Ad

Ad

23 February 2017

ລົງນາມຮ່ວມມືຈຳໜ່າຍເຄື່ອງຮັບສັນຍານໂທລະພາບຜ່ານດາວທຽມລາວ

ພາບ-ຂ່າວ : ຫນັງສືພິມ ປກສ
          ພິທີລົງນາມສັນຍາຮ່ວມມືຈຳໜ່າຍເຄື່ອງຮັບສັນຍານໂທລະພາບຜ່ານດາວທຽມລາວລະຫວ່າງທ່ານ ດິງ ຢົງປິງ ອຳນວຍການໃຫຍ່ບໍລິສັດດາວທຽມລາວ ເອເຊຍ-ປາຊີຟິກ (LAOSAT) ແລະ ທ່ານ ອຸດາສັກ ຫລ້າສຸກັນ ປະທານກຸ່ມບໍລິສັດ ເອອີເຄ ຈຳກັດຜູ້ດຽວ (AEK) ໄດ້ມີຂຶ້ນໃນວັນທີ 21 ກຸມພານີ້, ເພື່ອຮ່ວມກັນພັດທະນາການບໍລິການໂທລະພາບ ຜ່ານດາວທຽມລາວໃຫ້ມີຄວາມກ້າວໜ້າກວ້າງຂວາງໃນທົ່ວປະເທດ.

          ສໍາລັບ LAOSAT ແມ່ນໄດ້ຮັບອະນຸຍາດຈາກລັດຖະບານລາວໃຫ້ສຳປະທານດາວທຽມລາວ 1 ເພື່ອດຳເນີນທຸລະກິດໃຫ້ເກີດຜົນປະໂຫຍດສູງສຸດຕໍ່ການພັດທະນາເສດຖະກິດ-ສັງຄົມ ແລະ ສ້າງສາພັດທະນາປະເທດຊາດ.    

  ໂທລະພາບຜ່ານດາວທຽມແມ່ນບໍລິການທີ່ມີຄວາມສຳຄັນໃນການນຳເອົາແນວທາງນະໂຍບາຍພັກ, ແຜນພັດທະນາເສດຖະກິດ-ສັງຄົມຂອງລັດເຜີຍແຜ່ໄປສູ່ຮາກຖານການຜະລິດໃຫ້ທົ່ວເຖິງໃນຂອບເຂດທົ່ວປະເທດ ແລະ ບັນດາປະເທດໃກ້ຄຽງ, ໂດຍສະເພາະນໍາເອົາເນື້ອຫາສາລະມາສູ່ປະຊາຊົນລາວໄດ້ຮັບຊົມຊ່ອງສັນຍານໂທລະພາບຄຸນນະພາບສູງ, ພາບແຈ້ງ, ສຽງສົດໃສ ເຊິ່ງເຄື່ອງຮັບສັນຍານ LAOSAT HD ບັນຈຸຊ່ອງລາຍການໂທລະພາບທັງໝົດ 60 ຊ່ອງ ແລະ ຮັບຊົມຟຣີ 19 ຊ່ອງ. ໃນນີ້ມີຊ່ອງລາຍການໂທລະພາບຂອງລາວ 6 ຊ່ອງເພື່ອໃຫ້ປະຊາຊົນລາວໄດ້ຕິດຕາມຮັບຊົມຂ່າວພາຍໃນ ແລະ ຕ່າງປະເທດ.

No comments:

Post a Comment