Ad

Ad

23 February 2017

ສານນະຄອນຫລວງຕັດສີນລົງໂທດຜູ້ຄ້າຢາເສບຕິດຈໍາຄຸກຕະຫລອດຊີວິດ

           ໃນວັນທີ 21 ກຸມພານີ້ສານປະຊາຊົນນະຄອນຫລວງວຽງຈັນ, ໄດ້ຕັດສິນລົງໂທດທ້າວ ເພັງຊົງ ອາຍຸ 23 ປີຢູ່ບ້ານໜອງສອງຫ້ອງ, ເມືອງໄຊທານີ ນະຄອນຫລວງວຽງຈັນໃຫ້ຈໍາຄຸກຕະຫລອດຊີວິດ, ໃນຂໍ້ຫາຄ້າຂາຍຢາເສບຕິດ, ເຊິ່ງຄະດີມີຢູ່ວ່າ: ທ້າວ ເພັງຊົງ ໄດ້ເຄື່ອນໄຫວຊື້-ຂາຍຢາເສບຕິດມາແຕ່ຕົ້ນປີ 2016 ໂດຍຊື້ນຳທ້າວ ທອງວ່າງ ອາຍຸ 22 ປີຢູ່ບ້ານດຽວກັນແລ້ວໄປຂາຍໃຫ້ຊາວໜຸ່ມພາບໃນບ້ານ ແລະ ບ້ານໃກ້ຄຽງ. ຕົກມາວັນທີ 1 ມິຖຸນາ 2016 ທ້າວ ເພັງຊົງ ໄດ້ໄປເອົາຢາບ້ານໍາທ້າວ ທອງວ່າງ ຢູ່ເຂດບ້ານເກົ້າລ້ຽວ, ເມືອງສີໂຄດຕະບອງຈໍານວນ 3 ມັດ, ຈາກນັ້ນກໍໄດ້ເອົາໄປສົ່ງໃຫ້ລູກຄ້າທີ່ນັດຊື້ຢູ່ບ້ານພັກແຫ່ງໜຶ່ງຢູ່ບ້ານນາລ້ອນ, ເມືອງໄຊທານີ, ແຕ່ຖືກເຈົ້າໜ້າທີ່ຈັບຕົວມາດໍາເນີນຄະດີໄດ້ເສຍກ່ອນ ແລະ ຖືກສານຕັດສີນລົງໂທດຕາມລະບຽບກົດໝາຍດັ່ງກ່າວ.

No comments:

Post a Comment