Ad

Ad

24 December 2015

5 ປີຕໍ່ໜ້າຕ້ອງຮັບປະກັນໃຫ້ເສດຖະກິດເຕີບໃຫຍ່ສະເລ່ຍ 7,5% ຕໍ່ປີ

ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ VIII (2016-2020) ຂອງລັດຖະບານໄດ້ຕັ້ງເປົ້າໄວ້ແມ່ນຕ້ອງສ້າງໂຄງປະກອບເສດຖະກິດກະສິກໍາ-ປ່າໄມ້ຕິດພັນກັບອຸດສະຫະກໍາປຸງແຕ່ງແລະການບໍລິການ, ໂດຍຖືເອົາຂະແໜງກະສິກໍາເປັນພື້ນຖານຄໍ້າປະກັນສະບຽງອາຫານໃຫ້ໜັກແໜ້ນ, ຂະນະດຽວກັນກໍຖືເອົາການປົກປັກຮັກສາ ແລະ ພັດທະນາປ່າໄມ້ເປັນສໍາຄັນ ແລະ ເອົາຂະແໜງອຸດສະຫະກໍາ ແລະ ບໍລິການເປັນຂະແໜງຕົ້ນຕໍໃນການຊຸກຍູ້ການເຕີບໃຫຍ່ຂອງເສດຖະ ກິດ, ສ້າງວຽກເຮັດງານທໍາ ແລະ ຍົກສູງລາຍໄດ້ຂອງປະຊາຊົນ.


ແຜນຄາດໝາຍດັ່ງກ່າວໄດ້ມີການເປີດເຜີຍໂດຍທ່ານລັດຖະມົນຕີວ່າການກະຊວງແຜນການ ແລະ ການລົງທຶນ ສົມດີ ດວງດີ ເມື່ອບໍ່ດົນມານີ້, ເຊິ່ງຊີ້ໃຫ້ເຫັນວ່າ: ໃນ 5 ປີຕໍ່ໜ້ານີ້, ຕ້ອງສູ້ຊົນໃຫ້ບັນລຸຄາດໝາຍດ້ານເສດຖະກິດຂະຫຍາຍຕົວສະເລ່ຍ 7,5% ຕໍ່ປີ, ໃນນັ້ນກະສິກໍາ-ປ່າໄມ້ເພີ່ມຂຶ້ນສະເລ່ຍ 3,2% ກວມ 19%, ຂົງເຂດອຸດສະຫະກໍາເພີ່ມຂຶ້ນ 9,3% ກວມ 32% ແລະ ຂົງເຂດບໍ ລິການເພີ່ມຂຶ້ນ 8,9% ກວມ 41% ຂອງລວມຍອດຜະລິດຕະພັນພາຍໃນ(GDP), ຄາດຄະເນຈະມີພົນລະເມືອງປະມານ 7,3 ລ້ານຄົນໃນປີ 2020 ແລະ ລາຍຮັບສະເລ່ຍ 3.100 ໂດລາສະຫະລັດ
ຕໍ່ຄົນຕໍ່ປີ. ສ່ວນອັດຕາເງິນເຟີໃຫ້ຢູ່ໃນລະດັບບໍ່ເກີນ 6% ຂະນະດຽວກັນກໍສູ້ຊົນໃຫ້ມູນຄ່າການສົ່ງອອກຂະຫຍາຍຕົວແຕ່ລະປີບໍ່ຫລຸດ 15% ແລະ ມູນຄ້າການຄ້າຂາອອກ-ຂາເຂົ້າໃຫ້ບັນລຸຫລາຍກວ່າ 70% ຂອງ GPD.
ທ່ານລັດຖະມົນຕີແຜນການ ແລະ ການລົງທຶນກ່າວວ່າ: ຈຸດໝາຍລວມຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ VIII ແມ່ນ ຮັບປະກັນສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມຢ່າງໜັກແໜ້ນ, ພັດທະນາປະເທດໃຫ້ຫລຸດພົ້ນອອກຈາກຄວາມດ້ອຍພັດທະນາໃນປີ 2020 ໂດຍຊຸກຍູ້ການຂະຫຍາຍຕົວຂອງເສດຖະກິດຢ່າງຕໍ່ເນື່ອງ, ສົມດຸນມີຄຸນະພາບຕາມທິດການພັດທະນາທີ່ຍືນຍົງ ແລະ ສີຂຽວ, ມີການຄຸ້ມຄອງ ແລະ ນໍາໃຊ້ຊັບພະຍາກອນທໍາມະຊາດຢ່າງມີປະສິດທິຜົນສູງ, ສ້າງໃຫ້ໄດ້ການຫັນປ່ຽນຮູບແບບການພັດທະນາຕາມທິດເສີມຂະຫຍາຍທ່າແຮງບົ່ມຊ້ອນ ແລະ ຂໍ້ໄດ້ປຽບຂອງປະເທດ, ເຂົ້າຮ່ວມໃນການເຊື່ອມໂຍງກັບພາກພື້ນ ແລະ ສາກົນຢ່າງເປັນເຈົ້າການ.

No comments:

Post a Comment