Ad

Ad

22 February 2017

ນະຄອນຫຼວງວຽງຈັນຖອດຖອນບົດຮຽນການປ້ອງກັນ ແລະ ຄວບຄຸມໄຂ້ຍຸງລາຍ

ກອງປະຊຸມປຶກສາຫາລືຖອດຖອນບົດຮຽນການຈັດຕັ້ງປະຕິບັດການປ້ອງກັນ ແລະ ຄວບຄຸມໄຂ້ຍຸງລາຍຂັ້ນນະຄອນຫຼວງວຽງຈັນໄດ້, ມີຂຶ້ນໃນວັນທີ 21 ກຸມພານີ້, ທີ່ອົງການປົກ ຄອງນະຄອນລວງວຽງຈັນ, ໂດຍການເປັນປະທານຂອງທ່ານ ສີຫຸນ ສິດທິລືໄຊ, ຮອງເຈົ້າຄອງ ນະຄອນຫຼວງວຽງຈັນ, ທັງເປັນປະທານກຳມາທິການຕ້ານ ແລະຄວບຄຸມພະຍາດຕິດຕໍ່, ມີບັນດາ ເຈົ້າເມືອງ, ຫົວໜ້າພະແນກສາທາລະນະສຸກ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມເປັນຈຳນວນຫຼາຍ.         
ທ່ານປະທານກຳມາທິການຕ້ານ ແລະ ຄວບຄຸມພະຍາດຕິດຕໍ່ກ່າວວ່າ: ໃນໄລຍະຜ່ານມາ ນັບແຕ່ມື້
ໄດ້ຈັດຕັ້ງຄະນະກຳມາທິການຕ້ານ ແລະ ຄວບຄຸມພະຍາດຕິດຕໍ່ຂັ້ນນະຄອນຫຼວງວຽງ ຈັນ, ໂດຍສະເພາະຂັ້ນເມືອງຕ້ອງໄດ້ເອົາໃຈໃສ່ສູ້ຊົນເພື່ອບໍ່ໄຫ້ມີການເກີດຂື້ນຂອງພະຍາດລະບາດ ສະນັ້ນມາຮອດປັດຈຸບັນເວົ້າໄດ້ວ່າເກືອບທຸກໆປະເທດໃນໂລກກໍ່ແມ່ນໄດ້ສຸມໃສການປ້ອງກັນການເກີດຂື້ນໄໝ່ຂອງພະຍາດ ຫຼື ພະຍາດທີ່ມີຢູ່ແລ້ວກັບມາເປັນໄໝ່.
ສຳລັບການລະບາດໃຫຍ່ຄັ້ງທຳອິດ ໃນ ສປປ ລາວ ແມ່ນຢູ່ໃນປີ 1987ເຊິ່ງມີທັງໝົດ 9.699 ກໍລະນີ, ເສຍຊີວິດ 925 ກໍລະນີ, ໃນນັ້ນ ອາຍຸສ່ວນໃຫຍ່ແມ່ນຕໍ່າກວ່າ 15 ປີ ( 86.2 % ) ແລະ ໃນປີ 2013 ໃນທົ່ວປະເທດ ແມ່ນມີການລະບາດເຊິ່ງກໍລະນີທີ່ໄດ້ຮັບການລາຍງານທັງ ໝົດ 44.171 ກໍລະນີ, ເສຍຊີວິດ 95 ກໍລະນີ ແລະ ສືບຕໍ່ສ້າງບັນຫາ ທາງດ້ານສາທາລະນະສຸກ ໃນທຸກໆປີ ຍ້ອນການຄວບຄຸມພະ ຍາດໄຂ້ຍຸງລາຍແມ່ນເປັນສີ່ງທ້າທາຍ, ໂດຍສະເພາະ ແມ່ນ ວຽກງານການປະສານງານ ແລະການຮ່ວມມືຂອງຊຸມຊົນ ເພື່ອຄວບຄຸມພາຫະນຳເຊື້ອບໍ່ໃຫ້ ເກີດໃນພື້ນທີ່ທີ່ມີຄວາມສ່ຽງ ແລະ ກຳຈັດການຕິດເຊື້ອຂອງພະຍາດໄຂ້ຍຸງລາຍ.
ທ່ານ ປະທານກຳມະທິການຕ້ານ ແລະ ຄວບຄຸມພະຍາດຕິດຕໍ່ກ່າວວ່າ: ສຳລັບປີ 2013 ໃນນະຄອນຫຼວງວຽງຈັນ ແມ່ນໄດ້ພົບກັບມໍລະສຸມໃຫຍ່ກໍ່ຄືການລະບາດຂອງພະຍາດໄຂ້ຍຸງລາຍ ເຊິ່ງໃນ 3-5 ປີກໍ່ຈະມັກເກີດມີການລະບາດຂຶ້ນ, ເຮັດໃຫ້ມີກໍລະນີການເຈັບເປັນ ແລະ ເສຍຊີວິດ, ກໍລະນີທີ່ໄດ້ຮັບການລາຍງານສວ່ນຫຼາຍແມ່ນ ພົບແຕ່ຢູໃນຕົວເມືອງໃຫຍ່ ທີ່ມີປະຊາກອນອາ ສຢູ່ເປັນຈຳນວນຫຼວງຫຼາຍ ແລະ ໃນບາງເຂດກໍ່ມີການແຜ່ຂະຫຍາຍອອກໄປສູ່ເຂດຊົນນະ ບົດ, ໃນປີ 2016 ທົ່ວນະຄອນຫຼວງວຽງຈັນ ເຊິ່ງເລີ່ມແຕ່ອາທີດທີ 1-30 ສະເລ່ຍມີ 6-7 ກໍລະນີຕໍ່ອາ ທິດ, ມາຮອດອາທິດທີ 31 ຈໍານວນກໍລະນີເພີ່ມຂຶ້ນເປັນ 31 ກໍລະນີ ແລະ ມີຈຳນວນສູງເຖີງ 104 ກໍລະນີ ແລະ ມາຮອດປັດຈຸບັນ, ຮອດເດືອນກຸມພາຂອງປີ 2017 ການລາຍງານຂອງພະຍາດ  ດັ່ງກ່າວແມ່ນຍັງສຶບຕໍ່ມີຫຼາຍກວ່າ 100 ກໍລະນີ ແລະ ໃນໄລຍະຜ່ານມາເຖິງວ່ານະຄອນລວງ ວຽງຈັນໄດ້ມີການຈັດຕັ້ງປະຕິບັດຫຼາຍມາດຕະການຄວບຄຸມພະຍາດໄຂ້ຍຸງລາຍໂດຍອີງຕາມຄຳສັ່ງ  ນາຍຍົກລັດຖະມົນຕີວ່າດ້ວຍການປ້ອງກັນ ແລະ ສະກັດກັ້ນການລະບາດຂອງພະຍາດໄຂ້ຍຸງ ລາຍ ໃນປີ 2016 ສະບັບເລກທີ 07/ນຍ ລົງວັນທີ 04 ມີນາ 2016.

ເຊິ່ງເນັ້ນໃສ່ການປ້ອງກັນແບບມີສ່ວນຮ່ວມຂອງຫຼາຍພາກສ່ວນ ເພື່ອກຳຈັດແຫຼ່ງເພາະ ພັນຍຸງລາຍຢູບ້ານເຮືອນຕົນເອງລວມທັງສະຖານທີ່ສະທາລະນະ, ຫ້ອງການ, ໂຮງໝໍ, ໂຮງຮຽນ, ວັດ ແລະ ສະຖານທີ່ສຳຄັນອື່ນໆ, ມີການປະສານໃນການເຝົ້າລະວັງຮ່ວມກັນສົມທົບກັບຫຼາຍໆ ພາກສ່ວນ ແລະໃຫ້ແຕ່ລະຄອບຄົວເຊັນສັນຍາຄອບຄົວຕ້ານໄຂ້ຍຸງລາຍເພືອແນ່ໃສ່ໃຫ້ ຄົນໃນຄອບ ຄົວພໍ່ແມ່ປະຊາຊົນໃນບ້ານ ມີຄວາມເຂົ້າໃຈ ແລະ ເປັນເຈົ້າການໃນການຈັດຕັ້ງປະຕິບັດ, ການ ປ້ອງກັນຕົນເອງ ແລະ ໃນຄອບຄົວບໍ່ໃຫ້ເປັນໄຂ້ຍຸງລາຍ ເຊີ່ງໃນສັນຍາດັ່ງກ່າວແມ່ນເອົາເນື້ອໃນ ຂອງຫຼັກການ 5 ປ. ເຊິ່ງໄລຍະຜ່ານກໍ່ມີຫຼາຍມາດຕະການ, ຫຼາຍຍຸດທະສາດ ທີ່ສຸມໃສ່ໃນການ ຄວບຄຸມພະຍາດໄຂ້ຍຸງລາຍແຕ່ກໍລະນີການເຈັບເປັນຍ້ອນພະຍາດດັ່ງກ່າວກໍຍັງມີການລາຍງານ ທຸກໆວັນ.

No comments:

Post a Comment