Ad

Ad

16 July 2014

ແຕ່ລະປີໄມ້ຫລາຍແສນແມັດກ້ອນຖືກຕັດເຜົາເຮັດຖ່ານ ແລະ ຄ້ຳແບບ



     ທ່ານ ໜູລິນ ສິນບັນດິນ ລັດ ຖະມົນຕີວ່າການກະຊວງຊັບພະຍາກອນທຳມະ ຊາດ ແລະ ສິ່ງ ແວດລ້ອມໃຫ້ຮູ້ວ່າ: ແຕ່ລະ ປີມີການລັກລອບຕັດໄມ້ທຳມະຊາດ ຫລາຍປະເພດເພື່ອເຮັດຟືນ, ຖ່ານ ແລະ ເປັນໄມ້ຄ້ຳແບບ ທີ່ບໍ່ ຖືກຕ້ອງຫລາຍກວ່າ 7 ແສນແມັດກ້ອນ, ເຊິ່ງເປັນການທຳ ລາຍປ່າຢ່າງຮ້າຍແຮງ ແລະ ເຮັດໃຫ້ປ່າເຊື່ອມ ໂຊມ. ຄຽງຄູ່ ກັນນີ້, ຍັງມີນັກທຸລະກິດຈຳ ນວນໜຶ່ງຈົງໃຈລະເມີດກົດໝາຍ, ເຊິ່ງ ໄດ້ລັກຕັດໄມ້ຟືນ, ໄມ້ ຄ້ຳແບບ ແລະ ໄມ້ເຜົາຖ່ານ ເພື່ອ ທຸລະກິດນັບມື້ແຜ່ຫລາຍ, ນອກນັ້ນ ຍັງໄດ້ຕັດ, ຊື້-ຂາຍ ແລະ ເຄື່ອນຍ້າຍໄມ້ທຳມະຊາດປະເພດຫວງຫ້າມໃກ້ ຈະສູນພັນໂດຍບໍ່ໄດ້ຮັບອະນຸຍາດເປັນຈຳນວນຫລາຍ. ຍ້ອນໄລຍະຜ່ານມາ, ການຄຸ້ມຄອງປ່າໄມ້ແມ່ນຍັງຖືເບົາ, ບໍ່ມີຜູ້ຄຸ້ມ ຄອງຕົວຈິງໃນພື້ນທີ່ທັງຂາດງົບປະມານເຄື່ອນໄຫວ, ສ່ວນບ່ອນທີ່ຍັງສາມາດຮັກສາຄວາມເປັນລະບົບໄດ້ກໍມີແຕ່ເຂດທີ່ໄດ້ມີ
ສ່ວນຮ່ວມຂອງປະຊາຊົນ ແລະ ມີທຶນຈາກໂຄງການສະໜັບສະໜູນ, ສະນັ້ນການຈັດຕັ້ງໃຫ້ພະນັກງານຮັບຜິດຊອບຢ່າງຈະ ແຈ້ງໃນແຕ່ລ ເຂດ ແລະ ການຮັບປະກັນໃຫ້ມີງົບປະມານເຄື່ອນໄຫວເປັນສິ່ງທີ່ຕ້ອງໄດ້ເອົາໃຈໃສ່ທົບທວນປັບປຸງໃຫ້ໄວ, ສຳລັບວຽກງານຟື້ນຟູປ່າເພື່ອໃຫ້ມີຄວາມຍືນຍົງນັ້ນ, ຍັງບໍ່ໄດ້ຮັບຄວາມສຳຄັນຄືກັບການຂຸດຄົ້ນໄມ້ມີແຕ່ແຜນການແຕ່ປະ ຕິບັດຕົວຈິງບໍ່ໄດ້, ຍ້ອນງົບປະມານສະໜອງໃຫ້ວຽກງານດັ່ງກ່າວມີໜ້ອຍກ່ວາທີ່ຈະສາມາດເຄື່ອນໄຫວໄດ້ຢ່າງມີໝາກຜົນ ຈຶ່ງເຮັດໃຫ້ປ່າໄມ້ຜະລິດເກືອບທຸກເຂດໃນປັດຈຸບັນເຊື່ອມຄຸນຄ່າລົງເລື້ອຍໆ.

No comments:

Post a Comment