Ad

Ad

22 February 2017

ລົດບັນທຸກຕຳລົດເມໂດຍສານສົ່ງຜົນໃຫ້ມີຜູ້ເສຍຊີວິດ 3 ຄົນ

           ທ່ຽງຄືນຂອງວັນທີ 20 ກຸມພາຜ່ານມານີ້, ຢູ່ເຂດບ້ານນາຊອນ, ເມືອງປາກງື່ມ ນະ ຄອນຫລວງວຽງຈັນ, ໄດ້ເກີດເຫດລົດບັນທຸກລາກແກ່ລົດຈົກ ຕໍາປະທະຊຶ່ງໜ້າກັບ ລົດເມດ້ວຍ ຄວາມຮຸນແຮງ ເຮັດໃຫ້ຜູ້ໂດຍສານທີ່ນັ່ງມາໃນລົດໄດ້ຮັບບາດເຈັບ 7 ຄົນ ແລະ ເສຍຊີວິດ 3 ຄົນ.

ເຈົ້າໜ້າທີ່ຈະລາຈອນນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ພາຍຫລັງໄດ້ຮັບແຈ້ງວ່າເກີດເຫດການ ດັ່ງກ່າວກໍລົງກວດກາສະຖານທີ່ເກີດທັນທີ ແລະ ພົບເຫັນລົດບັນທຸກໝາຍເລກທະບຽນ ບກ 5739 ກຳແພງນະຄອນ ດ້ານໜ້າເປ່ເພສົມຄວນ, ຊຶ່ງແມ່ນທ້າວ ຕົ້ນ, ອາຍຸ 21 ປີ, ຢູ່ບ້ານ
ໜອງທາໃຕ້, ເມືອງຈັນທະບູລີ ເປັນຜູ້ຂັບ, ຊຶ່ງໄດ້ລາກແກ່ລົດຈົກມາ ແຕ່ບ້ານທາງໂຄ້ງ (ຫລັກ 40), ເພື່ອມຸ້ງ ໜ້າໄປບ້ານສົມປະເສີດ, ສ່ວນລົດໂດຍສານ ໝາຍເລກທະບຽນ ບກ 8106 ກຳແພງນະຄອນ ສາຍທາງນະຄອນຫລວງວຽງຈັນ ຫລັກ 20, ຂັບຂີ່ໂດຍທ້າວ ບຸນພອນ, ອາຍຸ 34 ປີ, ຢູ່ບ້ານ ໜອງພະຍາ, ເມືອງໄຊທານີ, ແມ່ນມີສະພາບເປ່ເພໜັກໜ່ວງເຊັ່ນກັນ ສົ່ງຜົນໃຫ້ຜູ້ ໂດຍສານທີ່ນັ່ງ ມາໃນລົດໄດ້ຮັບບາດເຈັບ 7 ຄົນ ແລະ ເສຍຊີວິດ 3 ຄົນຄື: ຄູບາ ເສົາ, ອາຍຸ 23 ປີ, ຢູ່ວັດດົງ ໝ້ຽງ, ເມືອງຈັນທະບູລີ; ທ້າວ ອານຸສິດ, ອາຍຸ 26ປີ, ຢູ່ ບ້ານນາເລົ່າ, ເມືອງສີໂຄດຕະບອງ ແລະ ນາງ ກ້ຽງ, ອາຍຸ 20ປີ, ຢູ່ບ້ານໄຊສົມບູນ ເມືອງໄຊທານີ ນະຄອນຫລວງວຽງຈັນ. ປັດຈຸບັນເຈົ້າ ໜ້າທີ່ໄດ້ກັກຕົວຜູ້ຂັບລົດທັງ 2 ຄົນໄວ້ ເພື່ອດຳເນີນຄະດີຕາມກົດໝາຍ.

No comments:

Post a Comment