Ad

Ad

20 March 2013

ລັດຖະບານຈະເພີ່ມທະວີການຄຸ້ມຄອງປ່າໄມ້ໃຫ້ຮັດກຸມກວ່າເກົ່າ



      ທ່ານນາຍົກລັດຖະມົນຕີ ທອງສິງ ທຳມະວົງ ໄດ້ມີຄຳເຫັນໃນກອງປະ ຊຸມຄະນະລັດຖະບານ ເປີດກວ້າງ ປະຈຳປີ 2012 ວ່າ: ລັດຖະບານຈະເພີ່ມທະວີການຄຸ້ມຄອງປ່າໄມ້ໃຫ້ດີ ແລະ ຮັດກຸມກວ່າເກົ່າ, ຫລັງຈາກ ເຫັນວ່າ: ການບຸກລຸກປ່າ ໄມ້ທຳມະຊາດຍັງ ເປັນບັນຫາຫຍໍ້ທໍ້ພົ້ນເດັ່ນຍ້ອນກົນໄກການຄຸ້ມຄອງຂອງພວກເຮົາຈຳນວນໜຶ່ງຍັງສັບສົນ.
     ທ່ານນາຍົກລັດຖະມົນຕີກ່າວ ວ່າ: ກ່ຽວກັບບັນຫາດ້ານທຸລະກິດໄມ້ຕົ້ນຕໍຍັງແມ່ນການບຸກລຸກປ່າໄມ້ທຳມະຊາດໃນ ຫລາຍທ້ອງຖິ່ນເຖິງມີກົດໝາຍກຳນົດແລ້ວ, ແຕ່ການປະຕິບັດຕົວຈິງຍັງຍາກຍ້ອນກົນໄກຂອງພວກເຮົາກຳນົດຍັງສັບສົນ, ການປະຕິບັດນະໂຍບາຍຢຸດເຊົາການສົ່ງໄມ້ທ່ອນ, ໄມ້ແປຮູບອອກຕ່າງປະເທດກໍບໍ່ເຂັ້ມງວດ. ສະນັ້ນ ເພື່ອແກ້ໄຂບັນຫາ ດັ່ງກ່າວເຫັນວ່າຕ້ອງເພີ່ມທະວີການໂຄສະນາເຜີຍແຜ່, ສຶກສາອົບຮົມດ້ານການເມືອງແນວຄິດໃຫ້ທຸກພາກສ່ວນໃນສັງຄົມ ເຂົ້າໃຈຕໍ່ແນວທາງນະໂຍບາຍ ແລະ ເປັນເຈົ້າການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍປ່າໄມ້ກໍຄືຄຳສັ່ງເລກທີ 17/ນຍ, ຂໍ້ຕົກ ລົງສະບັບເລກທີ 32/ນຍ ຢ່າງເຂັ້ມງວດພ້ອມທັງການເປັນເຈົ້າການຂອງພະນັກງານປ່າໄມ້ໃນການປະຕິບັດໜ້າທີ່ວິຊາ ສະເພາະດ້ວຍຄວາມຮັບຜິດຊອບສູງ, ສຸມໃສ່ສຳຫລວດ ແລະ ຈັດສັນປ່າໄມ້ໂດຍສະເພາະປ່າຜະລິດ ແລະ ປ່າໄມ້ທີ່ຢູ່ນອກ 3 ປະເພດປ່າໃຫ້ສຳເລັດໃນຂອບເຂດທົ່ວປະເທດ, ເສີມຂະຫຍາຍການຢັ້ງຢືນປ່າໄມ້, ຢັ້ງຢືນໄມ້ ແລະ ການ ຢັ້ງຢືນແຫລ່ງ
ທີ່ມາຂອງຜະລິດຕະພັນໄມ້ເພື່ອໃຫ້ເປັນໄປຕາມລະບົບຂອງສາກົນ. ຄຽງຄູ່ກັນນັ້ນ ສືບຕໍ່ສຸມໃສ່ການດັດສົມໂຮງງານໃຫ້ສຳ ເລັດທັງຮັບປະກັນປະສິດທິຜົນເພື່ອບັນລຸຄາດໝາຍວາງໄວ້ເຊັ່ນ: ສາມາດດຸ່ນດ່ຽງຄວາມຕ້ອງການຂອງໂຮງງານ ປຸງແຕ່ງໄມ້ກັບ ຄວາມອາດສາມາດຕອບສະໜອງຂອງວັດຖຸດິບໄມ້ທຳມະຊາດທັງສາມາດປຸງແຕ່ງເພື່ອສ້າງມູນຄ່າເພີ່ມສູງຂຶ້ນໂດຍການຫັນໄປ ນຳໃຊ້ໄມ້ທຸກຊະນິດ, ທຸກປະເພດ ແລະ ນຳໃຊ້ທຸກຊິ້ນສ່ວນ ຫລື ນຳໃຊ້ໝົດທຸກຄຸນຄ່າໄມ້. ຄຽງຄູ່ກັນນັ້ນກໍຕ້ອງເດັດ ຂາດໃນການຍົກຍ້າຍໂຮງງານປຸງແຕ່ງໄມ້ທີ່ຕັ້ງຢູ່ໃກ້ປ່າໄມ້ອອກຈາກເຂດປ່າໄມ້ຕາມກົດໝາຍໄດ້ກຳນົດ.

No comments:

Post a Comment