Ad

Ad

22 February 2017

ລາວຫາລືມາດຕະການປ້ອງກັນບໍ່ໃຫ້ມໍລະດົກດ້ານວັດທະນະທຳຖືກລັກລອບນຳອອກໄປຕ່າງປະເທດ


        ວັນທີ 21 ກຸມພານີ້, ກົມມໍລະດົກ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ອົງການອຸຍແນສໂກ, ໄດ້ຈັດກອງປະຊຸມປຶກສາຫາລືລະດັບຊາດຄັ້ງທີ 1 ກ່ຽວກັບການຈັດ ຕັ້ງປະຕິບັດສົນທິສົນຍາ 1970 ວ່າດ້ວຍການເກືອດຫ້າມ ແລະ ການປ້ອງກັນການນຳເຂົ້າ-ສົ່ງ ອອກຊັບສົມບັດວັດທະນະທຳແບບຜິດກົດໝາຍ, ຂຶ້ນທີ່ນະຄອນຫລວງວຽງຈັນ, ໂດຍການເປັນປະ ທານຂອງທ່ານ ທອງໃບ ໂພທິສານ ຫົວໜ້າກົມມໍລະດົກ, ມີທ່ານ ເອຕຽນ ເກລມ໋ອງ ທີ່ປຶກສາ ດ້ານກົດໝາຍຂອງອົງການອຸຍແນສໂກ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ, ເພື່ອທົບ ການປະຕິບັດສົນທິສັນຍາດັ່ງກ່າວຂອງລາວວ່າ: ມີຂໍ້ສະດວກ, ຫຍຸ້ງຍາກແນວໃດ ເພື່ອພ້ອມ ກັນກຳນົດແນວທາງ ແລະ ມາດຕະການ ເພື່ອປ້ອງກັນບໍ່ໃຫ້ມໍລະດົກວັດທະນະທຳຂອງພວກ ເຮົາຖືກນຳໄປຂາຍຢູ່ຕ່າງປະເທດ.

          ທ່ານຫົວໜ້າກົມມໍລະດົກ ກ່າວວ່າ: ສປປ ລາວ ໄດ້ຮັບຮອງເອົາສົນທິສັນຍາສະບັບນີ້ ໃນວັນທີ 22 ທັນວາ 2015, ເພື່ອສະແດງໃຫ້ເຫັນເຖິງບູລິມະສິດຂອງລັດຖະບານລາວໃນ ການປົກປັກຮັກສາມໍລະດົກຂອງຕົນ, ດັ່ງທີ່ໄດ້ກ່າວໄວ້ໃນນິຕິກຳ, ນະໂຍບາຍ ແລະ ແຜນຍຸດ ທະສາດແຫ່ງຊາດ, ຊຶ່ງບູລິມະສິດຍັງສະແດງອອກໃນຖະແຫລງການວຽງຈັນກ່ຽວ ກັບການ ສົ່ງເສີມການຮ່ວມມືດ້ານມໍລະດົກວັດທະນະທຳ, ໃນອາຊຽນທີ່ໄດ້ຮັບຮອງໂດຍສະພາ ASCC ຄັ້ງທີ 16 ໃນວັນທີ 31 ສິງຫາ 2016 ເຊັ່ນ: ໄດ້ສະແດງຄວາມກັງວົນ ກ່ຽວກັບໄພຂົ່ມຂູ່ທີ່ ເພີ່ມຂຶ້ນຕໍ່ມໍລະດົກວັດທະນະທຳ ທີ່ເປັນຜົນມາຈາກການລັກລອບ ຄ້າຊັບສິນດ້ານວັດທະນະທຳ. ນອກນີ້ ຍັງໄດ້ຕົກລົງທີ່ຈະສືບຕໍ່ຮັບປະກັນສິດທິຜົນທາງດ້ານກົດໝາຍ ແລະ ນະໂຍບາຍໃນ ການປົກປ້ອງທຸກຮູບການລັກລອບຄ້າຂາຍທີ່ຜິດກົດໝາຍ, ພ້ອມທັງສ້າງຄວາມເຂັ້ມແຂງໃນການ ແລກປ່ຽນຂໍ້ມູນກ່ຽວກັບການລັກລອບຄ້າສິ່ງທີ່ເປັນສິລະປະດ້ານວັດທະນະທຳ, ການຮ່ວມມືໃນ ການສົ່ງຄືນ, ຊອກຫາວິທີໃນການສົ່ງຄືນ ຫລື ການຊ່ວຍເຫລືອອຳນວຍນຄວາມສະດວກໃນ ການສົ່ງຄືນໃຫ້ເຈົ້າຂອງຊັບສິນດ້ານວັດທະນະທຳທີ່ຖືກລັກລອບເອົາໄປຈາກພິທີທະພັນ, ສະ ຖາບັນ ຫລື ບ່ອນເກັບມ້ຽນອື່ນໆ.

No comments:

Post a Comment