Ad

Ad

23 February 2017

ຢາເສບຕິດ ມັດຈຸລາດຍຸກໂລກາພິວັດ

ຕາມທິດກໍ່າຄິດ, ມາຮອດປັດຈຸບັນ ຫລາຍຄົນຄົງຈະເຂົ້າໃຈ ແລະ ໂລ່ງໃຈໄປແລ້ວຕໍ່ບັນຫາການຕິດຕາມໄລ່ລ່າປາບປາມຢາເສບຕິດຂອງເຈົ້າໜ້າທີ່ຕຳຫລວດເຮົາ. ໃນຜ່ານມາທິດກໍ່າກໍໄດ້ຍິນຫາງສຽງຫລາຍຄົນຈົ່ມໃນສະພາກາເຟ ຫລື ໃນສື່ອອນລາຍຕ່າງໆຫລາຍທັດສະນະ, ຫລາຍຄຳຄິດຄຳເຫັນທີ່ແຕກຕ່າງກັນໄປ. ບັນຫາເດັ່ນທີ່ສຸດແມ່ນຕັ້ງແຕ່ຈັບທ້າວ ໄຊຊະນະ ແກ້ວພິມພາ ໄດ້ຢູ່ເມືອງໄທ ເຮັດໃຫ້ວົງການສື່ຮືຮາພົ້ນເດັ່ນ. ມີຫລາຍຫາງສຽງກໍວ່າທາງຝ່າຍຕຳຫລວດລາວຄືສິມິດໆບໍ່ມີ ທັດສະນະທ່າທີແນວໃດຕໍ່ກັບເລື່ອງນີ້. ຕາມທິດກໍ່ານັ່ງຄິດກ່ຽວກັບເລື່ອງນີ້ແມ່ນມັນເກີດຂຶ້ນຢູ່ບ້ານໃຜບ້ານມັນ, ເປັນວຽກ
ໃຜວຽກມັນ ແລະ ມັນກໍເປັນຈຸດຍຸດທະສາດໃນການປະຕິບັດງານຂອງແຕ່ລະປະເທດ. ສ່ວນໂຕອັນທີ່ຈະມີການປະສານງານຕາມກອບຂອງກົດໝາຍນັ້ນມັນກໍຫາກມີຢູ່ຕ່າງຫາກ. ດັ່ງທ່ານ ພົນຈັດຕະວາ ທອງເຫລັກ ມັງໝໍ່ເມກ ຫົວໜ້າກົມໃຫຍ່ຕຳຫລວດກະຊວງປ້ອງກັນຄວາມສະຫງົບໄດ້ຖະແຫລງຂ່າວໄປແລ້ວໃນວັນທີ 15 ກຸມພານີ້.
ໃນຄວາມເປັນຈິງແລ້ວ, ເວົ້າເລື່ອງການຕິດຕາມໄລ່ລ່າປາບປາມບຸກຄົນ, ກຸ່ມຄົນພົວພັນຊື້ຂາຍຢາເສບຕິດແມ່ນທາງການເຮົາໄດ້ເລີ່ມເຮັດມາແຕ່ເຫິງແລ້ວ ໂດຍສະເພາະແມ່ນນັບແຕ່ລັດຖະ ບານຊຸດທີ 8 ໄດ້ກ້າວເຂົ້າມາບໍລິຫານວຽກງານກໍເລີ່ມມີແຜນການແກ້ໄຂຢ່າງຈິງຈັງ ແລະ ເປັນຮູບປະທຳດີຂຶ້ນຢ່າງຈະແຈ້ງ ໃນນີ້ມັນບໍ່ສະເພາະແຕ່ເລື່ອງຢາເສບຕິດຍັງມີພາລະກິດຫລາຍຢ່າງທີ່ຈະຕ້ອງໄດ້ລົງມືເຮັດ. ອັນໂຕທີ່ເຄັ່ງຮ້ອນກວ່າໝູ່ນັ້ນກໍແມ່ນບັນຫາການແກ້ໄຂເລື່ອງປາກົດການຫຍໍ້ທໍ້ໃນສັງຄົມບ້ານເມືອງທີ່ກາຍມາເປັນຊຳເຮື້ອແກ່ຍາວຈົນເຂົ້າກະດູກດຳມາຫລາຍປີແລ້ວ. ບາດກ້າວທຳອິດທີ່ຈະຕ້ອງໄດ້ເລີ່ມຕົ້ນກໍແມ່ນເລື່ອງໄມ້ ໂດຍມີຄຳສັ່ງເລກທີ 15 ເປັນມາດຕະການແກ້ໄຂ. ຕໍ່ມາກໍ ແມ່ນເລື່ອງປາບການສໍ້ລາດບັງຫລວງ ໂດຍເລັ່ງກວດສອບເງິນ, ກວດສອບຄົນຈົນເຖິງຂັ້ນເຫັນເປັນຕົວເລກຕົວຜາເອົາມາເວົ້າວ່າ ແລະ ແກ້ໄຂໃນສະພາ. ສ່ວນລາຍບຸກຄົນຜູ້ກະທຳຜິດນັ້ນກໍໄດ້ຖືກວິໄນຕາມກົດໝາຍ. ເວົ້າແຈ້ງຜູ້ກະທຳຜິດຢ່າງມະຫັນກໍຕ້ອງໄດ້ເອົາຕົວໄປໄວ້ຢູ່ສານໄຄຟົງ. ສ່ວນວ່າເລື່ອງຢາເສບຕິດນັ້ນກໍແມ່ນເລີ່ມເຮັດກັນມາຕະຫລອດເປັນໄລຍະໆ ໂດຍສະເພາະເລີ່ມເອົາຈິງເອົາຈັງເດັດຂາດນຳກັນແທ້ໆກໍແມ່ນເລີ່ມແຕ່ຕົ້ນປີ 2016 ພາຍຫລັງລັດຖະບານຊຸດທີ 8 ໄດ້ເຂົ້າມາບໍລິຫານວຽກງານ.
ເຖິງຢ່າງໃດກໍດີ, ຕາມທິດກໍ່າວ່າ ໃນສະພາບປັດຈຸບັນເວົ້າເຖິງຄວາມເປັນອັນຕະລາຍຮ້າຍ ກາດຂອງຢາເສບຕິດໃນຍຸກປັດຈຸບັນ ມັນໄດ້ກາຍເປັນມັດຈຸລາດທີ່ຕາມລ່າຂ້າຄົນລາວໃນທຸກ ບາດກ້າວເດີນໃນການສ້າງສາພັດທະນາເສດຖະກິດ-ສັງຄົມ ຂອງປະເທດ. ສະພາບປັດຈຸບັນຢາເສບຕິດມັນໄດ້ເຂົ້າເຖິງກົກຢັ່ງເຖິງຮາກໄປທຸກໝ້ອງທຸກແຈຂອງປະເທດແລ້ວ ບາງຄອບຄົວກໍເປັນທາດຂອງຢາເສບຕິດແບບກືນບໍ່ເຂົ້າຄາຍບໍ່ອອກ. ໃນຜ່ານມາ ເບິ່ງຢ່າງໜຶ່ງຄືເປັນການທ້າທາຍຕໍ່ກົດໝາຍບ້ານເມືອງ. ຜູ້ຜະລິດກໍຜະລິດໄປຕິກໆ ຜູ້ຈຳໜ່າຍກໍຈົນເຖິງຂັ້ນໄດ້ມີສາຍານາມວ່າ ເປັນເຈົ້າພໍ່ ຫລື ເປັນເຮ່ຍ. ສ່ວນວ່າຜູ້ຍິງກໍກາຍເປັນເຈົ້າແມ່ຮວງເຮົ້າແຫ່ງຢາເສບຕິດ. ເບື້ອງຜູ້ເສຍກໍນັບມື້ທະວີຄູນຂຶ້ນເປັນວົງກວ້າງໜັກໜ້າ. ບາງຄອບຄົວເຮືອນຊານທີ່ດຳລົງຊີວິດຫາເຊົ້າກິນຄໍ່າພາກັນຕິດຢາບ້າເປັນທຸກທໍລະມານແບບຊິ້ນເນື້ອປະດາຕົວ. ນີ້ລະເຂົາເອີ້ນວ່າພະຍາຍົມປ່ອຍຢາພິດຂ້າຄົນທາງອ້ອມຕາມຕຳລາພຸດທະທຳນາຍເພິ່ນວ່າ.

ຕາມທິດກໍ່າວ່າ, ໃນຂັ້ນຕໍ່ໄປນີ້ ຖ້າເຮົາບໍ່ພາກັນຕັດຮາກຖອນໂຄນອີ່ຫລີ ຢາບ້າຍັງຈະສືບຕໍ່ຂ້າ ຄົນລາວ ແລະ ກົດໜ່ວງຖ່ວງດຶງຄວາມຈະເລີນຂອງຊາດຕະຫລອດໄປ. ແຕ່ເຮົາກໍໝັ້ນໃຈວ່າຖ້າເຮົາເຮັດຢ່າງຈິງຈັງເດັດຂາດ ແລະ ສຽບຂາດຄືແບບຢ່າງດັ່ງທີ່ເຫັນມານີ້ກໍຈະເຮັດໃຫ້ບ້ານເມືອງເຮົາມີຄວາມສະຫງົບສຸກປອດໄພໄປຫລາຍເຕີບ.

No comments:

Post a Comment