Ad

Ad

23 December 2015

ສົມ​ເດັດ ພະ​ບໍຣົມມະ​ນຽດ ​ໂນ​ໂຣ​ດົມ ສີ​ຫາ​​ໂມ​ນີ ສຳ​ເລັດ​ການຢ້ຽມຢາມລັດຖະກິດ ຢູ່ ສປປ ລາວ

ພະບາດສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາໂມນີ ພະມະຫາກະສັດ ແຫ່ງ ຣາຊະອານາຈັກ ກຳປູ ເຈຍ ພ້ອມດ້ວຍຄະນະ ສຳເລັດການຢ້ຽມຢາມລັດຖະກິດ ທີ່ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວແຕ່ວັນທີ 21-23 ທັນວາ 2015. ​ໂດຍຕອບສະໜອງຕາມການເຊີນຂອງ ທ່ານ ຈູມມາລີ ໄຊຍະສອນ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວເຊິ່ງເປັນການສະເດັດມາຢ້ຽມຢາມຄັ້ງທໍາອິດ ພາຍຫລັງທີ່ສົມເດັດໄດ້ຂຶ້ນຄອງລາດ.
ໄລຍະການເຄື່ອນໄຫວຢ້ຽມຢາມ ສປປ ລາວ ນີ້, ພະບາດສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາໂມນີໄດ້ພົບປະປຶກສາຫາລືຮ່ວມກັນກັບ ທ່ານ ປະທານປະເທດ ຈູມມາລີ ໄຊຍະສອນ,ເຊິ່ງປະມຸກລັດທັງສອງປະເທດໄດ້ສະແດງຄວາມເພິ່ງພໍໃຈຕໍ່ສາຍພົວພັນມິດຕະພາບ ທີ່ມີມາແຕ່ດົນນານຖານບ້ານ​ໃກ້ເຮືອນຄຽງທີ່ດີຕໍ່ກັນ ລະຫວ່າງສອງປະເທດ ກໍຄື ປະຊາຊົນສອງຊາດລາວ ແລະກຳປູເຈຍ ທີ່ນັບມື້​​ແໜ້ນແຟ້ນ, ພ້ອມທັງສະ​ແດງ​ຄວາມ​
ຊົມ​ເຊີຍ​​ ຕໍ່ຄວາມ​ຄືບ​ໜ້າ​ຂອງ​ວຽກ​ງານ​ຊາຍ​ແດນ​ ທີ່​ສອງ​ຝ່າຍ​ໄດ້ຮ່ວມກັນ​ສໍາ​ຫລວດ ​ແລະ​ ປັກ​ຫລັກ​ໝາຍ​ຊາຍ​ແດນ​ໄດ້​ເປັນ​ສ່ວນ​ໃຫຍ່, ສ່ວນທີ່​ຍັງ​ຄົງ​ຄ້າງ​ ແມ່ນສະ​ເໜີ​ ໃຫ້​ສືບ​ຕໍ່​ຊຸກຍູ້​ໜ່ວຍ​ງານ​ທີ່​ກ່ຽວຂ້ອງຮີບ​ຮ້ອນຮ່ວມ​ມື​ກັນ​ແກ້​ໄຂ ບົນ​ຈິດ​ໃຈທີ່​ເປັນຍາດ​ພີ່ນ້ອງບ້ານ​ໃກ້​ເຮືອນຄຽງດ້ວຍ​ກັນ ໃຫ້ໄດ້ຮັບຜົນສໍາເລັດໂດຍໄວແລະ ໄດ້ຕີລາຄາສູງຕໍ່ໝາກຜົນຂອງການຮ່ວມມືຊ່ວຍເຫລືເຊິ່ງກັນແລະກັນ ໃນດ້ານຕ່າງໆ ອັນໄດ້ນຳເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນຂອງທັງສອງປະເທດ.​

ໃນໂອກາດດຽວກັນ ພະບາດສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາໂມນີ ພ້ອມຄະນະໄດ້ສະເດັດໄປວາງພວງມະລາ ທີ່ອານຸສາວະລີນັກຮົມນິລະນາມ(ດາວແດງ), ຈາກນັ້ນ ກໍໄດ້ສະເດັດໄປຢ້ຽມຊົມ​​ວັດສີສະເກດໂດຍໄດ້ມອບພະພຸດທະຮູບ ໃຫ້ແກ່ວັດດັ່ງກ່າວ, ໄປຢ້ຽມຢາມຫໍພິພິທະພັນແຫ່ງຊາດ​ ​ແລະໃນຕອນເຊົ້າວັນທີ 23 ທັນວາ 2015 ພະບາດສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາໂມນີ ພ້ອມດ້ວຍຄະນະກໍໄດ້ເດີນທາງກັບຄືນ ຣາຊະອານາຈັດກຳປູເຈຍ ດ້ວຍຄວາມສະຫວັດດີພາບ.

No comments:

Post a Comment