Ad

Ad

24 December 2015

ຮອງ​ນາຍົກລັດຖະມົນຕີ ຕ້ອນຮັບ​ການ​ເຂົ້າຢ້ຽມ​ຄຳນັບຂອງ​ຄະນະ​ຜູ້​ແທນ​ຂ່າວສານ​ຫວຽດນາມ

​          ໃນຕອນບ່າຍວັນທີ 23 ທັນວານີ້, ທ່ານ ດຣ. ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳຂົງເຂດວຽກງານວັດທະນະທຳ-ສັງຄົມໄດ້ໃຫ້ກຽດຕ້ອນຮັບຄະນະຜູ້ແທນຂັ້ນສູງຂອງສຳນັກຂ່າວສານຫວຽດນາມ ນຳໂດຍທ່ານ ຫງວຽນດຶກເລີ້ ອຳນວຍການໃຫຍ່ສຳນັກຂ່າວດັ່ງກ່າວໃນໂອກາດມາຢ້ຽມຢາມແລະເຮັດວຽກຢູ່ລາວໃນວັນທີ 23-26 ທັນວານີ້ ຕາມແຜນການຮ່ວມມືລະຫວ່າງສຳນັກຂ່າວສານປະເທດລາວແລະ ຂ່າວສານຫວຽດນາມ ທີ່ເຄີຍແລກປ່ຽນປະຕິບັດມາໃນແຕ່ລະປີ.
​          ໃນການຕ້ອນຮັບດ້ວຍບັນຍາກາດອັນອົບອຸ່ນນັ້ນ, ທ່ານຮອງນາຍົກລັດຖະມົນຕີໄດ້ສະແດງຄວາມຕ້ອນຮັບແລະ ຕີລາຄາສູງຕໍ່ການມາຢ້ຽມຢາມແລະເຮັດວຽກຢູ່ລາວຂອງຄະນະຄັ້ງນີ້ ຈະເປັນການ
ປະກອບສ່ວນສຳຄັນໃນການຮັດແໜ້ນສາຍພົວພັນ, ຮ່ວມມືຊ່ວຍເຫລືອເຊິ່ງກັນແລະ ກັນລະຫວ່າງສອງສຳນັກຂ່າວໃນການເຮັດວຽກໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ, ລະ ບຽບກົດໝາຍຂອງລັດແລະ ຂໍ້ມູນຂ່າວສານ, ສາລະໜ້າຮູ້ທີ່ເປັນຜົນປະໂຫຍດຕ່າງໆໃຫ້ແກ່ສັງຄົມ, ປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ລັດຖະບານແລະ ປະຊາຊົນສອງຊາດໃຫ້ນັບມື້ແໜ້ນແກ່ນແລະແຕກດອກອອກຜົນງອກງາມຍິ່ງໆຂຶ້ນ.
​          ໃນໂອກາດອັນສຳຄັນນີ້, ທ່ານອຳນວຍການໃຫຍ່ຂ່າວສານປະເທດລາວໄດ້ແຈ້ງໃຫ້ທ່ານຮອງນາຍົກລັດຖະມົນຕີຮັບຊາບຜົນສຳເລັດຕ່າງໆແຫ່ງການພົວພັນຮ່ວມມືຊ່ວຍເຫລືອຂອງສອງສຳນັກ ນັບແຕ່ສະໄໝຕໍ່ສູ້ປົດປ່ອຍຊາດຈົນມາເຖິງປັດຈຸບັນ ຍາມໃດສອງສຳນັກຂ່າວກໍໃຫ້ຄວາມສຳຄັນເປັນພິເສດຕໍ່ການຮ່ວມມືຊ່ວຍເຫລືອເຊິ່ງກັນແລະ ກັນຢ່າງຮອບດ້ານ, ​ເຖິງວ່າຈະມີຄວາມຫຍຸ້ງຍາກໃດໆໂດຍສະເພາະແມ່ນການຊ່ວຍເຫລືອກໍ່ສ້າງພະນັກງານຂ່າວໃຫ້ແກ່ສຳນັກຂ່າວສານປະເທດລາວ ທັງໃນໄລຍະສັ້ນແລະໄລຍະຍາວມີຜົນສຳເລັດຢ່າງໜ້າເພິ່ງພໍໃຈ.
​          ໃນໂອກາດດຽວກັນ, ທ່ານຮອງນາຍົກລັດຖະມົນຕີໄດ້ແນະນຳໃຫ້ສອງຝ່າຍຈົ່ງເພີ່ມທະວີຮັດແໜ້ນສາຍພົວພັນຮ່ວມມືຊ່ວຍເຫລືອເຊິ່ງກັນແລະ ກັນໃຫ້ມີປະສິດທິຜົນຫລາຍຂຶ້ນໂດຍສະເພາະແມ່ນຝ່າຍຫວຽດນາມຈະຕ້ອງໄດ້ອອກແຮງຕື່ມອີກໃນການຊ່ວຍເຫລືອກໍ່ສ້າງພະນັກງານວິຊາການ, ນັກຂ່າວຂອງລາວໃຫ້ມີຄວາມອາດສາມາດເຂັ້ມແຂງກວ່າເກົ່າເພື່ອການເຊື່ອມໂຍງເຂົ້າກັບຂົງເຂດແລະ ສາກົນໄດ້ເທື່ອລະກ້າວ.

​          ໃນຕອນບ່າຍຂອງວັນດຽວກັນ ກໍມີການພົບປະສອງຝ່າຍຂຶ້ນທີ່ສຳນັກງານຂ່າວສານປະເທດລາວ, ຝ່າຍລາວນຳໂດຍທ່ານ ສູນທອນ ຄັນທະວົງ ອຳນວຍການໃຫຍ່ຂ່າວສານປະເທດລາວແລະ ຝ່າຍຫວຽດນາມນຳໂດຍທ່ານ ຫງວຽນດຶກເລີ້ ອຳນວຍການໃຫຍ່ຂ່າວສານຫວຽດນາມເພື່ອທົບທວນຄືນການຈັດຕັ້ງປະຕິບັດແຜນການຮ່ວມມືສອງຝ່າຍໃນໄລຍະຜ່ານມາແລະເຫັນວ່າມີຫລາຍໜ້າວຽກ​​ໄດ້ຮັບຜົນສຳເລັດຢ່າງຈົບງາມໂດຍສະເພາະການແລກປ່ຽນຂໍ້ມູນຂ່າວສານ, ການຊ່ວຍເຫລືອກໍ່ສ້າງພະນັກງານ ນັບທັງນັກຂ່າວແລະ ວຽກເຕັກນິກຂອງສຳນັກງານຂ່າວສານນັບມື້ເຕີບໃຫຍ່ເຂັ້ມແຂງ. ພ້ອມນັ້ນ ສອງສຳນັກໄດ້ຮ່ວມກັນລົງນາມໃນສັນຍາຮ່ວມມືລະຫວ່າງສອງຝ່າຍໄລຍະ 5 ປີ (2015-2020) ​ໂດຍເປັນເອກະພາບເພີ່ມທະວີການຮ່ວມມືຊ່ວຍເຫລືອເຊິ່ງກັນແລະ ກັນໃຫ້ຮອບ ດ້ານແລະ ມີປະສິດທິຜົນກວ່າເກົ່າ, ປະກອບສ່ວນສຳຄັນເຂົ້າໃນການຮັດແໜ້ນສາຍພົວພັນຮ່ວມມືແບບພິເສດລະຫວ່າງສອງປະເທດໃຫ້ຍືນຍົງຄົງຕົວຕະຫລອດກາລະນານ.

No comments:

Post a Comment