Ad

Ad

22 February 2017

ສະຫຼຸບຜົນສຳຫຼວດຄວາມຮູ້ກ່ຽວກັບຄວາມສ່ຽງໄພພິບັດ


        ວັນທີ 21 ກຸມພານີ້, ອົງການກາແດງລາວ, ໄດ້ຈັດກອງປະຊຸມສະຫຼຸບຜົນການສຳຫຼວດ ຄວາມຮູ້, ທັດສະນະຄະຕິ ແລະ ການປະຕິບັດຕົນຂັ້ນພື້ນຖານ ກ່ຽວກັບຄວາມສ່ຽງໄພພິບັດ, ພາຍ ໃຕ້ໂຄງການສ້າງຂີດຄວາມສາມາດດ້ານການປັບຕົວ ຕໍ່ກັບຄວາມສ່ຽງໄພພິບັດໃນຕົວເມືອງ, ທີ່ນະຄອນຫລວງງວຽງຈັນ, ໂດຍການເປັນປະທານ ຂອງທ່ານ ທອງພະຈັນ ສອນນະສິນ ຮອງປະທານອົງການກາແດງລາວ; ຊຶ່ງເປົ້າໝາຍ ຂອງໂຄງການແມ່ນປະຕິບັດຢູ່ 5 ຕົວເມືອງຄື: ນາຊາຍທອງ, ຫາດຊາຍຟອງ, ໄຊທານີ, ສີໂຄດຕະບອງ ແລະ ຈັນທະບູລີ; ຄາດຄະເນກຸ່ມເປົ້າ ໝາຍມີ 38 ພັນຄົນ, ປະກອບດ້ວຍລັດຖະກອນ, ຄູອາຈານ, ແມ່ຄ້າຊາວຂາຍ ແລະ ຊາວຜູ້ອອກ ແຮງງານ. ຈຸດປະສົງຫຼັກ
ຂອງໂຄງການ ເພື່ອໃຫ້ຊຸມຊົນມີຄວາມຮັບຮູ້, ເຂົ້າໃຈພື້ນຖານເພື່ອກະ ກຽມຄວາມພ້ອມຂອງເຂົາເຈົ້າ ໃນການຫຼຸດຜ່ອນຄວາມສ່ຽງໄພພິບັດບໍ່ວ່າຈະເປັນໄພນ້ຳຖ້ວມ, ພາຍຸ ແລະ ໄຟໄໝ້ ແລະ ອື່ນໆ; ເພື່ອປະເມີນຂັ້ນພື້ນຖານກ່ຽວກັບຂໍ້ມູນຄວາມຮູ້ເລືອງຄວາມປອດ ໄພທາງຖະໝົນ; ເພື່ອຊີ້ໃຫ້ເຫັນເຖິງຄວາມແຕກຕ່າງທາງດ້ານຄວາມຮູ້ລະຫວ່າງຍິງ-ຊາຍ ເພື່ອ ຈະສາມາດກຳນົດ ແລະ ສ້າງກິດຈະກຳທີ່ເໝາະສົມ ແລະ ສາມາດເຮັດໃຫ້ທັງສອງເພດມີສ່ວນ ຮ່ວມ ແລະ ຄວາມສະເໜີພາບ.

ການສຳຫຼວດດັ່ງກ່າວ ເປັນຂໍ້ມູນພື້ນຖານທີ່ສຳຄັນຮັບໃຊ້ເຂົ້າໃນການພັດທະນາ ແລະ ສ້າງກິດຈະກຳຂອງໂຄງການ ແລະ ນຳໃຊ້ເພື່ອປຽບທຽບກັບການສຳຫຼວດພາຍຫຼັງດຳເນີນກິດ ຈະກຳຂອງໂຄງການ ແລະ ເປັນການສຳຫຼວດວັດແທກການພັດທະນາຄວາມຮູ້, ຄວາມເຂົ້າໃຈ ແລະ ການປະພຶດຂອງຄົນໃນຊຸມຊົນຕົວເມືອງເຮັດໃຫ້ຊຸມຊົນມີຄວາມຮັບຮູ້, ເຂົ້າໃຈເພື່ອປັບຕົວ ແລະ ກະກຽມຄວາມພ້ອມຮັບມືຕໍ່ໄພພິບັດທີ່ຈະເກີດຂຶ້ນ. 

No comments:

Post a Comment