Ad

Ad

23 February 2017

ລາວຂຸ້ນຂ້ຽວຫັນປ່ຽນຈາກການຈ້າງງານນອກລະບົບໄປສູ່ໃນລະບົບ

          ກອງປະຊຸມສໍາມະນາແຫ່ງຊາດກ່ຽວກັບການຮ່າງແຜນປະຕິບັດງານຖະແຫລງການ ວຽງຈັນ ວ່າດ້ວຍການຫັນປ່ຽນຈາກການຈ້າງງານນອກລະບົບໄປສູ່ໃນລະບົບ ເພື່ອກ້າວໄປສູ່ການສົ່ງເສີມວຽກທີ່ມີຄຸນຄ່າ ແລະ ເປັນທໍາໃນອາຊຽນ, ໄດ້ຈັດຂຶ້ນເມື່ອທ້າຍອາທິດຜ່ານມານີ້, ທີ່ແຂວງຈຳປາສັກ, ໂດຍການເປັນປະທານຂອງທ່ານນາງ ໃບຄໍາ ຂັດທິຍະ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະ ຫວັດດີການສັງຄົມ, ມີບັນດາທ່ານຜູ້ຕາງໜ້າ ຈາກກົມອ້ອມຂ້າງກະຊວງເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມໄດ້ມີການເຜີຍແຜ່ຜົນກອງປະຊຸມລັດຖະມົນຕີແຮງງານອາຊຽນຄັ້ງທີ 24 ແລະ ກອງປະຊຸມປິ່ນອອ້ມຕ່າງໆ ແລະ ພ້ອມກັນປະກອບຄຳເຫັນ ເພື່ອປືກສາຫາລືການສ້າງຮ່າງແຜນງານການຈັດຕັ້ງປະຕິບັດຖະແຫລງການດັ່ງກ່າວ ເພື່ອໃຫ້ເຂົ້າໃຈໃນການຈ້າງງານໃນລະບົບ ແລະ ນອກລະບົບຂອງພາກພື້ນ ກໍຄຶສາກົນ ແລະ ເປັນພື້ນຖານໃນການກະກຽມ, ກອງປະຊຸມພາກພື້ນກ່ຽວກັບການສ້າງຮ່າງແຜນງານການຈັດຕັ້ງປະຕິບັດຖະແຫລງການວຽງຈັນວ່າດ້ວຍການຫັນປ່ຽນຈາກການຈ້າງງານນອກລະບົບໄປສູ່ໃນລະບົບ ເພື່ອກ້າວໄປສູ່ການສົ່ງເສີມວຽກທີ່ມີຄຸນຄ່າ ແລະ ເປັນທໍາໃນອາຊຽນ, ທີ່ ສປປ ລາວ ຈະເປັນເຈົ້າພາບຈັດໃນເດືອນມີນາ 2017 ນີ້ໃຫ້ມີຜົນສຳເລັດດີ.

No comments:

Post a Comment