Ad

Ad

17 July 2014

​ເຕືອນ​ໄພ​ພະຍຸ



     ອຸ​ຕຸ​ນິຍົມ​ເຕືອນ​ວ່າ: ຮ່ອງ​ມໍ​ລະ​ສຸມ​ທີ່​ມີ​ກຳລັງ​ປານ​ກາງຫາ​ແຮງ ຍັງ​ສືບຕໍ່​ພັດ​ຜ່ານ​ຢູ່​ທົ່ວ​ທຸກ​ພາກ​ຂອງ​ລາວ, ປ່ອງ​ເຂົ້າ​ສູ່​ພະຍຸ ຣາມມະ​ສູນ RAMMASUN ຫົວທີ 9, ປັດຈຸບັນ​ມີ​ຈຸດ​ທີ່​ຕັ້ງ​ຢູ່​ເສັ້ນ​ຂະໜານ​ທີ່ 14.2 ອົງສາ​ເໜືອ ​ແລະ ​ເສັ້ນ​ແວງ 120.4 ອົງສາ​ຕາ​ເວັນ​ອອກ, ​ເຄື​່ອນທີ່​ໄປ​ທາງ​ທິດຕາ​ເວັນ​ຕົກ​ດ້ວຍ​ຄວາມ​ໄວ 30 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ ​ແລະ    ຄ​າດວ່າ​ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ 17 ກໍລະກົດ 2014ນີ້ ຈະ​ເຄື່ອນ​ທີ່​ເຂົ້າ​​ໃກ້​ຝັ່ງ​ທະ​ເລ​ປະ​ເທດ​ຫວຽດ ນາມ ​ແລະ ​ໃນ​ວັນ​ທີ 18 ກໍລະກົດ 2014 ຈະ​ພັດ​ຜ່ານ​ເຂົ້າ​ຝັ່ງ​ທະ​ເລ​ທາງ​ຕອນ​ເໜືອ​ຂອງ​ປະ​ເທດ​ຫວຽດນາມ, ຊຶ່ງ​ວົງ​ລັດສະ​ໜີ​ຂອງ​ພະຍຸ​ຈະ​ກວມ​ເອົາ​ບັນດາ​ແຂວງ​ພາກ​ເໜືອ ຫາພາກ​ກາງ ຂອງ​ລາວ, ຊຶ່ງ​ນັບ​ແຕ່​ວັນ​ທີ 17-19 ກໍລະກົດ 2014 ຈະ​ມີ​ຝົນ ຕົກ​ໜັກ, ຟ້າ​ຄະນອງ, ລົມ​ແຮງ​ຢູ່​ບັນດາ​ແຂວງ​ສະຫວັນ​ນະ​ເຂດ, ຄຳ​ມ່ວນ, ບໍລິ​ຄຳ​ໄຊ, ​ແຂວງ​ວຽງ​ຈັນ, ​ໄຊ​ສົມບູນ, ຊຽງ​ຂວາງ, ຫົວພັນ ແລະ ​ແຂວງ​ຜົ້ງ​ສາລີ ນັບ​ທັງ​ນະ ຄອນຫລວງ​ວຽງ​ຈັນ​.

     ດັ່ງ​ນັ້ນ, ຈຶ່ງ​ຂໍ​ແຈ້ງ​ເຕືອນ​ເຖິງ​ອຳນາດ​ການ​ປົກຄອງ​ທຸກ​ພາກ ສ່ວນ ແລະ ພໍ່​ແມ່​ປະຊາຊົນ​ທີ່​ອາ​ໃສ​ຢູ່​ໃນ​ບັນດາ​ເຂດ​ແຂວງ​ດັ່ງ ກ່າວ ຈົ່ງ​ມີ​ສະຕິ​ລະມັດລະວັງຕໍ່​ສະພາບ​ຝົນຕົກ​ໜັກ, ລົມ​ແຮງ​ຈະ​ເຮັດ​ໃຫ້​ລະດັບ​ນ້ຳ​ສາຂາ​ສູງ​ຂຶ້ນ ພ້ອມ​ມີ​ດິນ​ເຈື່ອນ, ດັ່ງ​ນັ້ນ ຈຶ່ງ​ຮຽກຮ້ອງ​ໃຫ້​ກຽມພ້ອມ​ມ້ຽນ​ມັດ​ວັດຖຸ​ສິ່ງ​ຂອງ ​ແລະ ສັດລ້ຽງ​ໄປ​ໄວ້​ບ່ອນ​ທີ່​ປອດ​ໄພ. ຂໍ​ໃຫ້​ຕິດ ຕາມ​ການ​ລາຍ​ງານ​ຂ່າວ​ພະຍາ ກອນ​ອາກາດ​ຈາກ​ກົມ​ອຸຕຸ​ນິຍົມ ແລະ ອຸ​ທົກ​ກະສາ​ດ​ເປັນ​ປະຈຳ.

No comments:

Post a Comment