລັດໃນຄັ້ງນີ້ເປັນຄັ້ງຫຼ້າສຸດ ເຊິ່ງມີຄະນະນໍາ ແລະ ວິຊາການທີ່ມີຄວາມຊ່ຽວຊານ ດ້ານການເງິນ-ເງິນຕາ, ດ້ານກົດໝາຍ ແລະ ນັກຮຽນຮູ້ ປັນຍາຊົນ ໄດ້ມາກັ່ນກ່ອງ, ແນະນໍາ ແລະ ປະກອບຄໍາເຫັນໂດຍກົງທີ່ຫຼາກຫຼາຍ ແລະ ມີຈໍານວນໜຶ່ງໄດ້ຖືກັບບ້ານເພື່ອຕອບໂຈດໃຫ້ແກ່ ກທປ ຫຼັງປີໃໝ່ບໍ່ພໍເທົ່ໃດວັນ ແນໃສ່ເພື່ອໃຫ້ເນື້ອໃນດໍາລັດສະບັບນີ້ອຸດົມສົມບູນ, ຖືກຕ້ອງ ແລະ ສອດຄອງກັບສະພາບການໃໝ່ ໂດຍສະເພາະຍຸກແຫ່ງການເຊື່ອມໂຍງປະຊາຄົມເສດຖະກິດອາຊຽນ ແລະ ທັງເປັນພື້ນຖານໃຫ້ແກ່ການສ້າງກົດໝາຍໃນຂົງເຂດນີ້ໃນອະນາຄົດ.

       ກອງປະຊຸມໃນລັກສະນະນີ້ ໄດ້ດໍາເນີນໄປໃນທົ່ວປະເທດໃນທ້າຍເດືອນນີ້ ນໍາພາໂດຍທ່ານນາງ ແສງດາວວີ ວົງຄໍາຊາວ ຜູ້ອໍານວຍການ ກທປ, ຫົວໜ້າຄະນະຄົ້ນຄ້ວາສ້າງຮ່າງດໍາລັດວ່າດ້ວຍການປົກປ້ອງເງິນຝາກ ເຊິ່ງທໍາອິດໄດ້ນໍາໄປທາບທາມກັບບັນດາຄະນະກົມພາຍໃນ ທຫລ ສໍານັກງານໃຫຍ່, ຈາກນັ້ນ ກໍໄດ້ເດີນສາຍໄປຍັງ ທຫລ ພາກໃຕ້ທີ່ແຂວງຈໍາປາສັກ, ພາກກາງທີ່ແຂວງ ສະ ຫວັນນະເຂດ, ພາກເໜືອທີ່ແຂວງອຸດົມໄຊ ແລະ ພາກເໜືອທີ່ແຂວງຫຼວງພະບາງ ເຊິ່ງມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຄ້າຍດັ່ງກອງປະຊຸມໃນເທື່ອນີ້.                       # ຂ່າວ-ພາບ: ຣັດສະໝີ ດວງສັດຈະ.

No comments:

Post a Comment