Ad

Ad

22 February 2017

ຍທຂ ຈະເລັ່ງແກ້ໄຂຂໍ້ຄົງຄ້າງໃນຂະແໜງການຕົນໃຫ້ໝົດໄປ

ກອງປະຊຸມໂຍທາທິການ ແລະ ຂົນສົ່ງທົ່ວປະເທດປະຈຳປີ 2016 ໄດ້ໄຂຂຶ້ນໃນວັນທີ 21 -22  ກຸມພານີ້, ທີ່ນະຄອນຫຼວງວຽງຈັນ,ໂດຍການເປັນປະທານຂອງທ່ານ ບຸນຈັນ ສິນທະວົງ, ລັດຖະມົນຕີກະຊວງດັ່ງກ່າວ, ມີບັນດາຮອງລັດຖະມົນຕີ, ຮອງເຈົ້າແຂວງ, ຮອງເຈົ້າຄອງ, ພ້ອມ ດ້ວຍຫົວໜ້າພະແນກໂຍທາທົ່ວປະເທດເຂົ້າຮ່ວມເພື່ອສະຫລຸບຕີລາຄາການຈັດຕັ້ງປະຕິບັດວຽກງານຂະແໜງ ຍທຂ ທົ່ວປະເທດໃນໄລຍະຜ່ານມາ ແລະ ລາຍງານຄວາມຄືບໜ້າການແກ້ໄຂບັນຫາ ຄົງຄ້າງພົ້ນເດັ່ນ18
ບັນຫາຂອງຂະແໜງການ ຍທຂ. ນອກຈາກນັ້ນຈະໄດ້ພ້ອມກັນຄົ້ນຄວ້າ ແລະ ປຶກສາຫາລືປະກອບຄຳຄິດຄຳເຫັນໃສ່ຮ່າງວິໄສທັດຮອດປີ 2030, ຍຸດທະສາດພັດທະນາຂະ ແໜງການ ຍທຂ 10 ປີ 2016- 2025 ແລະແຜນພັດທະນາຂະແໜງການ ຍທຂ 5 ປີ 2016-2020.

ທ່ານ ລັດຖະມົນຕີກະຊວງດັ່ງກ່ວມີຄຳເຫັນວ່າ : ໃນໄລຍະ 2 ປີຜ່ານມາຂະແໜງການ ໂຍທາທິການ ແລະ ຂົນສົ່ງໃນຖານະເປັນຂະແໜງການປາຍແຫລມ ຂອງເສດຖະກິດແຫ່ງຊາດ, ສາມາດຍາດໄດ້ຜົນງານໃນຫລາຍ ດ້ານ, ຊຶ່ງໄດ້ປະກອບສ່ວນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມ ຂອງຊາດຢ່າງຕັ້ງໜ້າ ແນໃສ່ແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ, ສ້າງ ຄວາມສີວິໄລຍຸຕິທຳ, ຄວາມໝັ້ນຄົງ ແລະ ຮຸ່ງເຮືອງຂອງຊາດລາວເຮົາ, ແຕ່ຄຽງຄູ່ກັບຜົນສຳ ເລັດດັ່ງກ່າວ ຂະແໜງໂຍທາກໍຍັງມີຈຸດອ່ອນ ແລະ ຂໍ້ຄົງຄ້າງທີ່ຈະຕ້ອງສືບຕໍ່ປັບປຸງ ແກ້ໄຂໃຫ້ ໝົດໄປເທື່ອລະກ້າວ.ໂດຍສະເພາະແມ່ນປະກົດການຫຍໍ້ທໍ້ທີ່ພົ້ນເດັ່ນຈຳນວນ 18 ບັນຫາທີ່ຍັງຄົງ ຄ້າງໃນຂະແໜງການໂຍທາທິການ ແລະຂົນສົ່ງ ໃຫ້ໝົດໄປເທື່ອລະກ້າວ, ຊຶ່ງໄດ້ແບ່ງອອກເປັນ 4 ກຸ່ມວຽກຄື: (1) ເພີ່ມທະວີການປະຕິບັດວິໄນແຜນການ-ການເງິນຢ່າງເຄັ່ງຄັດ, ສູ້ຊົນແກ້ໄຂບັນ ຫາຄົງຄ້າງກັບອົງການກວດສອບແຫ່ງລັດໃຫ້ໄດ້ຮັບການແກ້ໄຂຢ່າງຂາດຕົວ ແລະ ການຍົກສູງ ການປະຕິບັດຕາ  5 ໜ້າທີ່ມະຫາພາກຂັ້ນສູນກາງ ຂອງ ກະຊວງ ຍທຂ; (2) ຍົກສູງຄວາມ ຮັບຜິດຊອບແກ້ໄຂ ຄຸນນະພາບການກໍ່ສ້າງພື້ນຖານໂຄງລ່າງ ທີ່ມີຄຸນນະພາບຕ່ຳ ແຕ່ລາຄາສູງ ບໍ່ສົມເຫດສົມຜົນ; (3) ພັດທະນາຕົວເມືອງໃຫ້ເປັນຕົວເມືອງໜ້າຢູ່ ຕາມທິດສີຂຽວ ແລະຍືນຍົງ ໂດຍການປັບປຸງຄຸນນະພາບການຄຸ້ມຄອງຜັງເມືອງ ແລະ ສິ່ງປຸກສ້າງ ແລະ (4) ພັດທະນາລະ ບົບຂົນສົ່ງໃຫ້ມີຄວາມສະດວກ, ປອດໄພ, ຮັບໃຊ້ປະຊາຊົນ, ຍືນຍົງ ແລະເຊື່ອມໂຍງ-ເຊື່ອມຈອດ ກັບພາກພື້ນ ແລະສາກົນ, ພິເສດກອງປະຊຸມຄັ້ງນີ້ຍັງໄດ້ຮັບກຽດໂອລົ້ມ, ຊີ້ນຳຈາກທ່ານ ນາຍົກ ລັດຖະມົນຕີ ທອງລຸນ  ສີສຸລິດອີກດ້ວຍ.

No comments:

Post a Comment