Ad

Ad

16 July 2014

ຫາລືສ້າງພູເບ້ຍເປັນແຫລ່ງທ່ອງທ່ຽວ



      ໃນວັນທີ 15 ກໍລະກົດນີ້, ຢູ່ນະຄອນຫລວງວຽງຈັນ, ໄດ້ມີສຳມະນາກ່ຽວກັບ ການພັດທະນາພູເບ້ຍໂດຍການເປັນປະ ທານຂອງທ່ານ ອາຊາງ ລາວລີ ຮອງນາຍົກ ລັດຖະມົນຕີ ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ, ມີທ່ານ ສົມບັດ ເຢຍລີເຮີ ເຈົ້າແຂວງໆໄຊສົມບູນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
        ຊຸດສຳມະນາຄັ້ງນີ້, ໄດ້ປຶກສາຫາລືແລກປ່ຽນຄວາມຄິດເຫັນກ່ຽວກັບການ ພັດທະນາພູເບ້ຍ ເພື່ອໃຫ້ກາຍເປັນແຫລ່ງ ທ່ອງທ່ຽວທີ່ໜ້າທ່ຽວຊົມແຫ່ງໜຶ່ງ ຂອງ ສປປ ລາວ, ພ້ອມທັງປຶກສາຫາລືກ່ຽວກັບປະຫວັດຄວາມເປັນມາໃນການກຳເນີດ, ສະຖານທີ່ຕັ້ງ, ລັກສະນະ ແລະ ວັນ, ເດືອນ, ປີ ຫລື ໄລຍະທີ່ຕັ້ງຊື່ຂອງພູເບ້ຍພ້ອມນັ້ນຍັງໄດ້ຮັບຟັງການຜ່ານບົດລາຍງານ ເບື້ອງຕົ້ນກ່ຽວກັບການພັດທະນາພູເບ້ຍວ່າ: ການພັດທະນາພູເບ້ຍໃຫ້ກາຍເປັນແຫລ່ງທ່ອງທ່ຽວນັ້ນ, ກ່ອນອື່ນໝົດຕ້ອງປົກ ປັກຮັກສາປ່າໄມ້ ແລະ ທຳມະຊາດທີ່ອຸດົມສົມບູນໄວ້ໃຫ້ມີຄວາມຍືນຍົງຕະຫລອດໄປ, ຟື້ນຟູປ່າໄມ້ທຳມະຊາດ ແລະ ຈັດສັນ
ໃຫ້ສວຍງາມສາມາດຈັດເປັນສະຖານທີ່ທ່ອງທ່ຽວແບບອະນຸລັກທຳມະຊາດ, ຈັດໃຫ້ມີກິດຈະກຳເພື່ອໄປທ່ຽວຊົມການດຳລົງ ຊີວິດຂອງຝູງສັດແຕ່ລະຊະນິດຕາມລະດູການໃນແຕ່ລະປີ, ຈັດສັນສະຖານທີ່ທຳມະຊາດເພື່ອຈັດເປັນເສັ້ນທາງຍ່າງຊົມປ່າເສັ້ນ ທາງສະເພາະຂີ່ລົດຖີບ, ລົດຈັກເພື່ອທ່ຽວຊົມປ່າເທິງຈອມພູເບ້ຍ, ນອກນີ້ຕ້ອງຟື້ນຟູອ່າງນ້ຳໃຫຍ່ເພື່ອເປັນບ່ອນລ້ຽງປາ,​ສາ ມາດເປັນສະຖານທີ່ແຂ່ງຂັນເຮືອປະເພນີ ຫລື ສາມາດຂັບຂີ່ແຈັດສະກີໄດ້, ຄຽງຄູ່ກັນນັ້ນ ສິ່ງທີ່ຈຳເປັນຈະຕ້ອງເຮັດກໍຄືການ ພັດທະນາດ້ານພື້ນຖານໂຄງລ່າງໂດຍສະເພາະສ້າງເສັ້ນທາງຂຶ້ນພູເບ້ຍເຊິ່ງມີຄວາມຍາວປະມານ 40 ກິໂລແມັດປູຢາງສອງຊັ້ນ ເພື່ອສາມາດທຽວໄດ້ສະດວກສະບາຍຕະຫລອດປີ, ມີເຮືອນສຳລັບພັກຜ່ອນ, ມີຮ້ານອາຫານ, ຮ້ານຂາຍເຄື່ອງທີ່ລະນຶກ, ຈັດ ສວນພຶກສາຊາດໂດຍເນັ້ນປູກດອກໄມ້ເມືອງໜາວ, ສວນນ້ຳພຸ, ຕິດຕັ້ງລະບົບໄຟຟ້າ, ລະບົບບຳບັດນ້ຳເປື້ອນ, ນ້ຳໃຊ້ຄົບຊຸດ, ມີສະຖານທີ່ຈອດລົດ, ມີຫ້ອງນ້ຳສາທາລະນະ ແລະ ລະບົບຮັກສາຄວາມສະອາດ ຫລື ອີກທາງໜຶ່ງອາດຈະລົງທຶນສ້າງກະ ຕ່າລອຍຟ້າຂຶ້ນໄປຈອມພູເບ້ຍເພື່ອຊົມທິວທັດທຳມະຊາດທີ່ສວຍສົດງົດງາມຢູ່ບໍລິເວນດັ່ງກ່າວທັງໝົດທີ່ກ່າວມານັ້ນຕ້ອງ ໄດ້ມີການອອກແບບ ແລະ ສຳຫລວດເປັນຢ່າງດີສ່ວນການຈັດຕັ້ງປະຕິບັດນັ້ນແມ່ນເຮັດໄປເທື່ອລະຂັ້ນຕອນທັງນີ້ເພື່ອຮັບ ປະກັນທາງດ້ານງົບປະມານ ຫລື ອາດຈະເຮັດລັກສະນະມອບເໝົາໃຫ້ເອກະຊົນມີສ່ວນຮ່ວມໃນການພັດທະນາຕາມຄວາມ ເໝາະສົມ.
      ໂອກາດດັ່ງກ່າວ, ທ່ານ ອາຊາງ ລາວລີ ເນັ້ນໃຫ້ພາກສ່ວນທີ່ກ່ຽວຂ້ອງກຳແໜ້ນ ແລະ ມີຄວາມຮັບຮູ້ທີ່ເປັນເອກະພາບ ກ່ຽວກັບປະຫວັດຄວາມເປັນມາຂອງພູເບ້ຍ, ບຸກຄົນຜູ້ທີ່ຕັ້ງຊື່ພູເບ້ຍ, ວັນ, ເດືອນ, ປີທີ່ຕັ້ງຊື່ພູເບ້ຍ, ຕ້ອງຊອກໃຫ້ໄດ້ຂໍ້ມູນທີ່ ຈະແຈ້ງ  ແລະ ຖືກຕ້ອງກັບສະພາບຕົວຈິງ, ມີເຫດມີຜົນອ້າງອີງ ແລະ ມີສິ່ງຢັ້ງຢືນໂດຍອີງໃສ່ຮ່ອງຮອຍທາງປະຫວັດສາດ ຂອງລາວເຮົາ, ພ້ອມນັ້ນທ່ານຍັງມີຄຳເຫັນແນະນຳໃຫ້ພາກສ່ວນທີ່ກ່ຽວຂ້ອງນຳໄປປຶກສາຫາລື ແລະ ຈັດຕັ້ງປະຕິບັດເພື່ອ ໃຫ້ບັນດາຈຸດປະສົງລະດັບຄາດໝາຍທີ່ໄດ້ວາງໄວ້ປະກົດຜົນເປັນຈິງໃນຕໍ່ໜ້າ.

No comments:

Post a Comment