Ad

Ad

22 February 2017

ປກສ ອຸດົມໄຊຈັບຜູ້ຄ້າຂາຍຢາເສບຕິດອັນຕະລາຍມາດໍາເນີນຄະດີ

ຂ່າວ-ພາບ : ປກສ
    ເມື່ອບໍ່ດົນມານີ້, ເຈົ້າໜ້າທີ່ ປກສ ແຂວງອຸດົມໄຊ, ໄດ້ຈັບຕົວທ້າວ ບຸນໄຊ ຢາງ ອາຍຸ 34 ປີຢູ່ບ້ານໜອງແມງດາເມືອງໄຊແຂວງອຸດົມໄຊ, ມາດໍາເນີນຄະດີ, ຫລັງຈາກມີການ ລັກ ລອບເຄື່ອນໄຫວຄ້າຂາຍຢາເສບຕິດ, ໂດຍຖືກຈັບໄດ້ໃນຂະນະເອົາຢາບ້າຈໍານວນ 9.200 ເມັດຊຸກເຊື່ອງໄວ້ໃນລົດກະບະວີໂກ້ ໝາຍເລກທະບຽນ ກສ 5284 ກຳແພງນະຄອນ, ເພື່ອ ຈະເອົາໄປສົ່ງໃຫ້ລູກຄ້າ, ແຕ່ຂັບລົດມາຕາມເສັ້ນທາງເລກ 13 ເໜືອໃນເຂດບ້ານຫ້ວຍກຸມເມືອງ ໄຊ ກໍຖືກເຈົ້າໜ້າທີ່ຈັບໄດ້, ພ້ອມອາຍັດລົດ, ເງິນຈໍານວນ 450 ພັນກີບ, 4 ພັນບາດ (ສະກຸນເງິນ ໄທ) ແລະ ໂທລະສັບມືຖື 2 ໜ່ວຍທີ່ນໍາໃຊ້ເຂົ້າໃນການເຄື່ອນໄຫວກະທໍາຜິດໄວ້ເປັນຫລັກ ຖານເພື່ອດໍາເນີນຄະດີຕາມລະບຽກົດໝາຍ.

No comments:

Post a Comment