Ad

Ad

22 February 2017

ບຸນຊ້າງບໍ່ພຽງເພື່ອການທ່ອງທ່ຽວແຕ່ຕ້ອງຕິດພັນກັບການອະນຸລັກ

          ງານມະຫາກໍາບຸນຊ້າງແຂວງໄຊຍະບູລີປະຈໍາປີ 2017 ທີ່ຈັດຂຶ້ນໃນລະຫວ່າງວັນທີ 17-19 ກຸມພານີ້, ເຊິ່ງໄດ້ຮັບກຽດເຂົ້າຮ່ວມເປີດພິທີຈາກທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ແລະ ມີການນຳຈາກຄະນະລັດຖະບານ ແລະ ຂັ້ນແຂວງ, ພ້ອມດ້ວຍມວນຊົນທົ່ວປະເທດ ເຂົ້າ ຮ່ວມເປັນຈໍາວນຫຼວງຫຼາຍນັ້ນ, ນັບວ່າໄດ້ສ້າງຄວາມປະທັບໃຈ ແລະ ຮອຍຍິ້ມຂອງຫຼາຍໆ ຄົນທີ່ເຫັນໄດ້ເຖິງຄວາມສາມາດ ແລະ ຄຸນປະໂຫຍດຂອງຊ້າງແສນຮູ້ໃນການປະກອບສ່ວນ ເຂົ້າໃນວຽກງານທ່ອງທ່ຽວ, ສ້າງເສດຖະກິດທ້ອງຖິ່ນ ແລະ ສ້າງຄວາມບັນເທິງໃຫ້ກັບຜູ້ເຂົ້າ ຮ່ວມປາງບຸນປະຈຳປີທີ່ຍິ່ງໃຫ່ຍນີ້.

ຂະນະທີ່ຄະນະກຳມະການຈັດງານກໍໄດ້ກ່າວລາຍງານຈະແຈ້ງເຖິງຄວາມໝາຍສໍາຄັນຂອງການຈັດບຸນຊ້າງໃນ ແຕ່ລະປີວ່າ: ເພື່ອເປັນການປູກຈິດສຳນຶກໃຫ້ປວງຊົນປະກອບສ່ວນ ໃນ ການອະນຸລັກສັດຄູ່ບ້ານຄູ່ເມືອງ ແລະ ສ້າງຄຸນປະໂຫຍດອັນໃຫ່ຍຫຼວງໃຫ້ແກ່ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດເຮົາ, ບໍ່ວ່າຈະເປັນໄລຍະໃດກໍຕາມເນື່ອງຈາກຈຳນວນຂອງຊ້າງ ປ່າ ແລະ ຊ້າງບ້ານໃນລາວແມ່ນໄດ້ຫຼຸດລົງຢ່າງໜ້າຕົກໃຈຈົນກາຍເປັນສັດທີ່ຖືວ່າມີຄວາມສ່ຽງ ອາດສູນພັນຖ້າຫາກຂາດມາດຕະການ ແລະ ການເອົາໃຈໃສ່ທີ່ເໜາະສົມຈາກພາກລັດ ແລະ ທຸກພາກສ່ວນໃນສັງຄົມ. ຕາມສະຖິຕິຈາກອົງການອະນຸລັກຊ້າງ, ປະຈຸບັນຈຳນວນຊ້າງໃນລາວມີ ເກືອບບໍ່ເຖິງພັນເຊືອກ, ເຊິ່ງໃນນີ້ປະມານເຄິ່ງໜຶ່ງແມ່ນຊ້າງລ້ຽງທີ່ເຄີຍເຮັດວຽກໃນອຸດສະຫະ ກຳຂຸດຄົ້ນໄມ້ ແລະ ສ່ວນໃຫ່ຍແມ່ນຖືກຜັນໃຫ້ມາຮັບໃຊ້ໃນຂະແໜງບໍລິການທ່ອງທ່ຽວ.
ດັ່ງທີ່ຮັບຮູ້ນຳກັນແລ້ວວ່າ: ສປປ ລາວ ເຄີຍຖືກຮັບຮູ້ໃນນາມປະເທດລ້ານຊ້າງ, ເນື່ອງ ຈາກວ່າເປັນດິນແດນທີ່ມີຊ້າງຫລາຍທີ່ບໍພຽງແຕ່ຊ່ວຍບັນພະບູລຸດພວກເຮົາປົກປັກຮັກສາເຂດນໍ້າແດນດິນ, ຊ່ວຍປະຊາຊົນລາວບັນດາເຜົ່າໃນການສ້າງສາເສດຖະກິດຄອບຄົວ ແລະ ທັງເປັນສັນ ທະໄມຕີໃນຕ່າງແດນຫລາຍປະເທດ.
ແຕ່ເຖິງຢ່າງໃດກໍດີມັນເປັນໜ້າເສົ້າໃຈທີ່ເຫັນຈໍານວນຊ້າງໃນລາວຫຼຸດລົງຢ່າງຕໍ່ເນື່ອງ ແລະ ໜ້າຕົກໃຈເຂດທີ່ຢູ່ອາໄສຂອງຊ້າງໄດ້ຮັບການບຸກລຸກ, ແຫຼ່ງອາຫານຊ້າງໄດ້ຮັບການ ທຳລາຍ ແລະ ມີຊ້າງຈໍານວນບໍ່ໜ້ອຍຖືກໄລ່ລ້າເພື່ອຜົນປະໂຫຍດທາງເສດຖະກິດຈາກການ ເຫັນແກ່ໂຕຂອງຄົນບາງກຸ່ມ.
          ແນວໃດກໍຕາມ, ສປປ ລາວ ອາດມີຄວາມເອກອ້າງທະນົງໃຈວ່າເປັນປະເທດລ້ານຊ້າງໄດ້ ຖ້າຫາກທຸກພາກສ່ວນໃນສັງຄົມປະກອບສ່ວນຢ່າງເປັນຮູບປະທຳຫຼາຍຍິ່ງຂຶ້ນເຂົ້າໃນການອະນຸລັກຊ້າງລາວຂອງພວກເຮົາ ຫລື ເວົ້າໄດ້ວ່າ: ບຸນຊ້າງບໍ່ຄວນເປັນພຽງແຕ່ໂອກາດໃຫ້ພວກເຮົາຈະ ເຫັນຊ້າງມາສະແດງເພື່ອຄວາມບັນເທິງ, ທ່ອງທ່ຽວ, ການໃຊ້ຈ່າຍ ແລະ ເສດຖະກິດໃຫ້ພວກ ເຮົາເທົ່ານັ້ນ, ແຕ່ພວກເຮົາຄວນຕັ້ງຄຳຖາມຮ່ວມກັນວ່າ: ຈະເຮັດແນວໃດສ້າງນະໂຍບາຍ ແລະ ກົນໄກຈັດຕັ້ງປະຕິບັດທີ່ຊັດເຈນ ແລະ ເປັນຮູບປະທຳໃນການ ອານຸລັກຊ້າງລາວ, ອະນຸລັກແຫຼ່ງ ທີ່ຢູ່ອາໄສ, ເຂດສະຫງວນແຫຼ່ງອາຫານ, ສ້າງໃຫ້ຊຸມຊົນ ແລະ ຊ້າງຢູ່ຮ່ວມກັນຢ່າງກົມກຽວຕ່າງ ຝ່າຍຕ່າງໄດ້ຮັບຜົນປະໂຫຍດ ແລະ ມີການບັງຄັບໃຊ້ກົດໝາຍຢ່າງຈິງຈັງຕໍ່ກຸ່ມຄົນທີ່ລະເມີດກົດ

ໝາຍ ແລະ ທຳລາຍຊ້າງ.

No comments:

Post a Comment