Ad

Ad

20 March 2013

ຄະນະກຳມະການຄຸ້ມຄອງຫລັກຊັບ ແລະ ຕະຫລາດຫລັກຊັບລາວຈັດສຳມະນາເຜີຍແຜ່ການຂະຫຍາຍຕົວ ແລະ ພັດທະ ນາຕະຫລາດທຶນ



           ໃນຕອນເຊົ້າວັນທີ 19 ມີນາ 2013 ທີ່ສຳນັກງານ ໃຫຍ່ຕະຫຼາດຫຼັກຊັບລາວ ນະຄອນຫຼວງວຽງຈັນ ໄດ້ຈັດ ກອງປະຊຸມສຳມະນາພາຍໃຕ້ຫົວຂໍ້: ເຜີຍແຜ່ການຂະຫຍາຍ ຕົວ ແລະ ພັດທະນາຕະຫຼາດທຶນ ໂດຍ ການເປັນປະທານ ຂອງ ທ່ານ ນາງ ວັດທະນາ ດາລາລອຍ ຫົວໜ້າສຳນັກງານ ຄະນະກຳມະ ການຄຸ້ມຄອງຫຼັກຊັບ ແລະ ຕະຫຼາດຫຼັກຊັບ ລາວ (ຄລຕ) ມີທ່ານ Ho joeug park ຮອງປະທານ ຕະຫຼາດຫຼັບຊັບລາວ, ທ່ານ Musa Mahmood ຮອງຜູ້ບໍລິຫານລະດັບສູງຂອງຄະນະກຳມະການຄຸ້ມຄອງຫຼັກຊັບຈາກປະເ ທດມາເລເຊຍ ຕະຫຼອດພະນັກງານຕະຫຼາດຫຼັກຊັບ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ. 
        ຈຸດປະສົງຂອງການຈັດສຳມະນາຄັ້ງນີ້ ເພື່ອເຜີຍແຜ່ບົດຮຽນ ແລະ ປະສົບການການພັດທະນາ ຕະຫຼາດທຶນຂອງປະ ເທດມາເລເຊຍໃຫ້ພະນັກງານພາຍໃນຕະຫຼາດຫຼັກຊັບລາວໄດ້ຮັບຮູ້ທ່ານຫົວໜ້າສຳນັກງານຄະນະກຳມະການຄຸ້ມຄອງຫຼັກ ຊັບ ແລະ ຕະຫຼາດຫຼັກຊັບລາວ ກ່າວໃນພິທີເປີດກອງປະຊຸມວ່າ: ການຈັດສຳມະນາຄັ້ງນີ້ ເປັນຂີດໝາຍສຳຄັນໃນການເຜີຍແຜ່,
ສ້າງຄວາມຮູ້ ແລະ ຄວາມເຂົ້າໃຈໃຫ້ແກ່ບຸກຄະລາກອນລາວ ໂດຍສະເພາະແມ່ນບົດຮຽນ ແລະ ປະສົບການ ໃນການ ພັດທະ ນາຕະຫຼາດທຶນຂອງມາເລເຊຍເຂົ້າໃນການພັດທະນາຕະຫຼາດຫຼັກຊັບລາວໃນຂະນະທີ່ບົດຮຽນ ແລະ ປະສົບ ກ່ຽວກັບຕະຫຼາດ ທຶນພວກເຮົາຍັງບໍ່ທັນສູງ ແລະ ອຸດົມຮັ່ງມີພໍ ເຊິ່ງຕະຫຼາດຫຼັກຊັບຫາກໍໄດ້ຮັບການສ້າງຕັ້ງຂຶ້ນ ແລະ ເຄື່ອນໄຫວເປັນ ທາງການ ໃນວັນທີ 11 ມັງກອນ 2011 ຜ່ານມານີ້ເອງ ແລະ ຈຳນວນຜູ້ຈົດທະບຽນຊື້ - ຂາຍຫຸ້ນ ຢູ່ຕະຫຼາດຫຼັກຊັບລາວໃນປັດຈຸບັນ ກໍມີ ພຽງແຕ່ສອງບໍລິສັດມະຫາຊົນເທົ່ານັ້ນເຊັ່ນ: ທະນາຄານການຄ້າຕ່າງປະເທດລາວມະຫາຊົນກັບບໍລິສັດຜະລິດໄຟຟ້າລາວມະ ຫາຊົນ ທີ່ເຮັດໜ້າທີ່ໃນການລະດົມທຶນຈາກເອກະຊົນຢູ່ຕະຫຼາດຫຼັກຊັບ.
            ຜູ້ເຂົ້າຮ່ວມປະຊຸມຍັງໄດ້ ຮັບຟັງການບັນລະຍາຍກ່ຽວກັບບົດບາດຂອງຕະຫຼາດທຶນຕໍ່ການພັດທະນາເສດຖະກິດ ໂດຍສະເພາະແມ່ນການຂັບເຄື່ອນຂອງຕະຫຼາດທຶນຕໍ່ການຂະຫຍາຍຕົວຂອງເສດຖະກິດ, ການພັດທະນາພື້ນຖານໂຄງລ່າງ ດ້ານການເງິນ, ກິດຈະກຳທາງທຸລະກິດ, ເຄື່ອງມືສຳລັບການເພີ່ມທຶນ ແລະ ແຫຼ່ງທີ່ມາຂອງທຶນເຊິ່ງສະເໜີໂດຍ: ທ່ານ Musa Mahmood ຮອງຜູ້ບໍລິຫານລະດັບສູງຂອງຄະນະກຳມະການຄຸ້ມຄອງຫຼັກຊັບຈາກປະເທດມາເລເຊຍ. ພາລະບົດ ບາດຂອງຜູ້ ຄຸ້ມຄອງຕະຫຼາດທຶນ ເປັນຕົ້ນ: ບົດບາດໃນການພັດທະນາ ແລະ ອອກລະບຽບການ, ການວາງຫຼັກການ​ - ການປົກ ປ້ອງ ນັກລົງທຶນ, ຄວາມຍຸຕິທຳ: ການເປີດເຜີຍຂໍ້ມູນ, ປະສິດທິພາບຂອງຕະຫຼາດ, ຄວາມສ່ຽງທີ່ເປັນລະບົບ, ການຄຸ້ມຄອງ ແລະ ບັງຄັບໃຊ້ກົດໝາຍເຊິ່ງສະເໜີໂດຍ: ທ່ານ Chon En Tek., ສ່ວນບັນຫາວິກິດການທາງການເງິນ ແລະສິ່ງທ້າທາຍໃນການ ຄຸ້ມຄອງຕະຫຼາດທຶນອາຊຽນ, ບົດຮຽນຈາກວິກິດການການເງິນໂລກ ແລະ ການຕອບສະໜອງທາງດ້ານລະບຽບການຕ່າງໆ ສະເໜີໂດຍ: ທ່ານ The Lja Mohd Jalil.
        ທ່ານຮອງຜູ້ບໍລິຫານລະດັບສູງຂອງຄະນະກຳມະການຄຸ້ມຄອງຫຼັກຊັບຈາກປະເທດມາເລ ເຊຍກ່າວວ່າ: ໃນປີ 1970 ພື້ນ ຖານເສດຖະກິດຂອງປະເທດມາເລເຊຍສ່ວນໃຫຍ່ ແມ່ນຂະແໜງກະສິກຳ ແລະ ບໍ່ກົວ ເຊິ່ງບໍລິສັດທີ່ຈົດທະບຽນຊື້ - ຂາຍຫຸ້ນໃນຕະຫຼາດຫຼັກຊັບກໍມີແຕ່ບໍລິສັດທີ່ກ່ຽວຂ້ອງກັບກະສິກຳ ແລະ ບໍ່ກົວ. ແຕ່ມາໃນປີ 1980 - 1990 ລັດຖະ ບານໄດ້ ດຳເນີນຍຸດທະສາດຄວາມຫຼາກລາຍທາງດ້ານເສດຖະກິດ ແລະ ການຫັນເປັນອຸດສາຫະກຳເພື່ອຫຼຸດຜ່ອນການເພິ່ງພາອາໄສ ແຕ່ຂະແໜງກະສິກຳ ແລະ ບໍ່ແຮ່ໂດຍການດຶງດູດເອົາການລົງທຶນໂດຍກົງຈາກຕ່າງປະເທດເພື່ອຊຸກຍູ້ການຫັນເປັນອຸດສາຫະ ກຳໃນເບື້ອງຕົ້ນການສະໜອງແຮງຜັກດັນດັ່ງກ່າວແມ່ນສຳລັບ ການ ພັດທະນາທຸລະກິດຂະໜາດນ້ອຍ ແລະ ກາງ (SME) ເພື່ອສະໜັບສະໜູນການດຳເນີນງານຂອງການລົງທຶນໂດຍກົງຈາກຕ່າງປະເທດ, ປ່ຽນຈຸດສົນໃຈຂອງລັດຖະ ບານສູ່ພາກເອ ກະຊົນໃນການປ່ຽນແປງຮູບແບບວິສາຫະກິດຂອງລັດ, ລັດຖະບານຍັງໄດ້ດຳເນີນໃນການສ້າງຕັ້ງອຸດສາຫະກຳໜັກເປັນຕົ້ນ: ໂຮງງານຜະລິດລົດ, ໂຮງງານເຫຼັກ, ນ້ຳມັນ, ແກ໊ສ ແລະ ອຸດສາຫະກຳປິໂຕເຄມີເຊິ່ງແຮງຜັກດັນດັ່ງກ່າວ ແມ່ນໄດ້ຊ່ວຍເຮັດ ໃຫ້ຕະຫຼາດທຶນຂອງມາເລເຊຍມີການເຕີບໂຕຢ່າງວອງໄວນັບແຕ່ນັ້ນມາ.

No comments:

Post a Comment