Ad

Ad

20 March 2013

ອຸດສາຫະກຳການຄ້າຕອບຂໍ້ຂ້ອງໃຈປະຊາຊົນກ່ຽວກັບການຄຸ້ມຄອງລາຄາສິນຄ້າ



       ປັດຈຸບັນລາຄາສິນຄ້າອຸປະໂພກ-ບໍລິໂພກຫລາຍປະເພດຖີບໂຕສູງຂຶ້ນ ເຮັດໃຫ້ມີຜົນກະທົບຕໍ່ປະຊາຊົນຜູ້ທີ່ມີລາຍ ຮັບໜ້ອຍ. ຕໍ່ບັນຫາດັ່ງກ່າວ, ໃນກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ VII ກໍມີປະຊາຊົນຈຳນວນ ບໍ່ໜ້ອຍໄດ້ສະເໜີຜ່ານສາຍດ່ວນສະພາແຫ່ງຊາດເພື່ອຂໍຄຳຕອບຈາກພາກສ່ວນກ່ຽວຂ້ອງກ່ຽວກັບການຄຸ້ມຄອງລາຄາສິນຄ້າ ໃນທ້ອງຕະຫລາດໂດຍສັງຄົມຍັງມີຄວາມສົນໃຈວ່າ: ແມ່ນຍ້ອນການຂຶ້ນເງິນເດືອນຂອງພາກລັດບໍ່ ຫລື ແມ່ຄ້າຊາວຂາຍຫາກ ກຳນົດລາຄາຕາມໃຈ.
          ບັນຫາດັ່ງກ່າວໄດ້ຮັບຄຳຕອບຈາກກະຊວງອຸດສາຫະກຳ ແລະ ການຄ້າວ່າ: ການທີ່ລັດຖະບານມີນະໂຍບາຍເພີ່ມ ເງິນເດືອນພະນັກງານນັ້ນເຫັນວ່າເປັນເລື່ອງທີ່ດີເພາະເພິ່ນໄດ້ມີນະໂຍບາຍເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງພະນັກງານກໍຄືປະ ຊາຊົນບັນດາເຜົ່າດີຂຶ້ນເພື່ອສາມາດປະກອບສ່ວນວຽກງານໃຫ້ແກ່ພັກ-ລັດໄດ້ສະດວກ ແລະ ເຕັມເມັດ ເຕັມໜ່ວຍຂຶ້ນກວ່າ ເກົ່າ. ຈຸດປະສົງກໍແມ່ນເພື່ອໃຫ້ຫລຸດພົ້ນອອກຈາກຄວາມທຸກຍາກໃນປີ 2020 ໃຫ້ໄດ້.

        ແຕ່ເຖິງຢ່າງໃດກໍຕາມ, ລັດກໍຄືກະຊວງອຸດສາຫະກຳ ແລະ ການຄ້າບໍ່ໄດ້ລົດລະໃນຄວາມພະຍາຍາມທີ່ຈະຄວບຄຸມລາ ຄາສິນຄ້າບາງຊະນິດທີ່ມີຄວາມຈຳເປັນຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ເຊິ່ງການຄວບຄຸມດັ່ງກ່າວ ທີ່ຈິງກໍແມ່ນໄດ້ເຮັດມາ ຫລາຍປີແລ້ວຕົວຢ່າງນ້ຳມັນເຊື້ອໄຟທີ່ເປັນສິນຄ້ານຳເຂົ້າ 100%, ຖ້າປ່ອຍໄປຕາມກົນໄກຕະຫລາດທີ່ບໍ່ມີການດັດສົມຂອງ ລັດ. ແນ່ນອນລາຄານ້ຳມັນໂດຍສະເພາະນ້ຳມັນແອັດຊັງທຳມະດາ (ຢູ່ຈຸດ ນະຄອນຫລວງ) ແມ່ນຈະບໍ່ຢູ່ໃນລາຄາຄືທີ່ໄດ້ຊົມ ໃຊ້ຜ່ານມາ. ນັ້ນກໍແມ່ນຍ້ອນລັດຖະບານກໍຄືກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ນຳໃຊ້ມາດຕະການຄວບຄຸມລາຄາສິນ ຄ້າໄດ້ຮັບຜົນດີ.
       ສ່ວນສິນຄ້າປະເພດອື່ນໆກໍເຊັ່ນດຽວກັນເປັນຕົ້ນເຂົ້າ, ຊີ້ນ, ປາລ້ວນແຕ່ເປັນສິນຄ້າທີ່ມີຄວາມຈຳເປັນ ແລະ ມີຜົນກະ ທົບໄວຕໍ່ຊີວິດການເປັນຢູ່ຂອງປະຊາຊົນ. ສະນັ້ນ, ລັດຖະບານກໍຄືກະຊວງ ອຄ ໄດ້ອອກມາດຕະການໃນການຄວບຄຸມລາ ຄາໄປແລ້ວ, ຜົນຂອງການອອກມາດຕະການດັ່ງກ່າວ ແມ່ນໄດ້ເຮັດໃຫ້ສິນຄ້າເຫລົ່ານັ້ນມີຄວາມສະຫງົບທາງດ້ານລາຄາ ໝາຍຄວາມວ່າ: ມີລາຄາທີ່ສົມເຫດສົມຜົນ. ການຄວບຄຸມລາຄາສິນຄ້າບໍ່ສະເພາະແຕ່ຄວບຄຸມໃນລາຍການທີ່ຢູ່ຂ້າງເທິງ ຍັງຈະໄດ້ຂະຫຍາຍໄປສູ່ສິນຄ້າອື່ນອີກຖ້າເຫັນວ່າມີຄວາມຈຳເປັນ.
    ການຈັດຕັ້ງປະຕິບັດມາດຕະການຄວບຄຸມດັ່ງກ່າວແມ່ນບົນພື້ນຖານການຜັນຂະຫຍາຍທິດທາງນະໂຍບາຍຂອງພັກ ແລະ ລັດຖະບານເປັນຕົ້ນດຳລັດ 474/ ນຍ, ລົງວັນທີ 18 ພະຈິກ 2010 ວ່າດ້ວຍການຄຸ້ມຄອງລາຄາສິນຄ້າ ແລະ ບໍລິການ ເຊິ່ງດຳ ລັດດັ່ງກ່າວນີ້ໄດ້ເວົ້າວ່າ: ຂະແໜງການອື່ນໆທີ່ກ່ຽວຂ້ອງມີສ່ວນຮ່ວມໃນການຄຸ້ມຄອງລາຄາພາຍໃຕ້ຂໍ້ບັນຍັດຕ່າງໆທີ່ໄດ້ລະ ບຸໄວ້ໃນດຳລັດສະບັບນີ້.
     ສະນັ້ນ, ໄລຍະຕໍ່ໄປສິນຄ້າທີ່ຄວບຄຸມລາຄາກ່ອນຈະຂຶ້ນ ຫລື ລົງ, ລັດເປັນຜູ້ອະນຸຍາດ ຈຶ່ງສາມາດປະຕິບັດໄດ້, ຖ້າຜູ້ໃດລະເມີດກໍຈະຖືກປະຕິບັດມາດຕະການທີ່ລະບຸໄວ້ໃນລະບຽບການທີ່ເໝາະສົມ. ປັດຈຸບັນສິນຄ້າຄວບຄຸມລາຄາທີ່ຂະ ແໜງອຸດສາຫະກຳ ແລະ ການຄ້າຄຸ້ມຄອງມີນ້ຳມັນເຊື້ອໄຟ ທຸກຊະນິດ, ເຂົ້າ, ຊີ້ນໝູ, ງົວ ແລະ ປານິນ.
       ສ່ວນສິນຄ້າ ແລະ ບໍລິການ ຄວບຄຸມລາຄາທີ່ເປັນປັດໄຈຫລັກ ແກ່ການຜະລິດແມ່ນຂະແໜງການອື່ນທີ່ກ່ຽວຂ້ອງ ຄຸ້ມຄອງເຊັ່ນ: ກະສິກຳ-ປ່າໄມ້, ໂຍທາທິການ-ຂົນສົ່ງ, ໄປສະນີ-ໂທລະ ຄົມມະນາຄົມ ແລະ ສື່ສານ ແລະ ພະລັງງານ ແລະ ບໍ່ແຮ່ເຫລົ່ານີ້ເປັນຕົ້ນ.
      ກ່ຽວກັບບັນຫາລາຄາສິນຄ້າເພີ່ມຂຶ້ນຫລາຍອັນເປັນສາເຫດຈາກເງິນເດືອນຂອງພະນັກງານເພີ່ມນັ້ນບໍ່ ແມ່ນເຫດຜົນທີ່ ກ່ຽວຂ້ອງກັນ ແລະ ລັດຖະບານກໍຄົງຈະບໍ່ປ່ອຍໃຫ້ເຫດການດັ່ງກ່າວນັ້ນ ເກີດຂຶ້ນ. ຈະມີກໍແມ່ນຢູ່ໃນກໍລະນີກົນໄກຂອງຕະ ຫລາດທີ່ຕິດພັນກັບການສະໜອງ ແລະ ຄວາມຕ້ອງການເທົ່ານັ້ນ. ເວລາໃດສິນຄ້າໜ້ອຍ, ແຕ່ຄວາມຕ້ອງການຊົມໃຊ້ຂອງສັງ ຄົມພັດສູງແນ່ນອນເວລານັ້ນລາຄາສິນຄ້າດັ່ງກ່າວ ກໍຈະສູງຂຶ້ນຜິດປົກກະຕິ. ສະນັ້ນ ເພື່ອໃຫ້ການສະໜອງພຽງພໍກັບຄວາມ ຕ້ອງການລວມທັງເຮັດໃຫ້ລາຄາຕົ້ນທຶນຕ່ຳນັ້ນ, ຂະແໜງກະສິກຳ-ປ່າໄມ້ຕ້ອງເປັນເຈົ້າການໃນການຊຸກຍູ້ສົ່ງເສີມການຜະລິດ (ການປູກຝັງ- ລ້ຽງສັດ) ໃຫ້ຫລາຍຂຶ້ນ, ຕ້ອງຊ່ວຍຜູ້ຜະລິດທາງດ້ານເຕັກນິກ-ວິຊາການທີ່ຈຳເປັນ ແລະ ທະນາຄານ ກໍຄວນມີ ນະໂຍບາຍໃຫ້ກູ້ຢືມທຶນດອກເບັ້ຍຕ່ຳ ແລະ ໄລຍະຍາວ, ຕ້ອງພະຍາຍາມຈຳກັດບັນດາຂັ້ນຂອດ, ລະບຽບການທີ່ສ້າງຄວາມ ຫຍຸ້ງຍາລຳຄານ ແລະ ເພີ່ມຕົ້ນທຶນແກ່ຜູ້ປະກອບການຜະລິດ, ທຸລະກິດ ແລະ ອື່ນໆ.

No comments:

Post a Comment