Ad

Ad

24 December 2015

ການ​ລັກລອບ​​ເຄື່ອນ​ຍ້າຍ​ໄມ້ແບບ​ຜິດ​ກົດໝາຍ​ຍັງ​ປາກົດ​ມີ​​ແຜ່​ຫຼາຍ

ກະຊວງກະສິກຳແລະ ປ່າໄມ້ໃຫ້ຮູ້ວ່າ: ​ໃນ​​ເດືອນພະຈິກ 2015 ຜ່ານມາເຈົ້າໜ້າທີ່ກວດກາປ່າໄມ້ແຂວງບໍລິຄຳໄຊ, ຄຳມ່ວນແລະ ສະຫວັນນະເຂດ ສາມາດຍຶດໄມ້ເຖື່ອນທີ່ມີການລັກລອບເຄື່ອນຍ້າຍແລະ ນຳສົ່ງໄປຂາຍຢູ່ຕ່າງປະເທດ, ມີຈຳນວນ​1.157 ທ່ອນ, ບໍລິມາດ 291 ພັນກວ່າແມັດກ້ອນ, ກັກລົດ​​ແກ່ໄມ້ໄດ້ 8 ຄັນແລະ ຍຶດຈັກຕັດໄມ້ໄດ້ 17 ໜ່ວຍ, ພ້ອມກັນນີ້ເຈົ້າໜ້າທີ່ຍັງໄດ້ດຳເນີນຄະດີຕໍ່ຜູ້ທີ່ລັກລອບບຸກລຸກຊັບພະຍາກອນປ່າໄມ້ຕື່ມອີກ 3 ຄະດີ, ກະຊວງດັ່ງກ່າວໃຫ້ຮູ້ອີກວ່າ: ຕະຫຼອດໄລຍະ​​ຜ່ານມາເຖິງວ່າເຈົ້າໜ້າທີ່ກວດກາປ່າໄມ້ຈະເອົາໃຈໃສ່ຄຸ້ມຄອງປ່າໄມ້​​ດ້ວຍການສະກັດກັ້ນການລັກລອບຕັດໄມ້ທຳລາຍປ່າຢ່າງເຂັ້ມງວດກໍຕາມ,​ ແຕ່ການລັກລອບຕັດໄມ້ທຳລາຍປ່າແລະ ຄ້າຂາຍໄມ້ແບບຜິດກົດໝາຍກໍຍັງປາກົດ
ມີ​​ແຜ່ຫຼາຍຢູ່, ຍ້ອນຄວາມເຫັນແກ່ຕົວຂອງຄົນບໍ່ດີຈຳນວນໜຶ່ງໂດຍອາ​ໄສຊ່ອງຫວ່າງສວຍໂອກາດຕອນເຈົ້າໜ້າທີ່ເຜີຕົວ.
          ກະຊວງກະສິກຳ​ ​ແລະ ປ່າໄມ້ໃຫ້ຮູ້ອີກວ່າ: ​ໃນເດືອນຜ່ານມາເຈົ້າໜ້າທີ່ກົມກວດກາ​​ປ່າໄມ້ໄດ້ລົງ​​ເຜີຍແຜ່ລະບຽບກົດໝາຍປ່າໄມ້ໃຫ້ບ້ານເປົ້າໝາຍ 3 ສ້າງຢູ່ແຂວງບໍລິຄຳ​​ໄຊ, ຄຳມ່ວນ, ສະຫວັນນະເຂດແລະ ຫຼວງນ້ຳທາ,​ ເພື່ອໃຫ້ເຂົາເຈົ້າມີຄວມຮູ້ຮັບເຂົ້າໃຈແລະ ມີສ່ວນຮ່ວມໃນການອະນຸລັກປົກປັກຮັກສາປ່າໄມ້ໃຫ້ຍືນຍົງ.

No comments:

Post a Comment