Ad

Ad

23 February 2017

ລາວຫາລືວຽກງານຜະລິດສິນຄ້າໜຶ່ອງເມືອງໜຶ່ງຜະລິດຕະພັນ ( ODOP )

ກົມສົ່ງເສີມການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າຮ່ວມກັບຂະແໜງການກ່ຽວຂ້ອງ ແລະ ຜູ້ປະກອບການໄດ້ຈັດກອງປະຊຸມປຶກສາຫາລືຖອດຖອນບົດຮຽນວຽກງານການຜະລິດສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ ຫຼື ໂອດ໋ອບ ( ODOP ) ຂຶ້ນໃນວັນທີ 22 ກຸມພານີ້, ທີ່ ນະຄອນຫຼວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານ ພັນທອງ ພິດທຸມມາ ຮອງລັດຖະມົນ ຕີກະຊວງອຸດສາຫະກຳ ແລະ ການຄ້າ, ພ້ອມດ້ວຍຜູ້ຕາງໜ້າພະແນກອຸດສາຫະກຳ ແລະ ການຄ້າທົ່ວປະເທດ ແລະ ຜູ້ປະກອບການເຂົ້າຮ່ວມເປັນຈຳນວນຫຼາຍ.

ທ່ານ ຮອງລັດຖະມົນຕີກ່າວວ່າ: ກອງປະຊຸມຄັ້ງນີ້ມີຄວາມໝາຍສຳຄັນຫຼາຍເພາະວ່າເປັນຄັ້ງທຳອິດທີ່ປະເທດເຮົາມີການສະຫຼຸບການຈັດຕັ້ງປະຕິບັດນະໂຍບາຍສົ່ງເສີມຜະລິດສິນຄ້າ ໂອດ໋ອບທີ່ພັກ ແລະ ລັດຖະບານພວກເຮົາໄດ້ວາງອອກ, ຊຶ່ງນະໂຍບາຍດັ່ງກ່າວແມ່ນໄດ້ລິ ເລີ່ມມາແຕ່ປີ 2000 ໂດຍແນ່ໃສ່ຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າຫຼາຍຂຶ້ນ, ເປັນຕົ້ນແມ່ນສິນຄ້າທີ່ມີທ່າແຮງຂອງແຕ່ລະທ້ອງຖິ່ນທີ່ປະຊາຊົນມີມູນເຊື້ອ ແລະ ມີການຜະລິດມາແລ້ວ, ເປັນພູມປັນຍາຂອງປະຊາຊົນ, ໂດຍການເຕົ້າໂຮມເປັນກຸ່ມການຜະລິດ, ຄອບຄົວຕົວແບບເຮັດໃຫ້ຜະລິດຕະພັນສິນຄ້ານັບມື້ີມີຄຸນນະພາບດີຂື້ນ ແລະ ເໝາະສົມກັບຄວາມຮຽກຮ້ອງຕ້ອງການຂອງຕະຫຼາດ, ກໍຄືຜູ້ບໍລິໂພກທັງພາຍໃນ ແລະ ຕ່າງປະເທດ, ຮັບໃຊ້ໃຫ້ແກ່ການທ່ອງທ່ຽວ, ສ້າງລາຍຮັບໃຫ້ແກ່ຄອບຄົວ, ກ້າວໄປສູ່ການລຶບລ້າງຄວາມທຸກຍາກຂອງປະຊາຊົນເທື່ອລະກ້າວ, ໃນໄລຍະຜ່ານມາກະຊວງອຸດສາຫະກຳ ແລະ ການຄ້າ,ໂດຍສະເພາະແມ່ນກົມສົ່ງເສີມການຄ້າກໍໄດ້ມີຄວາມພະຍາຍາມ ແລະ ຄວາມຮັບຜິດຊອບໃນການ ຈັດຕັ້ງປະຕິບັດແນວທາງນະໂຍບາຍດັ່ງກ່າວ, ຊຶ່ງມັນສະແດງອອກໃນປີ 2011 ກະຊວງອຸດສາຫະກຳ ແລະ ການຄ້າໄດ້ປະກອບໃຊ້ກາໝາຍໂອດ໋ອບຢ່າງເປັນທາງການ, ມາຮອດປັດຈຸບັນທົ່ວປະເທດໄດ້ຮັບອະນຸຍາດໃຊ້ກາໝາຍດັ່ງກ່າວແລ້ວ 131 ຫົວໜ່ວຍການຜະລິດ, ມີ 486 ຜະລິດຕະພັນ, ໃນ 127 ບ້ານ, 72 ເມືອງ,ໃນ 17 ແຂວງທົ່ວປະເທດ.

ທ່ານ ຮອງລັດຖະມົນຕີກ່າວວ່າ: ກອງປະຊຸມຄັ້ງນີ້ຈະໄດ້ພ້ອມກັນຮັບຟັງການສະຫຼຸບລາຍງານຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ການປະສານງານ ແລະ ຜົນງານໃນການຈັດຕັ້ງປະຕິບັດນະໂຍບາຍດັ່ງກ່າວໃນໄລຍະທີ່ຜ່ານມາ ແລະ ພ້ອມກັນປະກອບຄຳຄິດເຫັນຢ່າງກົງໄປກົງມາ, ເພື່ອເຮັດແນວໃດໃຫ້ນິຕິກຳທີ່ວາງອອກສອດຄ່ອງກັບຄວາມເປັນຈິງຂອງແຕ່ລະທ້ອງຖິ່ນ, ເຮັດໃຫ້ນະໂຍບາຍການຜະລິດສິນຄ້າໂອດ໋ອບໄດ້ຮັບການຈັດຕ້ງປະຕິບັດດີຂຶ້ນເລື້ອຍໆ ແລະ ປະກອບສ່ວນສ້າງລາຍຮັບໃຫ້ປະຊາຊົນນັບມື້ດີຂື້ນ ແລະ ສ້າງສາພັດທະນາປະເທດຊາດໃຫ້ຮັ່ງມີເຂັ້ມແຂງຂຶ້ນຢ່າງບໍ່ຢຸດຢັ້ງ.

No comments:

Post a Comment