Ad

Ad

22 February 2017

ໂລກາພິວັດແມ່ນຫຍັງກັນແທ້ ?

ໂດຍ: ມຶກບໍ່ແຫ້ງ
ບໍ່ປະຕິເສດດອກວ່າພວກເຮົາຫຼາຍຄົນຕ່າງກໍໄດ້ຍິນຄຳວ່າໂລກາພິວັດມາດົນແລ້ວ? ແຕ່ອາດຍັງມີຫຼາຍຄົນທີ່ບໍ່ຮູ້ວ່າຄວາມໝາຍທີ່ແທ້ຈິງມັນແມ່ນຫຍັງ? ໃນຄວາມໝາຍທີ່ງ່າຍ ດາຍຂອງມັນນັ້ນຄຳວ່າໂລກາພິວັດແມ່ນຂະບວນການທີ່ຄົນແລະສິນຄ້າສາມາດຂ້າມຜ່ານຊາຍແດນຢ່າງງ່າຍດາຍ, ຄວາມໝາຍທີ່ເປັນພື້ນຖານແລ້ວກໍແມ່ນແນວຄວາມ ຄິດທາງດ້ານເສດຖະ ກິດເຊິ່ງຮ່ວມມີການຮວມຕົວຂອງຕະຫຼາດ, ການຄ້າແລະການລົງທຶນໂດຍຈະມີການໄຫຼວຽນ ຂອງສິນຄ້າແລະການບໍລິການລະຫວ່າງປະເທດ.

ໂລກາພິວັດອາດນຳຜົນປະໂຫຍດມາສູ່ຫຼາຍຄົນແຕ່ບໍ່ແມ່ນໝົດທຸກຄົນດອກທີ່ຈະໄດ້ຊື່ນຊົມກັບຄວາມຫອມຫວນຂອງມັນ.
ແລ້ວໂລກາພິວັດນີ້ເກີດຂຶ້ນໄດ້ແນວໃດ? ເບິ່ງຄືວ່າມັນແມ່ນປາກົດການອັນໃໝ່ແຕ່ເນື້ອແທ້ ແລ້ວມັນໄດ້ສ້າງຂຶ້ນມາຫຼາຍສະຕະວັດແລ້ວ, ຕົວຢ່າງທີ່ຮູ້ກັນແຜ່ຫຼາຍກໍຄືເສັ້ນທາງສາຍໄໝເມື່ອ ການຄ້າໄດ້ແຜ່ຂະຫຍາຍຢ່າງໄວວາລະຫວ່າງຈີນແລະເອີຣົບຜ່ານເສັ້ນທາງເທິງບົກ, ພໍ່ຄ້າແມ່ ຄ້າກໍນຳ ສິນຄ້າຜ່ານໄປມາໂດຍສະເພາະໄໝ, ວັດຖຸມີຄ່າແລະກໍຍັງມີກາເຟຕື່ມອີກ.
ໃນຄວາມເປັນຈິງແລ້ວນິດໄສການດື່ມກາເຟໃນສະຖານທີ່ສາທາລະນະຊົນນັ້ນແມ່ນເລີ່ມຈາກປະເທດຕວກກີແລ້ວປາກົດການດັ່ງກ່າວກໍແຜ່ລາມໄປທົ່ວໂລກ.
ຄຳຖາມຕໍ່ມາກໍຄືແມ່ນຫຍັງທີ່ເຮັດໃຫ້ໂລກາພິວັດມີການຂະຫຍາຍຕົວ? ບໍ່ເປັນທີ່ໜ້າສົງ ໄສແມ່ນແຕ່ໜ້ອຍດຽວວ່າໄລຍະເຄິ່ງຫຼັງຂອງສະຕະວັດທີ່ຜ່ານມາໂລກາພິວັດແມ່ນຂະຫຍາຍຕົວແຮງເນື່ອງຈາກຄວາມລໍ້າໜ້າຂອງເຕັກໂນໂລຊີ, ຕົວຢ່າງເຄືອຂ່າຍອິນເຕີເນັດສາມາດປີ້ນແຜ່ນດິນ ພິກແຜ່ນຟ້າທາງດ້ານວຽກງານການສື່ສານແລະໂທລະຄົມມະນາຄົມແລະສາມາດຊ່ວຍໃຫ້ຄົນທັງໂລກແລກປ່ຽນຄຳຄິດເຫັນໄດ້ຢ່າງກວ້າງຂວາງ, ຈາກການປະດິດເຄື່ອງຕີພິມໃນສະຕະວັດທີ 15 ເຖິງການສ້າງອີເມລແລະບັນດາເຄື່ອງມືຂອງສື່ສັງຄົມຕ່າງໆນັ້ນມັນໄດ້ຊ່ວຍໃຫ້ການສື່ສານໄວກວ່າສາຍຟ້າແລັບສາອີກ. ພ້ອມນັ້ນການຄົມມະນາຄົມກໍເຊັ່ນກັນ, ການສ້າງເຄື່ອງບິນ, ລົດໄຟ, ກຳ ປັ່ນລ້ວນແລ້ວແຕ່ແມ່ນຂະບວນວິວັດທີ່ຫັນປ່ຽນໄປຕາມແລວຂອງໂລກາພິວັດໃນຍຸກພວກເຮົາ.
ຖ້າເປັນດັ່ງນັ້ນໂລກາພິວັດມີສ່ວນດີແລະເສຍແນວໃດ? ໂລກາພິວັດອາດນຳຜົນດີຫຼາຍຢ່າງອັນ ຕົ້ນຕໍທີ່ບັນດາປະເທດໃນໂລກກຳລັງໄຝ່ຝັນຫານັ້ນກໍຄືການຄ້າລະຫວ່າງປະເທດ, ການຮ່ວມມືທີ່ ເປີດກວ້າງຢ່າງບໍ່ເຄີຍມາກ່ອນ, ຂໍຍົກຕົວຢ່າງທີ່ແປນໆກໍຄືຂໍ້ຕົກລົງທາງດ້ານການຕ້ານການ ປ່ຽນແປງດິນຟ້າອາກາດປາຣີສທີ່ເຊັ່ນກັນທີ່ປະເທດຝຣັ່ງໃນທ້າຍປີ 2015 ທີ່ຜ່ານມານັ້ນມີເຖິງ 195 ປະເທດໃນໂລກ ເຫັນດີເຮັດວຽກຮ່ວມກັນໃນການຫຼຸດຜ່ອນການປ່ອຍທາດກາກບອນ ຂຶ້ນສູ່ບັນຍາກາດອັນເປັນນິມິດໝາຍທີ່ດີຂອງໂລກ.
ແຕ່ເຖິງຢ່າງໃດກໍຕາມໂລກາພິວັດກໍຍັງນຳມາເຊິ່ງຄວາມບໍ່ຄັກແນ່ພໍປານໃດເຊັ່ນກັນ, ກໍເນື່ອງຈາກວ່າເນື້ອແທ້ຂອງຄຳວ່າໂລກາພິວັດນັ້ນກໍແຝງຊ້ອນດ້ວຍການແຂ່ງຂັນກັນຢ່າງຕີນຖີບປາກກັດຈຶ່ງເຮັດໃຫ້ຜູ້ທີ່ປັບເຂົ້າສະພາບແວດລ້ອມໄດ້ດີກວ່ານັ້ນໄດ້ປຽບ, ຍົກຕົວຢ່າງການຜະລິດ ລົດຍົນທີ່ມີລາຄາຖືກກວ່າແຕ່ຄຸນນະພາບກໍບໍ່ໄດ້ເຖິງຂັ້ນຂີ້ຮ້າຍຈາກເກົາຫຼີສາມາດຕີຕະຫລາດໂລກໄດ້ຫຼາຍກວ່າລົດຍົນຍີ່ຫໍ້ອື່ນທີ່ລາຄາແພງກວ່າ.
ພ້ອມນັ້ນ, ການກ້າວສູ່ເຕັກໂນໂລຊີອັນໃໝ່ແຕ່ລະຂັ້ນກໍສໍ່າກັບວ່ານຳພວກເຮົາກ້າວ ສູ່ສິ່ງ ທີ່ເປັນອັນຕະລາຍອັນໃໝ່ທີ່ຮ້າຍແຮງກວ່າເກົ່າເຊັ່ນກັນຍົກຕົວຢ່າງເຖິງວ່າຄອມພິມເຕີຈະສາມາດຊ່ວຍໃຫ້ຊີວິດພວກເຮົາດີຂຶ້ນຫຼາຍດ້ານແຕ່ມັນກໍແມ່ນສິ່ງທີ່ນຳມາເຊິ່ງການກໍ່ອາຊະຍາກຳທາງດ້ານໄຊເບີ(cyber) ເຊັ່ນກັນ.

ແລະ ອັນທີ່ເຮົາເຫັນໄດ້ຈະແຈ້ງອັນໜຶ່ງກໍຄືເຖິງວ່າເສດຖະກິດຂະຫຍາຍຕົວຂອງຫຼາຍປະ ເທດກໍບໍ່ໄດ້ໝາຍຄວາມວ່າທຸກຄົນຈະໄດ້ຮັບຜົນປະໂຫຍດຈາກມັນ, ກຸ່ມຄົນ (ໜ້ອຍໜຶ່ງ) ລໍ້າລວຍ ແຕ່ອີກກຸ່ມ (ສ່ວນໃຫຍ່) ພັດທົນທຸກທໍລະມານເນື່ອງຈາກຄວາມບໍ່ເທົ່າທຽມກັນໃນສັງຄົມ, ເພາະ ສະນັ້ນເບິ່ງຄືວ່າໂລ  ກາພິວັດອາດບໍ່ສາມາດປິດຊ່ອງຫວ່າງລະຫວ່າງກຸ່ມຄົນທຸກແລະກຸ່ມຄົນຮັ່ງ ມີໄດ້ເທື່ອແລະບໍ່ຮູ້ວ່າໂລກາພິວັດຈະກ້າວໄປເຖິງຈຸດໃດຂອງໂລກແຕ່ພວກເຮົາກໍນຶກໄວ້ສະເໝີວ່າມັນແມ່ນຂະບວນການຫັນປ່ຽນທີ່ຍາກຍິ່ງແກ່ການຄວບຄຸມໄດ້. 

No comments:

Post a Comment