Ad

Ad

24 December 2015

ກະຊວງ​ ຖວທ ​ເລັ່ງ​​ແກ້​ໄຂ​ບັນຫາຮ້ານ​ບັນ​ເທີ​ງ ​ແລະ ຮ້ານ​ກິນ​ດື່ມ​ທີ່​ເປີດ​ກາຍ​ໂມງ

     ​ໃນວັນທີ 23 ທັນວາຜ່ານມານີ້, ​ທ່ານ ສຈ. ດຣ ບໍ່ແສງຄຳ ວົງດາລາ ລັດຖະມົນຕີວ່າການກະ ຊວງຖະແຫລງຂ່າວ, ວັດທະນະທຳແລະ ທ່ອງທ່ຽວ (ຖວທ) ​ໄດ້ຂຶ້ນລາຍງານສະພາບການຄຸ້ມຄອງຮ້ານບັນເທິງ​ ​ແລະ ຮ້ານກິນດື່ມທີ່ເປີດກາຍກຳນົດເວລາແລະ ບັນຫາຮ້ານສາວບໍລິການທີ່​​ເກີດຂຶ້ນແບບຊະຊາຍ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ 7 ວ່າ: ​ໃນໄລຍະຜ່ານມາ, ກະຊວງ ຖວທແລະ ພາກສ່ວນກ່ຽວຂ້ອງໄດ້ເອົາໃຈໃສ່ຢ່າງຕັ້ງໜ້າຕໍ່ການຄຸ້ມຄອງບັນດາຫົວໜ່ວຍທຸລະກິດການທ່ອງທ່ຽວປະເພດໂຮງແຮມ, ​ເຮືອນພັກ, ຮ້ານອາຫານ-ກິນດື່ມແລະ ສະຖານທີ່ບັນເທີດ້ວຍລະບຽບຫລັກການແລະ ນິຕິກຳຕ່າງໆ​​ເຊັ່ນ: ກົດໝາຍວ່າດ້ວຍການທ່ອງທ່ຽວ, ດຳ ລັດວ່າດ້ວຍສິລະປະການສະແດງ, ຂໍ້ກຳນົດວ່າດ້ວຍການຄຸ້ມຄອງສະຖານທີ່ບັນເທີແລະ ຄາຣາໂອເກະແລະ ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງພັດທະນາ, ​ໂຮງແຮມ, ​ເຮືອນພັກ, ​ຮ້ານອາຫານ, ຮ້ານກິນດື່ມ
ແລະ ສະຖານທີ່ບັນເທີ, ຊຶ່ງມາຮອດປັດຈຸບັນ​ ​ເຫັນວ່າການແບ່ງຄວາມຮັບຜິດຊອບ, ພາລະບົດບາດ, ສິດແລະ ໜ້າທີ່ຢ່າງຂາດຕົວຈະແຈ້ງພໍສົມຄວນ. ​ແຕ່ກໍປະຕິເສດບໍ່ໄດ້ວ່າ: ​ໃນໄລຍະຜ່ານມາ ທຸລະກິດການບໍລິການດັ່ງກ່າວຈຳນວນໜຶ່ງໄດ້ກາຍເປັນບ່ອນມົ້ວສຸມຂອງໄວລຸ້ນຍິງ​-ຊາຍ, ​ເປັນບ່ອນຫລີ້ນກິນຟູມເຟືອຍ, ສົ່ງສຽງເນືອງນັນ, ຄ້າໂສເພນີ, ​ເສບຢາເສບຕິດ,​ ສ້າງເປັນກຸ່ມແກ້ງຂີ່ລົດແຂ່ງກັນນຳຖະໜົນຫົນທາງ, ກໍຄວາມວຸ້ນວາຍອາລະວາດຕີກັນ, ມີບາງຄັ້ງກໍໃຊ້ມີດ, ງ້າວແລະ ອາວຸດປືນຕໍ່ສູ້ກັນ ຈົນເຮັດໃຫ້ມີຜູ້ໄດ້ຮັບບາດເຈັບແລະເສຍຊີວິດຕາມມາ. ຕໍ່ກັບສະພາບການດັ່ງກ່າວ ກົມຄຸ້ມຄອງການທ່ອງທ່ຽວໄດ້ປະສານກັບພະແນກ ຖວທແຂວງ, ນະຄອນຫລວງໃນທົ່ວປະເທດ ລົງເຜີຍ​​​ແຜ່ກົດໝາຍການທ່ອງທ່ຽວ, ມາດຕະຖານຮ້ານອາຫານສະອາດ-ປອດໄພແລະ ນິຕິກໍາຕ່າງໆໃຫ້ແກ່ພະນັກງານ ຖວທ ຂັ້ນຕ່າງໆຢູ່ທ້ອງຖິ່ນ, ສູນກາງແລະ ຜູ້ປະກອບການ​​ໄດ້ຮັບຮູ້ແລະເຂົ້າໃຈເຖິງຄວາມສຳຄັນຂອງການຄຸ້ມຄອງ-ກວດກາແລະ ການເຄື່ອນໄຫວທຸລະກິດບໍລິການຂອງຕົນຫລາຍຂຶ້ນ, ພາຍຫລັງມີການລົງ​​ເຜີຍແຜ່ກົດໝາຍຕ່າງ ຜູ້ປະກອບການທຸລະກິດການບັນເທີ ສ່ວນຫລາຍໄດ້ມີສະຕິຕື່ນຕົວທາງດ້ານການເມືອງ,​ ສະຕິເປັນເຈົ້າຂອງປະເທດຊາດ, ປະຕິບັດພັນທະພົນລະເມືອງໄດ້ເປັນຢ່າງດີ, ປະກອບສ່ວນເສຍພັນທະອາກອນໃຫ້ແກ່ລັດຢ່າງຫລວງຫລາຍ, ຊ່ວເຫລືອສັງຄົມດ້ວຍຄວາມຈິງໃຈ, ມີຄວາມເສຍສະຫລະທຸ້ມເທເງິນຄຳຢ່າງມະຫາສານເຂົ້າໃນການກໍ່ສ້າງ, ສ້ອມແປງ, ປັບປຸງສະຖານທີ່ບັນເທີ, ຮ້ານອາຫານ, ກິນດື່ມໃຫ້ຖືກຕ້ອງຕາມກົດໝາຍ, ດຳເນີນການເຄື່ອນໄຫວທຸລະກິດການບັນເທີໃນຮູບແບບຕ່າງບົນພື້ນຖານການຊີ້ນຳ-ນຳພາ, ຕາມຂອບເຂດທີ່ໄດ້ຮັບອະນຸຍາດແນໃສ່ການບໍລິການສັງຄົມ ພ້ອມທັງເປັນຕົວແທນໃນການ​​ເຜີຍແຜ່ສິລະປະວັນນະຄະດີ, ວັດທະນະທຳຮີດຄອງປະເພນີລາວ, ​ໂຄສະນາການທ່ອງທ່ຽວແລະ ສ້າງຄວາມເບີກບານມ່ວນຊື່ນໃຫ້ຜູ້ທີ່ເຂົ້າມາຊົມໃຊ້ບໍລິການແກ່​​ແຂກຄົນທັງພາຍໃນແລະ ຕ່າງປະເທດໄດ້​​ເປັນຢ່າງດີ, ສ່ວນບັນຫາມີຮ້ານສາວບໍລິການທາງເພດ​​ເກີດຂຶ້ນຢ່າງແຜ່ຫລາຍນັ້ນ, ທ່ານລັດຖະມົນຕີວ່າການກະຊວງ ຖວທກ່າວວ່າ: ​ມີຜູ້ປະກອບການທຸລະກິດຈຳນວນໜຶ່ງ ສວຍໃຊ້ສາວບໍລິການເພື່ອດຶງດູດລູກຄ້າເຂົ້າມາໃຊ້ບໍລິການ​ ​ເພື່ອຫວັງຜົນກຳໄລທາງດ້ານການຄ້າພຽງຢ່າງດຽວ, ​ແຕ່ບໍ່ໄດ້ຄຳນຶງເຖິງວັດທະນະທຳ, ຮີດຄອງປະເພນີແລະ ລະບຽບກົດໝາຍບ້ານເມືອງ​​ ​ແລະ ການປະຕິບັດ​ 5 ຂໍ້ຫ້າມໃນສະຖານທີ່ການບັນເທີແມ່ນຍັງບໍ່ທັນເຮັດໄດ້ດີເທົ່າທີ່ຄວນໂດຍສະເພາະແມ່ນການປະຕິບັດໂມເວລາໃຫ້ບໍລິການແລະ ການສົ່ງສຽງລົບກວນສັງຄົມອ້ອມຂ້າງ ​​ເຮັດໃຫ້ປະຊາຊົນແລະ ສັງຄົມທີ່ພົບເຫັນຕຳນິວິຈານ​​ເປັນຈຳນວນຫລາຍ, ຊຶ່ງເປັນສາເຫດເຮັດໃຫ້ເກີດປະກົດການຫຍໍ້ທໍ້ໃນສັງຄົມ. ຕໍ່ກັບສະພາບການດັ່ງກ່າວ ຄະນະພັກ, ອຳນາດການປົກຄອງຂັ້ນສູງກາງແລະ ທ້ອງຖິ່ນ ຕະຫລອດຮອດເຈົ້າໜ້າທີ່ກ່ຽວຂ້ອງທຸກພາກສ່ວນໃນທົ່ວປະເທດໄດ້ປະສານສົມທົບກັນເປັນຢ່າງດີເພື່ອເອົາໃຈໃສ່​​ຄຸ້ມຄອງທຸລະກິດການບັນເທີໃຫ້ເຄື່ອນໄຫວບໍລິການຖືກຕ້ອງຕາມກົດໝາຍແລະ ລະບຽບການທີ່ກຳນົດໄວ້, ມອບໃຫ້ພະແນ ຖວທແຂວງ, ນະຄອນຫລວງແລະ ຫ້ອງການ ຖວທເມືອງເປັນຜູ້ອະນຸຍາດການດຳເນີນທຸລະກິດ, ຕິດຕາມ, ກວດກາແລະ ຄຸ້ມຄອງການເຄື່ອນໄຫວທຸລະກິດຮ້ານອາຫານ, ສວນອາຫານ, ຮ້ານກິນດື່ມສະຖານທີ່ບັນເທີແລະ ບັນຫາສາວບໍລິການຕ່າງໆໃຫ້ຖືກຕ້ອງຕາມກົດໝາຍວາງອອກຢ່າງເຂັ້ມງວດ, ບາງຄັ້ງກໍມີຜູ້ປະກອບການຈຳນວນໜຶ່ງຝ່າຝືນ ຈຳຕ້ອງໄດ້ມີການສຶກສາອົບຮົມ, ຕັກ​​ເຕືອນ, ​ເຮັດບົດບັນທຶກ, ປັບ​​ໃໝ, ຖອນໃບອະນຸຍາດແລະ ສັ່ງປິດຊົ່ວຄາວຕາມກໍລະນີໜັກ-​ເບົາ, ຖ້າຮ້າຍແຮງແມ່ນ​​ໄດ້ມີການນຳສົ່ງໄປຕາມຂະບວນການຍຸຕິທຳແລະ ອື່ນໆນຳອີກ.

     ​​ໃນຕໍ່ໜ້ານີ້ ກະຊວງ ຖວທແລະ ພາກສ່ວນກ່ຽວຂ້ອງ ຈະສືບຕໍ່ປັບປຸງແລະ ສ້າງບັນດານິຕິກຳເພື່ອເປັນບ່ອນອີງໃນການຄຸ້ມຄອງກວດກາ, ຕິດຕາມໃຫ້ຮັດກຸມ​ ​ແລະ ມີປະສິດຕິຜົນດີຂຶ້ນກວ່າເກົ່າ, ​ເພີ່ມທະວີການຕິດຕາມ, ກວດກາເຄື່ອນໄວຂອງຫົວໜ່ວຍທຸລະກິດຮ້ານອາຫານ, ຮ້ານກິນດື່ມແລະ ສະຖານທີ່ບັນເທີງທຸກປະເພດຢ່າງເຂັ້ມງວດກວ່າເກົ່າເພື່ອ​​ແກ້ໄຂບັນຫາໃຫ້ຖືກຕ້ອງ​ ​ແລະ ທ່ວງທັນເວລາ, ພ້ອມນີ້ ຍັງຮຽກຮ້ອງໃຫ້ຜູ້ປະກອບການປະກອບເອກະສານໃຫ້ຄົບຖ້ວນເພື່ອດຳເນີນທຸລະກິດຂອງຕົນຢ່າງຖືກຕ້ອງຕາມກົດໝາຍ, ປະຕິບັດເວລາ​​​ປິດການບໍລິການຄື: ບໍ່ໃຫ້ກາຍ 24:30 ​ໂມງເພື່ອຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ຖ້າຫາກມີການຝ່າຝືນ ຈະໄດ້ສັ່ງປິດ ຫລື ຖອນໃບອະນຸຍາດຕາມລະບຽບການຢ່າງເຂັ້ມງວດກວ່າເກົ່າ.

No comments:

Post a Comment