Ad

Ad

16 July 2014

ກະຊວງ​ສຶກສາ​ມີມາດ​ຕະການ​ເດັດຂາດ​ຕໍ່​ຜູ້​ນຳ​ໃຊ້​ໃບປະກາດ​ປອມ



        ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ສຶກສາ​ທິການ ແລະ ກິລາ ​ທ່ານ ດຣ. ພັນ​ຄຳ ວິພາ​ວັນ ໄດ້​ຊີ້​ແຈງ​ກ່ຽວ​ກັບ​ບັນຫາ​ການ​ປອມ​ແປງ​​ໃບປະ ກາສະນີຍະ​ບັດຕໍ່​​ກອງ​ປະຊຸມ​ສະ​ໄໝ​ສາມັນ ເທື່ອທີ 7 ຂອງ​ສະພາ​ແຫ່ງ​ຊາດ ໃນ​ທ້າຍ​ອາທິດ​ຜ່ານ​ມາ, ຊຶ່ງ​ແມ່ນ​ປະກົດ​ການ​ຫຍໍ້​ທໍ້​ຂອງ​ຂະ​ແໜງ​ການ​ສຶກສາ​ໃນ​ປັດ ຈຸບັນ ໂດຍບັນຫາ​ນີ້​ນັບ​ວ່າ​ມີ​ລັກສະນະ​ສືບຕໍ່​ແຜ່​ລາມ, ທາງ​ກະຊວງ​ສຶກສາ​ທິການ ແລະ ກິລາຮ່ວມ​ກັບ​ພາກສ່ວນ​ກ່ຽວຂ້ອງ​ດຳ​​ເນີນ​ມາດ​ຕະການ​ສະ​ກັດ​ກັ້ນ​ປາກົດ​ການ​ດັ່ງກ່າວ​ໃຫ້​ມີ​ຄວາມ​ສະຫງົບ​ໃນ​ທົ່ວ​ສັງຄົມ.
     ທ່ານ ຮອງ​ນາຍົກລັດຖະມົນຕີ ໄດ້​ຢືນຢັນ​ວ່າ: ບັນຫາ​ນີ້​ໄດ້​ເກີດ​ຂຶ້ນ​ຍ້ອນ​ແນວ​ຄິດ​ສວຍ​ໂອກາດ, ເຫັນ​ແກ່​ຕົວ, ຕົວະ​ຕົ້ມ​ຕົນ​ເອງ, ການຈັດ​ຕັ້ງ, ສັງຄົມ ​ແລະ ບໍ່​ນັບ ຖືລະບຽບ​ກົດໝາຍ. ໃນ​ໄລຍະ​ຜ່ານ​ມາກະຊວງ​ສຶກສາ​ທິການ ແລະ ກິລາ ​ໄດ້​ກວດ​ພົບ​ເຫັນ​ປະ ກາສະນີຍະບັດ​ປອມ​ຈົບ​ຊັ້ນ​ມັດ​ທະ​ຍົມ​ຕອນ​ປາຍ​ຈຳນວນ 176 ໃບ ​ແລະ ຈົບ​ບາ​ງຄະນະ​ຂອງ​ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ຈຳ ນວນ​ໜຶ່ງທີ່ຢູ່​ໃນ​ການ​ຄອບ​ຄອງ​ຂອງ​ຜູ້​ນຳ​ໃຊ້ ແລະ ​ໄດ້​ກວດພົບ​ບຸກຄົນ​ຈຳນວນ​ໜຶ່ງທີ່​ຜະລິດ ແລະ ອອກ​ໃບ​
ປະກາດ​ປອມ. ຕໍ່​ບັນຫາ​ດັ່ງກ່າວ​ກະຊວງ​ສຶກສາ​ທິການ ແລະ ກິລາ ​ໄດ​້ດຳ​ເນີນ​ບາງ​ມາດ​ຕະການ​ທີ່​ສຳຄັນ​ຄື: ຕໍ່​ຜູ້​ທີ່​ມີ ແລະ ນຳ​ໃຊ້​ໃບ​ປະກາດ​ປອມທາງ​ກະຊວງ​ສຶກສາ​ທິການ ແລະ ກິລາ ​ແລະ ມະຫາວິທະຍາ​ໄລ​ແຫ່ງ​ຊາດ ​ໃນ​ຖານະ​ຜູ້​ຮັບຜິດ ຊອບ​ອອກ​ໃບ​ປະກາດ​ທີ່​ຖືກ​ຕ້ອງຕາ​ມກົດໝາຍ​ໄດ້​ອອກ​ຄຳ​ສັ່ງ​ລົບ​ລ້າງ​ປະກາສະ​ນີຍະ​ບັດ​ປອມ​ດັ່ງກ່າວ ພ້ອມ​ສັ່ງ​ໃຫ້​ໂຈະ​ການ​ຮຽນ​ໂດຍ​ທັນທີ ສຳລັບ​ຜູ້​ທີ່​ກຳລັງ​ຮຽນ​ຢູ່​ໃນ​ສະ​ຖາ​ບັນ​ອາຊີວະ​ສຶກ ສາ ​ແລະ ມະ​ຫາ​ວິທະຍາ​ໄລ​ທັງ​ພາກ​ລັດ ​ແລະ ​ເອກະ​ຊົນ, ສຳລັບ​ຜູ້​ທີ​່ຮຽນ​ຈົບ ​ຫລື ຜູ້​ທີ່​ເປັນ​ພະ ນັກງານ​ແລ້ວ​ນັ້ນ ໄດ້​ແຈ້ງ​ໃຫ້​ກົມ​ກອງ​ຜູ້ກ່ຽວ​ຮັບ​ຊາບ ​ແລະ ສະ​ເໜີ​ໃຫ້​ພາກສ່ວນ​ກ່ຽວຂ້ອງ​ປະຕິ ບັດ​ວິ​ໃນຕໍ່​ຜູ້ກ່ຽວ​ຕາມ​ລະບຽບ​ຫລັກ​ການພ້ອມ​ດຽວ​ກັນ​ກໍ​ໄດ້​ສົ່ງ​ສຳນວນ​ລາຍ​ຊື່​ພວກ​ກ່ຽວ​ໃຫ້​ເຈົ້າໜ້າ​ທີ່​ສືບຕໍ່​ດຳ​ເນີນ​ຕາມ​ລະ ບຽບ​ກົດໝາຍ. ສະ​ເພາະ​ຕໍ່​ຜູ້​ຜະ ລິດ​ ​ແລະ ອອກ​ໃບ​ປະກາດ​ປອມ ທາງ​ກະຊວງ​ສຶກສາ​ທິການ ແລະ ກິລາ ​ໄດ້​ສົມທົບ ​ແລະ ລາຍ​ງານ​ໃຫ້​ເຈົ້າ​ໜ້າ​ທີ່​ກ່ຽວຂ້ອງນຳ​ເອົາ​ພວກ​ກ່ຽວ​ໄປ​ລົງ​ໂທດ​ຕາມ​ລະ ບຽບ​ກົດໝາຍ.
     ທ່ານ ຮອງ​ນາຍົກ​ລັດຖະມົນຕີ ລັດຖະມົນຕີ​ວ່າການ​ກະຊວງ​ສຶກ ສາທິການ ແລະ ກິລາ  ຍັງ​​ໄດ້​ຍົກ​ໃຫ້​ເຫັນ​ວິທີ​ການ​ແກ້ ໄຂລວມກ່ຽວ​ກັບ​ການ​ປອມ​ແປງ​ໃບ​ປະ ກາດ, ຊຶ່ງ​ໃນ​ນີ້​ລັດຖະມົນຕີ​ກະ ຊວງ​ສຶກສາ​ທິການ ແລະ ກິລາ ນອກຈາກ​ ໄດ້​ອອກ​ຄຳ​ສັ່ງ​ໃຫ້​ທຸກ​ອົງການ​ຈັດ​ຕັ້ງ​ທັງ​ພາກ​ລັດ ແລະ ​ເອກະ​ຊົນ ໃນ​ທົ່ວ​ປະ​ເທດ ໂດຍ​ມອບ​ໃຫ້​ທຸກ​ອົງການ​ຈັດ​ຕັ້ງ​ທີ່​ກ່ຽວຂ້ອງ​ເປັນ​ເຈົ້າ​ການ​ຕິດ ຕາມ ​ແລະ ກວດກາ​​ເອກະສານ​ຢັ້ງຢືນວຸດ​ທິກ​ານສຶກສາ​ຜູ້​ທີ່ຢູ່​ໃນ​ການ​ຄຸ້ມ​ຄອງ​ຂອງ​ອົງການ​ຕົນ ນັບ​ທັງ​ຜູ້​ສະໝັກ​ເຂົ້າ​ເຮ​ັດວຽກ​ໃໝ່ຖ້າ​ພົບ​ເຫັນ​ຜູ້​ທີ່​ນຳ​ໃຊ້​ໃບ​ປະ ກາດ​ປອມກໍໃຫ້​ດຳ​ເນີນ​ໄປ​ຕາມ​ລະບຽບ​ກົດໝາຍ. ກະຊວງ​ສຶກ ສາ​ທິການ ແລະ ກິລາ ຈະ​ໄດ້​ປັບ ປຸງ​ຄືນ​ໃໝ່​ລະບົບ​ການ​ຕິດຕາມ​ການ​ເຂົ້າ​ຮຽນ, ຜົນ​ການ​ຮຽນ ແລະ ການ​ເຄື່ອນ​ຍ້າຍ​ຂອງ​ນັກ ຮຽນ-ນັກ​ສຶກສາ​ແຕ່ລະຄົນນັບ​ແຕ່​ມື້​ເຂົ້າ​ຮຽນ​ປີ​ທີ 1 ຫລື ປີ​ກຽມຈົນ​ຮອດ​ປີ​ສຸດ​ທ້າຍ​ຂອງ​ຊັ້ນ​ຮຽນ​ນັ້ນໆ​, ຈະ​ປັບປຸງ​ລະ​ບົບການ​ກວດກາ​ສົ້ນ​ເຂົ້າ ​ແລະ ສົ້ນ​ອອກ​ຂອງ​ນັກຮຽນ-ນັກ​ສຶກສາ​ແຕ່​ລະ​ຊັ້ນແຕ່​ລະສາຍ​ໃນ​ແຕ່​ລະ​ລຸ້ນ​ໃຫ້​ເຄັ່ງ​ຄັດ, ຊັດ​ເຈນ ແລະ ​ເດັດຂາດ, ໂດຍ​ນຳ​ໃຊ້​ລະບົບ​ອີ​ເລັກ​ໂທ​ນິກ, ​ເວ​ບ​ໄຊ​ໃຫ້​ເຊື່ອມ​ສານ​ຫາ​ກັນ​ໄດ້​ສະດວກ​ຂຶ້ນ​ລະຫວ່າງ​ຂະ​ແໜງ​ການ​ສຶກສາ ​ແລະ ກິລາກັບ​ພາກສ່ວນ​ກ່ຽວ​ຂ້ອງ​ອື່ນໆ. ປັບປຸງ ​ແລະ ​ແບ່ງ​ຄວາມ​ຮັບຜິດ ຊອບ​ຄືນ​ໃໝ່​ການ​ແບ່ງ​ຂັ້ນ​ຄຸ້ມ​ຄອງລະຫວ່າງກະຊວງ​ສຶກສາ​ທິ ການ ແລະ ກິລາ ກັບທ້ອງ​ຖິ່ນ ແລະ ສະ​ຖາ​ບັນ​ການ​ສຶກສາ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ, ການ​ຜະລິດ ແລະ ການ​ອອກ​ໃບ​ປະກາດ​ຈົບ​ຊັ້ນ​ຂອງ​ແຕ່​ລະ​ຊັ້ນ​ຮຽນ. ພິ​ເສດ​​ທົ່ວ​ສັງຄົມ​ຕ້ອງ​ເປັນ​ເຈົ້າການ​ຮ່ວມ​ກັນ​ໃນ​ການ​ຕ້ານ, ສະກັດ​ກັ້ນ ແລະ ​ແກ້​ໄຂ​ບັນຫາ​ດັ່ງ ກ່າວ ໂດຍ​ເລີ່​ມຈາກ​ບໍ່​ໃຫ້​ຄວາມ​ຮ່ວມ​ມື​ກັບ​ກຸ່ມ​ຄົນ​ທີ່​ເຄື່ອນ​ໄຫວ​ເພື່ອ​ປອມ​ແປງ​ໃບ​ປະກາດ, ບໍ່​ເຮັດ, ບໍ່​ໃຊ້​ໃບ​ປະກາດ​ປອມ, ສົ່ງ​ຂໍ້ມູນ​ທີ່​ກ່ຽວຂ້ອງ​ກັບ​ການ​ປອມ​ແປງ​ໃບ​ປະກາດ​ໃຫ້​ພາກສ່ວນ​ກ່ຽວຂ້ອງ ແລະ ​ເຈົ້າ​ໜ້າ​ທີ່​ຮັບ​ຊາບ​ໂດຍ​ດ່ວນ ເພື່ອ​ແກ້​ໄຂ​ຕາມ​ລະບຽບ​ກົດໝາ​ຍຢ່າງ​ທັນ​ການ.

No comments:

Post a Comment