Ad

Ad

16 July 2014

6 ເດືອນຕົ້ນສົກປີນີ້ລາວສາມາດດຶງດູງການລົງທຶນຂອງເອກະຊົນໄດ້ລື່ນແຜນການ 45,7%



         ທ່ານ   ສົມດີ ດວງດີ, ລັດຖະມົນຕີວ່າການກະຊວງແຜນການ  ແລະ ການລົງທຶນໄດ້ໃຫ້ ຮູ້ວ່າ: ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ໃນໄລຍະ 6 ເດືອນ, ຕົ້ນສົກປີນີ້, ສາມາດດຶງດູດການລົງພາກເອກະຊົນທັງພາຍໃນ ແລະ ຕ່າງປະ ເທດໄດ້ 713 ໂຄງການ, ມີມູນຄ່າ 3.060 ລ້ານໂດລາສະຫະລັດ ຫຼື ປະມານ 24.458 ຕື້ກີບ, ລື່ນແຜນການປີ, ປະ ມານ 45,7%, ໃນນີ້ ທຶນນຳເຂົ້າຕົວຈິງທີ່ສັງລວມໄດ້ ໃນມີຈຳນວນ 396 ລ້ານໂດລາສະຫະລັດ ຫຼື ປະມານ 3.648% ຕື້ກີ ບ, ໃນນັ້ນເປັນວັດຖຸອຸປະກອນ, ເຄື່ອງຈັກ, ພາຫະນະ ແລະ ເຄື່ອງຮັບໃຊ້ໂຄງການ 158 ລ້ານ ໂດລາສະຫະລັດ ແລະ ເງິນ ສົດຜ່ານທະນາຄານ 238 ລ້ານໂດລາສະຫະລັດ, ຂະແໜງທີ່ມີການລົງທຶນຫຼາຍແມ່ນການລົງທຶນທົ່ວໄປມີ 686 ໂຄງການ, ມີ ມູນຄ່າ 2.600 ລ້ານໂດລາສະຫະລັດ, ຮອງລົງມາແມ່ນຂະແໜງພະລັງງານໄຟຟ້າ, ມີມູນຄ່າ 383 ລ້ານໂດລາສະຫະລັດ, ຂະ ແໜງບໍ່ແຮ່ 9 ໂຄງການ, ມີມູນຄ່າ 60 ລ້ານໂດລາສະຫະລັດ ແລະ  ພົ້ນເດັ່ນແມ່ນໂຄງການເຂື່ອນໄຟຟ້ານ້ຳໄຜ່, ຊຶ່ງມີມູນ
ຄ່າການລົງທຶນເຖິງ 218 ລ້ານໂດລາສະຫະລັດ, ໂຄງການເຂື່ອນໄຟຟ້ານ້ຳຕົກນ້ຳຊັນ 3A ມີມູນຄ່າການລົງທືນ 97 ລ້ານໂດລາ ສະຫະລັດ ແລະ ໂຄງການໄຟຟ້າຕົກນ້ຳຊັນ 3B ມີຄູນຄ່າການລົງທຶນປະມານ 68 ລ້ານໂດລາສະຫະລັດ ແລະ ນອກນັ້ນຍັງມີ ຫຼາຍໂຄງການສືບຕໍ່ດຳເນີນການເປັນປົກກະຕິ ເຊັ່ນ: ໂຄງການໄຟຟ້າຄວາມຮ້ອນຫົງສາ, ໂຄງການໄຟຟ້ານ້ຳຂອງໄຊຍະບູລີ, ໂຄງການເຊກະໝານ 1, ນ້ຳອູ 5 ແລະ ອື່ນໆ, ຄຽງຄູ່ກັນນີ້ກໍມີຫຼາຍໂຄງການໃນເຂດເສດຖະກິດພິເສດ ແລະ ສະເພາະກໍໄດ້ ຮັບການອະນຸມັດ ແລະ ສືບຕໍ່ເຄື່ອນໄຫວໄດ້ດີອັນໄດ້ປະກອບສ່ວນສຳຄັນເຂົ້າໃນການສ້າງສາພັດທະນາປະເທດຊາດເປັນຢ່າງ ດີ.

No comments:

Post a Comment