Ad

Ad

24 December 2015

ການປັບ​ຫລຸດອັດຕາ​ດອກ​ເບ້ຍ​ພື້ນຖານຂອງ​ທະນາຄານ​ທຸລະ​ກິດໄດ້​ຮັບ​ຜົນ​ດີ​ເປັນລຳ​ດັບ

     ​ໃນຕອນບ່າຍວັນທີ 23 ທັນວານີ້, ທ່ານຜູ້ວ່າການທະນາຄານ​ ​ແຫ່ງ ສປປ ລາວ ສົມພາວໄຟສິດໄດ້ຂຶ້ນຜ່ານບົດລາຍງານການຈັດຕັ້ງປະຕິບັດການປັບຫລຸດອັດຕາດອກເບ້ຍທະນາຄານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ VII ວ່າ: ນັບແຕ່ປິ 1995 ​ເປັນຕົ້ນມາ, ທະນາ ຄານແຫ່ງ ສປປ ລາວໄດ້ຍົກເລີກການກຳນົດ​​ເພດານອັດຕາດອກເບ້ຍແລະ ອະນຸຍາດໃຫ້ທະນາຄານທຸລະກິດ ກໍານົດອັດຕາດອກເບ້ຍເງິນຝາກແລະເງິນກູ້ຂອງຕົນຕາມກົນໄກຕະຫລາດແຕ່ເຫັນວ່າ ບັນດາທະນາຄານທຸລະກິດໄດ້ກຳນົດອັດຕາດອກເບ້ຍດັ່ງກ່າວນັ້ນ ບໍ່​​ໄປຕາມກົນໄກຕະຫລາດທີ່ແທ້ຈິງເທົ່າທີ່ຄວນ. ຊຶ່ງສະແດງອອກໃນຊຸມປີຜ່ານມາຫລາຍ ທະນາຄານທຸລະກິດ ຍັງກຳນົດອັດຕາດອກເບ້ຍເງິນຝາກແລະເງິນກູ້ຂອງຕົນສູງຢູ່ ຊຶ່ງບໍ່ສອດຄ່ອງກັບນະໂຍບາຍຂອງລັດຖະບານຕາມທິດສົ່ງເສີມ, ດັ່ງນັ້ນເພື່ອປະຕິບັດຕາມກົນໄກຕະຫລາດທີ່ມີການຄຸ້ມຄອງຂອງລັດໃຫ້ສອດຄ່ອງກັບສະພາບການໃນໄລຍະ​​ໃໝ່ຂອງປະເທດເຮົາໃນການກະຕຸ້ນ
ເສດຖະກິດໃຫ້ຂະຫຍາຍຕົວ ທັງຮັບປະກັນໃຫ້ໄດ້ຮັບຜົນປະໂຫຍດທັງຜູ້ຝາກແລະ ຜູ້ກູ້ຢືມ, ທະນາຄານແຫ່ງ ສປປ ລາວ ຈຶ່ງໄດ້ຄົ້ນຄວ້າການກຳນົດອັດຕາດອກເບ້ຍຂອງທະນາຄານທຸລະກິດ ນັບແຕ່ປີ 2013 ​ເປັນຕົ້ນມາ, ​ໂດຍໄດ້​​ເກັບກຳເອົາຂໍ້ມູນສະຖິຕິ, ສົມທຽບທາງທິດສະດີແລະ ພຶດຕິກຳຕົວຈິງເພື່ອຊອກຫາປັດໃຈຕ່າງໆທັງໃນຕົວແລະ ນອກຕົວ ທີ່ເຮັດໃຫ້ດອກເບ້ຍເງິນກູ້ສະກຸນເງິນກີບສູງແລະເພື່ອເປັນແນວທາງໃຫ້ທະນາຄານທຸລະກິດກຳນົດອັດຕາດອກເບ້ຍຂອງຕົນໄປຕາມກົນໄກຕະຫລາດທີ່ແທ້ຈິງ. ຜ່ານການຄົ້ນຄວ້າຊອກຫາສາເຫດຢ່າງສົມເຫດສົມຜົນ ທະນາຄານແຫ່ງ ສປປ ລາວ ກໍໄດ້ນຳສະເໜີຜ່ານກອງປະຊຸມກັບບັນດາທະນາຄານທຸລະກິດ, ສະມາຄົມທະນາຄານທຸລະກິດເພື່ອປະກອບຄຳເຫັນຕໍ່ຜົນການຄົ້ນຄວ້າດັ່ງກ່າວ, ຈຶ່ງເຮັດໃຫ້ບົດຄົ້ນຄວ້ານັ້ນໄດ້ຖືກຮັບຮອງຢູ່ກອງປະຊຸມສະພາບໍລິຫານທະນາຄານແຫ່ງ ສປປ ລາວ ສະໄໝສາມັນ ຄັ້ງທີ 1 ປະຈຳປີ 2015 ຄັ້ງວັນທີ 16 ກໍລະກົດ 2015, ດັ່ງນັ້ນເລີ່ແຕ່ເດືອນ ສິງຫາ 2015 ​ທະນາຄານແຫ່ງ ສປປ ລາວໄດ້ນຳໃຊ້ກົນໄກກຳນົດອັດຕາດອກເບ້ຍ​​ເຊັ່ນ: ປັບຫລຸດອັດຕາດອກເບ້ຍພື້ນຖານຂອງທະນາຄານແຫ່ງ ສປປ ລາວ ຈາກ 5% ມາເປັນ 4,5%, ຄຸ້ມຄອງການກຳນົດອັດຕາດອກເບ້ຍເງິນຝາກເປັນອັດຕາບວກ ດ້ວຍການຖືເອົາອັດຕາເງິນເຟີ້ສະເລ່ຍຂອງປີຜ່ານມາ +2% ​ແລະ ປະຕິບັດ ກອບສ່ວນຕ່າງໆ ລະຫວ່າງອັດຕາດອກເບ້ຍເງິນຝາກແລະເງິນກູ້ສະເລ່ຍຖ່ວງນ້ຳໜັກຂອງທະນາຄານທຸລະກິດບໍ່ເກີນ 4%. ຈາກການປະຕິບັດມາດຕະຖານດັ່ງກ່າວ ​​ເຖິງວ່າຈະເປັນ​​ໄລຍະສັ້ນແຕ່ກໍເຫັນວ່າອັດຕາດອກເບ້ຍເງິນຝາກແລະເງິນກູ້ຂອງທະນາຄານທຸລະກິດຫລຸດລົງຢ່າງຊັດເຈນເປັນຕົ້ນ ອັດຕາດອກເບ້ຍເງິນຝາກ ສະກຸນເງິນກີບຫລຸດລົງຈາກ 10%ຕໍ່ປີໃນທ້າຍປີ 2014 ມາເປັນ 7,7% ຕໍ່ປີໃນເດືອນພະຈິກ 2015, ອັດຕາດອກເບ້ຍເງິນກູ້ສະກຸນເງິນກີບໄລຍະສັ້ນ ຫລຸດລົງຈາກ 12,7% ຕໍ່ປີເປັນ 10,5% ຕໍ່ປີໄລຍະຍາວຫລຸດລົງຈາກ 13,3%ຕໍ່ປີ ມາເປັນ 11,8%ຕໍ່ປີ, ​ໃນນັ້ນ ກຸ່ມທະນາຄານທຸລະກິດລັດຢູ່ໃນລະດັບຕ່ຳກວ່າໝູ່ ສະເລ່ຍ 11%, ອັດຕາດອກເບ້ຍເງິນກູ້ສະກຸນເງິນຕາຕ່າງປະເທດ ກໍຫລຸດລົງ: ​ເງິນກູ້ໄລຍະສັ້ນ ຫລຸດລົງຈາກ 9,6%ຕໍ່ປີ ມາເປັນ 8%ຕໍ່ປີແລະໄລຍະຍາວຫລຸດລົງຈາກ 10,5%ຕໍ່ປີມາເປັນ 9,7%ຕໍ່ປີ, ສ່ວນເງິນຝາກແມ່ນຢູ່​​ໃນລະດັບເກົ່າ ສະເລ່ຍ 5%ຕໍ່ປີ, ການລະດົມທຶນຂອງທະນາຄານທຸລະກິດຍັງປົກກະຕິ, ​ເພີ່ມຂຶ້ນສະເລ່ຍ 1,5%ຕໍ່ເດືອນ, ຂະນະດຽວກັນ ສັງຄົມຍັງມີຄວາມເຊື່ອມໝັ້ນຕໍ່ເງິນກີບ, ​ເຊິ່ງສະແດງອອກເງິນຝາກເປັນເງິນກີບກວມເອົາ 51% ຂອງເງິນຝາກທັງໝົດ, ສິນເຊື່ອຂອງທະນາຄານທຸລະກິດເພີ່ມຂຶ້ນສະເລ່ຍ 4,1%ຕໍ່ເດືອນ, ​ໃນນັ້ນ ຈັງຫວະການເພີ່ມຂຶ້ນຂອງສິນເຊື່ອສະກຸນເງິນກີບໄວກວ່າແຕ່ກ່ອນ ສະເລ່ຍ 1,6%ຕໍ່ເດືອນ ການປະກອບສ່ວນຂອງສິນເຊື່ອມ ກໍຍັງຖືກຕ້ອງຕາມທ່າແຮງຂອງເສດຖະກິດ, ​ໂດຍລວມແລ້ວເຫັນວ່າອັດຕາດອກເບ້ຍເງິນຝາກແລະເງິນກູ້ຫລຸດລົງໂດຍສະເພາະເງິນກີບ, ການລະດົມທຶນຂອງລະບົບທະນາຄານຍັງມີທ່າອ່ຽງເພີ່ມຂຶ້ນ. ນອກຈາກນີ້ ທະນາຄານແຫ່ງ ສປປ ລາວ ຈະສືບຕໍ່ຕິດຕາມການຈັດຕັ້ງປະຕິບັດນະໂຍບາຍອັດຕາດອກເບ້ຍຂອງທະນາຄານທຸລະກິດຢ່າງໃກ້ຊິດແລະ ດັດປັບບາງບັນດາມາດຕະການໃຫ້ແທດເໝາະກັບສະພາບຕົວຈິງແລະ ມີນະໂຍບາຍທີ່ສອດຄ່ອງເພື່ອກ້າວໄປສູ່ອັດຕາດອກເບ້ຍຖືກກຳນົດຕາມກົນໄກຕະຫລາດແລະ ມີການຄຸ້ມຄອງທີ່ເໝາະສົມອີກດ້ວຍ.

No comments:

Post a Comment