Ad

Ad

6 April 2016

ໂຮມ​ຊຸມນຸມ​ສະ​ເຫລີ​ມສະຫລອງວັນ​ສ້າງ​ຕັ້ງ​ກໍາລັງ​ປ້ອງ​ກັນ​ຄວາມສະຫງົບ​ຄົບຮອບ 55 ປີ

   ​ພິທີໂຮມຊຸມນຸມສະເຫລີມສະຫລອງວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບຄົບຮອບ 55 ປີ (5 ​ເມສາ 1951 - 5 ​ເມສາ 2016),​ ໄດ້ຈັດຂຶ້ນໃນວັນທີ 4 ​ເມສານີ້, ​ໂດຍການໃຫ້ກຽດເຂົ້າຮ່ວມຂອງສະຫາຍຂາທິການໃຫຍ່ຄະນະບໍລິຫານງານພັກປະຊາຊົນປະຕິວັດລາວ ບຸນຍັງ ວໍລະຈິດ, ມີບັນດາການນໍາຂັ້ນສູງພັກ-ລັດ, ພ້ອມດ້ວຍພະນັກງານປະຕິວັດອາວຸໂສ, ນາຍແລະ ພົນຕໍາຫລວດເຂົ້າຮ່ວມຢ່າງຫລວງຫລາຍ.
   ​ໃນໂອກາດອັນມີຄວາມໝາຍສໍາຄັນນີ້, ສະຫາຍ ພົນຕີ ສົມແກ້ວ ສິລາວົງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບໄດ້ຍົກໃຫ້ເຫັນການເຕີບໃຫຍ່ຂະຫຍາຍຕົວຂອງກໍາລັງ ປກສ ຕະຫລອດໄລຍະ 55 ປີຜ່ານມາ, ເຊິ່ງແມ່ນກໍາລັງທີ່ໄວ້ເນື້ອເຊື່ອໃຈ, ເປັນກໍາລັງຫລັກແຫລ່ງແກ່ນສານໃນການປະຕິບັດແນວທາງ
ປກຊ-ປກສ ທົ່ວປວງຊົນຮອບດ້ານຂອງພັກ, ຮັບປະກັນຄວາມໝັ້ນຄົງພາຍໃນຊາດ, ສະກັດກັ້ນ ແລະ ຕ້ານທຸກເລ້ຫລ່ຽມກົນອຸບາຍຂອງພວກອິດທິກໍາລັງປໍລະປັກທີ່ຫວັງທໍາລາຍມ້າງເພ, ແບ່ງແຍກ, ສ້າງຄວາມປັ່ນປ່ວນກໍ່ຄວາມບໍ່ສະຫງົບ ແລະ ຮັກສາຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ປ້ອງກັນການນໍາພັກ-ລັດ, ແຂກພາຍໃນ ແລະ ຕ່າງປະເທດ, ກອງປະຊຸມລະດັບຊາດ ແລະ ສາກົນໃຫ້ມີຄວາມປອດໄພ, ຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງພາລະກິດຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ແລະ ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນ.
   ໃນໂອກາດນີ້, ສະຫາຍເລຂາທິການໃຫຍ່ ບຸນຍັງ ວໍລະຈິດ ໄດ້ໃຫ້ກຽດໂອ້ລົມຕໍ່ພິທີ, ຊຶ່ງກ່ອນອື່ນສະຫາຍໄດ້ຍ້ອງຍໍຊົມເຊີຍຕໍ່ຄະນະພັກ, ນາຍ ແລະ ພົນຕໍາຫລວດຂອງກໍາລັງ ປກສ ທີ່ສາມາດຍາດໄດ້ຜົນງານ ແລະ ໄຊຊະນະອັນພົ້ນເດັ່ນຫລາຍດ້ານ ເຊິ່ງເປັນການສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ປະຊາຊົນບັນດາເຜົ່າທຸກຊັ້ນຄົນ ກໍຄືບັນດາພາກສ່ວນເສດຖະກິດ, ນັກລົງທຶນ, ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໄດ້ທໍາມາຫາກິນເຄື່ອນໄຫວເຮັດການຜະລິດ-ທຸລະກິດດ້ວຍຄວາມອຸ່ນອ່ຽນ, ປະກອບສ່ວນອັນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ ຮັບປະກັນໃຫ້ຄວາມປອດໄພໃຫ້ແກ່ກອງປະຊຸມທີ່ສໍາຄັນ ກໍຄືການສະເຫລີມສະຫລອງວັນບຸນທີ່ມີຄວາມໝາຍສໍາຄັນທາງປະຫວັດສາດ ແລະ ຂອງຊາດ, ພ້ອມເນັ້ນໃຫ້ກໍາລັງ ປກສ ສືບຕໍ່ເອົາໃຈໃສ່ປັບປຸງ ແລະ ເພີ່ມທະວີຄວາມສາມັກຄີພາຍໃນຕິດພັນກັບການເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດ, ປັບປຸງລະບຽບວິໄນ, ເຊີດຊູສະຕິລະວັງຕົວ ແລະ ກຽມພ້ອມສູ້ຮົບເພື່ອຕີຖອຍບັນດາປະກົດການຫຍໍ້ທໍ້ຢູ່ພາຍໃນຖັນແຖວກໍາລັງປ້ອງກັນຄວາມສະຫງົບ, ສ້າງສັດທາ ແລະ ຄວາມເຊື່ອໝັ້ນຈາກປະຊາຊົນຢ່າງໜັກແໜ້ນ, ສືບຕໍ່ປະຕິບັດຍຸດທະສາດຫັນລົງກໍ່ສ້າງຮາກຖານການເມືອງຢ່າງແຂງແຮງ, ສືບຕໍ່ປັບປຸງ ແລະ ກໍ່ສ້າງກໍາລັງປ້ອງກັນຄວາມສະຫງົບ ປະຊາຊົນໃຫ້ມີຄຸນນະພາບໃໝ່, ເອົາໃຈໃສ່ແກ້ໄຂຊີວິດການເປັນຢູ່ຂອງພະນັກງານ-ນັກຮົບ ທັງສາມາດແກ້ໄຂດ້ານພະລາທິການກັບທີ່ດ້ວຍການ ຈັດຕັ້ງເພີ່ມພູນຜະລິດຜົນ ເພື່ອຮັບປະກັນເບີ່ງແຍງກໍາລັງເປັນຢ່າງດີ, ຕ້ອງຍຶດໝັ້ນແນວທາງການຕ່າງ ປະເທດສັນຕິພາບ, ມິດຕະພາບ ແລະ ການຮ່ວມມືຢ່າງສະເໝີຕົ້ນສະເໝີປາຍ, ສືບຕໍ່ຮັດແໜ້ນຄວາມສາມັກຄີແບບພິເສດ ​ແລະ ການຮ່ວມມືຮອບດ້ານກັບ ສສ ຫວຽດນາມ, ເພີ່ມທະວີມິດຕະພາບ ແລະ ການພົວພັນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ສປ ຈີນ, ຮັດແໜ້ນສາຍພົວພັນຮ່ວມມືກັບບັນດາປະເທດທີ່ມີຊາຍແດນຕິດຈອດກັບ ສປປ ລາວ, ບັນດາປະເທດອາຊຽນ ແລະ ປະເທດເພື່ອນມິດສາກົນອື່ນໆ.

            ໃນໂອກາດນີ້, ສະຫາຍເລຂາທິການໃຫຍ່ໄດ້ໃຫ້ກຽດມອບຫລຽນໄຊແຮງງານຊັ້ນ I ​ໃຫ້ກະຊວງປ້ອງກັນຄວາມສະຫງົບແລະ ມອບຫລຽນໄຊແຮງງານຊັ້ນ II ​ໃຫ້ກົມກອງຈໍານວນ 9 ກົມກອງແລະ ຫລຽນໄຊແຮງງານຊັ້ນ III ​ໃຫ້ກົມກອງຈໍານວນ 27 ກົມກອງທີ່ມີຜົນງານເດັ່ນ​​​ຕະຫລອດໄລຍະຜ່ານມາ

No comments:

Post a Comment