Ad

Ad

24 December 2015

ກອງ​ປະຊຸມ​ສະຫລຸບວຽກງານ​ກໍ່ສ້າງຮາກຖານການ ເມືອງ ແລະ ພັດທະນາ​ຊົນນະບົດຮອບດ້ານ​ທົ່ວ​ປະ​ເທດຄັ້ງ​ທີ VI

ກອງປະຊຸມສະຫລຸບວຽກງານກໍ່ສ້າງຮາກຖານການເມືອງແລະ ພັດທະນາຊົນນະບົດຮອບດ້ານທົ່ວປະເທດຄັ້ງທີ VI, ໄດ້ຈັດຂຶ້ນໃນວັນທີ 23 ທັນວານີ້ ແລະ ຈະດໍາເນີນໄປເປັນເວລາ 3 ວັນທີ່ນະຄອນຫລວງວຽງຈັນ,​ ໂດຍການເປັນປະທານຂອງທ່ານ ສົມສະນິດ ສຸວັນນະລາດ ລັດຖະ ມົນຕີຊ່ວຍ, ຫົວໜ້າຄະນະພັດທະນາຊົນນະບົດ, ມີບັນດາຫົວໜ້າຫ້ອງການຄະນະພັດທະນາຊົນນະບົດໃນທົ່ວປະເທດ​​ເຂົ້າຮ່ວມ, ເພື່ອທົບທວນຄືນຜົນສຳເລັດໃນການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານແຕ່ປີ 2011-2015 ​ແລະ ກຳນົດທິດທາງແຜນການ 5 ປີ(2016-2020) ເພື່ອເປັນຂີດໝາຍຂອງການບັນລຸ
ເປົ້າໝາຍສະຫັດສະວັດແຫ່ງການພັດທະນາຊົນນະບົດເປັນຕົ້ນ:​ ບັນລຸເປົ້າໝາຍການແກ້ໄຂຄວາມທຸກຍາກແລະໄພອຶດຫິວ, ການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ, ເຊິ່ງພັກ ແລະ ລັດຖະບານ,​ ໄດ້ເອົາໃຈໃສ່ເປັນບຸລິມະສິດ ແລະ ສະແດງອອກຄື: ​​ໃນປີ 2015 ​ສາມາດຫລຸດຈຳນວນເມືອງທຸກຍາກຈາກ 53 ​ເມືອງໃນປີ 2011 ຍັງເຫລືອພຽງ​23 ​ເມືອງ,  ບ້ານທຸກຍາກທົ່ວປະເທດມີ 1.736 ບ້ານ, ໄດ້ຫລຸດລົງ1.439 ບ້ານ, ຄອບຄົວທຸກຍາກມີ 76.604 ຄອບຄົວຫລຸດລົງຈາກປີ 2011 ຈຳນວນ 122.074 ຄອບຄົວ, ບ້ານພັດທະນາເພີ່ມຂຶ້ນ 3.577 ບ້ານກວມເອົາ 42,23% ​ແລະ ຄອບຄົວພັດທະນາເພີ່ມຂຶ້ນ 896.319 ຄອບຄົວກວມ​ 77,11% ​ເພີ່ມຂຶ້ນຈາກປີ 2011 ຈຳນວນ 400.696 ຄອບຄົວ, ນອກ ຈາກນີ້, ກອງປະຊຸມຍັງໄດ້ຮັບຟັງການປະກອບຄຳຄິດຄຳເຫັນຂອງບັນດາຂະແໜງການອ້ອມຂ້າງສູນກາງແລະ ທ້ອງຖິ່ນຈຳນວນໜຶ່ງໃສ່ບົດສະຫລຸບ, ທິດທາງແຜນການແລະ ຄາດໝາຍສູ້ຊົນໃນຕໍ່ໜ້າ.

ທ່ານ ສົມສະນິດ ສຸວັນນະລາດ ກ່າວວ່າ: ຍ້ອນຄວາມເອົາໃຈໃສ່​​ຊີ້ນຳ-ນໍາພາຂອງພັກ-ລັດຖະບານຈຶ່ງເຮັດໃຫ້​​ເຂດຈຸດສຸມ, ເຂດຊົນນະບົດຫ່າງໄກສອກຫລີກມີ​​ໃບໜ້າໃໝ່, ປະຊາຊົນມີຄວາມໜັກແໜ້ນທາງດ້ານການເມືອງແນວຄິດ​, ການຈັດຕັ້ງຂັ້ນພື້ນຖານໄດ້ຮັບການປັບປຸງໃຫ້ມີຄວາມສະຫງົບປອດໄພແລະ ມີຄວາມເປັນລະບຽບຮຽບຮ້ອຍ​, ເສດຖະກິດມີການເຕີບ​​ໃຫຍ່ຂະຫຍາຍຕົວ, ປະຊາຊົນສາມາດເຂົ້າເຖິງການບໍລິການສາທາລະນະສຸກ, ການສຶກສາ, ແລະ ສິ່ງອຳນວຍຄວາມສະດວກອື່ນໆ, ວຽກງານວັດທະນະທຳ-ສັງຄົມ​, ໄດ້ຮັບການປົວແປງເຮັດໃຫ້ຊີວິດການ​​ເປັນຢູ່ຂອງປະຊາຊົນນັບມື້ດີຂຶ້ນເປັນກ້າວໆ.

No comments:

Post a Comment