Ad

Ad

6 April 2016

ສັງຄົມ​ຍັງ​ມີ​ຄວາມ​ເປັນ​ຫວ່ງຕໍ່​ລາຄາ​ສິນຄ້າ​ໃນ​​ໄລຍະ​ບຸນ​ປີໃໝ່

          ນັບວ່າເປັນເລື່ອງປົກກະຕິສຳລັບການສວຍໂອກາດຂຶ້ນລາຄາສິນຄ້າຂອງຊາວຄ້າຂາຍໃນໄລຍະເທສະການຕ່າງໆ, ​ໂດຍສະເພາະສິນຄ້າປະເພດອາຫານເປັນຕົ້ນ: ຊີ້ນ, ປາ, ພືດຜັກແລະເຄື່ອງສັກກະລັກບູຊາຕ່າງໆ, ຍ້ອນໃນຊ່ວງດັ່ງກ່າວ ແມ່ນມີຜູ້ຊົມໃຊ້ແລະ ບໍລິໂພກເພີ່ມຂຶ້ນຫລາຍ, ຈຶ່ງປັນຊ່ອງຫວ່າງເຮັດໃຫ້ຊາວຄ້າຂາຍສວຍໂອກາດຂຶ້ນລາຄາສິນຄ້າ, ຊຶ່ງບັນຫານີ້ຍັງເຫັນວ່າ ສັງຄົມຍັງມີຄວາມເປັນຫວ່ງບໍ່ໜ້ອຍ, ຂະນະທີ່ມາຮອດປັດຈຸບັນ ພາກສ່ວນກ່ຽວຂ້ອງຍັງບໍ່ທັນມີແຈ້ງການ ຫລື ມາດຕະການອັນໃດອອກມາເພື່ອຄຸ້ມຄອງລາຄາສິນຄ້າໃນຊ່ວງໄລຍະບຸນປີໃໝ່ນີ້ ເຖິງວ່າກ່ອນໜ້ານີ້ ຫ້ອງວ່າການລັດຖະບານຈະມອບໃຫ້ກະຊວງອຸດສາຫະກຳແລະ ການຄ້າເອົາໃຈໃສ່ຊີ້ນຳ, ຕິດຕາມ, ຄຸ້ມຄອງລາຄາສິນຄ້າໃນ
ທ້ອງຕະຫລາດ ບໍ່ໃຫ້ພໍ່ຄ້າຊາວຂາຍ, ຜູ້ປະກອບການ ສວຍໂອກາດຂຶ້ນລາ ຄາສິນຄ້າ​​ໂດຍບໍ່ມີ​​ເຫດຜົນ ແລະ ໃຫ້ກະຊວງກະສິກຳແລະ ປ່າໄມ້ ສົມທົບກັບກະຊວງກ່ຽວຂ້ອງເອົາໃຈໃສ່ຊຸກຍູ້ສົ່ງເສີມການຜະລິດ, ຕິດພັນກັບການສະໜອງສິນຄ້າໃຫ້ພຽງພໍກັບຄວາມຕ້ອງການຂອງສັງຄົມ. ແຕ່ປະກົດວ່າຍັງມິດງຽບຢູ່, ຊຶ່ງອາດຈະເປັນຊ່ອງຫວ່າງໃຫ້ແກ່ຊາວຄ້າຂາຍສວຍໂອກາດເອົາປຽບຜູ້ບໍລິໂພກໄດ້ງ່າຍ. ດັ່ງນັ້ນ ພາກສ່ວນກ່ຽວຂ້ອງຄວນແຕ່ງຕັ້ງໜ່ວຍງານຂອງຕົນລົງກວດ ກາ, ຕິດຕາມລາຄາສິນຄ້າຢ່າງເປັນປົກກະຕິໃນຊ່ວງນີ້ເພື່ອປົກປ້ອງຜົນປະໂຫຍດອັນຊອບທຳຂອງສັງຄົມ.

No comments:

Post a Comment