Ad

Ad

24 December 2015

ໜັງສືພີມພາສາຕ່າງປະເທດລາວ ແລະ ກຸ່ມສື່ມວນຊົນແຂວງຢຸນນານສປຈີນຮ່ວມມືແລກປ່ຽນຂໍ້ມູນ ຂ່າວສານນໍາກັນ.

ພິທີລົງນາມການຮ່ວມມືລະຫວ່າງໜັງສືພິມພາສາຕ່າງປະເທດລາວ ແລະ ກຸ່ມສື່ມວນຊົນຢຸນນານ ສປ ຈີນ, ໄດ້ຈັດຂຶ້ນໃນວັນທີ 23 ທັນວານີ້ທີ່ໂຮງແຮມດອນຈັນພາເລດ, ນະຄອນຫລວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານລັດຖະມົນຕີຊ່ວຍວ່າການກະຊວງຖະແຫລ່ງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ສະຫວັນຄອນ ຣາຊມຸນຕຣີ, ທ່ານເອກອັກຄະລັດຖະທູດແຫ່ງ ສປ ຈີນ ປະຈໍາລາວ ກວນຮົວປິງ, ທ່ານຮອງປະທານຄະນະກໍາມາທິການຮ່ວມມືລາວ-ຈີນ ວິຈິດສີນ ດາວົງ, ທ່ານເລຂາທິການສະມາຄົມມິດຕະພາບລາວ-ຈີນ, ທ່ານຮອງບັນນາທິການໃຫຍ່ກຸ່ມສື່ມວນຊົນແຂວງຢຸນນານ, ພ້ອມດ້ວຍຫົວໜ້າບັນນາທິການໜັງສືພິມ, ວິທະຍຸ, ໂທລະພາບ ແລະ ສື່ມວນຊົນລາວແລະ ຈີນເຂົ້າຮ່ວມເປັນຈໍານວນຫລາຍ.

ທ່ານຫົວໜ້າບັນນາທິການໃຫຍ່ໜັງສືພິມພາສາຕ່າງປະເທດ ທອງຫລໍ່ ດວງສະຫວັນ ໄດ້ກ່າວມີຄໍາເຫັນຕໍ່ພິທີວ່າ: ການຮ່ວມມືລະຫວ່າງໜັງສືພິມພາສາຕ່າງປະເທດລາວ ແລະ ກຸ່ມສື່ມວນຊົນແຂວງຢຸນນານຄັ້ງນີ້, ໄດ້ຢືນຢັນໃຫ້ເຫັນຄວາມມຸ້ງຫວັງຂອງສອງຝ່າຍໃນການຮັດແໜ້ນການຮ່ວມມືແລກປ່ຽນຂໍ້ມູນຂ່າວສານທີ່ມີປະໂຫຍດເຊິ່ງກັນແລະ ກັນ, ລວມເຖິງການຊ່ວຍເຫລືອພັດທະນາບຸກຄະລະກອນ, ເຕັກນິກດ້ານສື່ມວນຊົນໃຫ້ມີປະສິດທິພາບ, ທັນສະໄໝ, ວ່ອງໄວ ແລະ ກວ້າງຂວາງທົ່ວເຖິງເພື່ອໃຫ້ສາມາດທຽບທັນກັບສື່ມວນຊົນໃນພາກພື້ນ ແລະ ສາກົນແລະໃນຕົ້ນປີ 2016 ນີ້, ສປປ ລາວ, ຈະມີຫລາຍເຫດການສໍາຄັນຂອງຊາດເປັນຕົ້ນ: ກອງປະຊຸມໃຫຍ່ຄັ້ງທີ X ຂອງພັກປະຊາຊົນປະຕິວັດລາວແລະເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນ ແລະ ປະທານອາຊຽນ, ຊຶ່ງນັບວ່າເປັນໂອກາດດີໃຫ້ສໍາຄັນຂອງສື່ມວນຊົນລາວ ແລະ ຈີນໄດ້ນໍາສະເໜີຂ່າວເພື່ອຊ່ວຍໃຫ້ປະຊາຊົນ
ກໍຄືຜູ້ອ່ານໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບ ສປປ ລາວ ຫລາຍຂຶ້ນ, ທັງເປັນການປະກອບສ່ວນເສີມຂະຫຍາຍສາຍພົວພັນທີ່ເປັນມູນເຊື້ອ, ຄູ່ຮ່ວມມືຍຸດທະສາດຮອບດ້ານ, ໝັ້ນຄົງ ແລະ ຍາວນານລະຫວ່າງສອງພັກ-ລັດ ແລະ ປະຊາຊົນສອງຊາດລາວ-ຈີນໃຫ້ນັບມື້ເຂົ້າສູ່ລວງເລີກ.
ທ່ານຫົວໜ້າບັນນາທິການໃຫຍ່ໜັງສືພິມພາສາຕ່າງປະເທດໃຫ້ຮູ້ວ່າ: ໜັງສືພີມພາສາຕ່າງປະເທດ (VIENTIANE TIME) ສ້າງຕັ້ງຂຶ້ນໃນວັນທີ 7 ເມສາ 1994 ໂດຍມີຈຸດປະສົງເພື່ອເປີດປະຕູດ້ານຂໍ້ມູນຂ່າວສານ ແລະ ເສີມສ້າງຄວາມເຂົ້າໃຈລະຫວ່າງ ສປປ ລາວ ແລະ ໂລກໃຫ້ນັບມື້ກວ້າງຂວາງຫລາຍຂຶ້ນ, ໂດຍສະເພາະເປັນເວທີເຜີຍແຜ່ຂໍ້ມູນຂ່າວສານ, ຮີດຄອງປະເພນີ ແລະ ວັດທະນະທໍາທີ່ເປັນເອກກະລັກອັນດີງາມຂອງຊາດ, ລວມເຖິງການໂຄສະນາແຫລ່ງທ່ອງທ່ຽວທາງດ້ານວັດທະນະທໍາ ແລະທໍາມະຊາດອັນສວຍງາມງົດງາມໃຫ້ຕ່າງປະເທດໄດ້ຮັບຮູ້ຢ່າງກວ້າງຂວາງ.

ໃນໂອກາດດັ່ງກ່າວ, ກໍໄດ້ມີການເປີດຄໍລໍ້າໃໝ່ວ່າ: ຈີນ-ຢຸນນານ ໃນໜັງສືພິມພາສາຕ່າງປະເທດອີກດ້ວຍ, ນອກຈາກນີ້, ທ່ານຮອງຫົວໜ້າກຸ່ມສື່ມວນຊົນຢຸນນານ, ກໍໄດ້ມອບເຄື່ອງຄອມພິວເຕີຈໍານວນໜຶ່ງໃຫ້ແກ່ໜັງສືພິມປະຊາຊົນ, ເຊິ່ງຮັບໂດຍທ່ານບັນນາທິການໃຫຍ່ໜັງສືພິມດັ່ງກ່າວ, ພ້ອມທັງມີຄໍາເຫັນວ່າ: ຈະນໍາໃຊ້ເຄື່ອງຊ່ວຍດັ່ງກ່າວເຂົ້າໃນວຽກງານວິຊາສະເພາະໃຫ້ເກີດປະໂຫຍດສູງສຸດກໍຄືການນໍາໃຊ້ເຂົ້າໃນການພັດທະນາເວບໄຊຂອງໜັງສືພິມໃຫ້ມີຮູບໂສມໃໝ່, ມີສີສັນຫລາກຫລາຍ ແລະ ເປັນທີ່ຈັບອົກຈັບໃຈຂອງຜູ້ອ່ານທັງພາຍໃນ ແລະ ຕ່າງປະເທດນັບມື້ຫລາຍຂຶ້ນ.

No comments:

Post a Comment