Ad

Ad

21 February 2017

ລາວຫາລືແຜນປ້ອງກັນໂຄງການກໍ່ສ້າງທາງລົດໄຟແຕ່ແຂວງຫລວງນໍ້າທາ-ນະຄອນຫລວງວຽງຈັນ


          ເມື່ອບໍ່ດົນມານີ້, ອະນຸກຳມະການປ້ອງກັນໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບແຜນປ້ອງກັນໂຄງການດັ່ງກ່າວ, ເພື່ອຮັບປະກັນໃຫ້ການກໍ່ສ້າງເສັ້ນທາງທີ່ໄດ້ເລີ່ມລົງມືແຕ່ໄລຍະປີ 2016-2021 ຊຶ່ງຈະຜ່ານແຂວງຫລວງນ້ຳທາ, ອຸດົມໄຊ, ຫລວງພະບາງ, ແຂວງວຽງຈັນ ແລະ ນະຄອນຫລວງວຽງຈັນມີຄວາມເປັນລະບຽບຮຽບຮ້ອຍ, ສະຫງົບປອດໄພ ແລະ ສຳເລັດຕາມຄາດໝາຍວາງໄວ້.
           ໃນໂອກາດນີ້, ທ່ານພົນຕີ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະ ຫງົບ, ທັງເປັນຫົວໜ້າອະນຸກຳມະການປ້ອງກັນໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ໄດ້ເນັ້ນໃຫ້ຄະນະອະນຸ
ກໍາມະການຈົ່ງເອົາໃຈໃສ່ຈັດຕັ້ງປະຕິບັດຢ່າງເຂັ້ມງວດເຂົ້າໃນການປ້ອງກັນ, ໂດຍສະ ເພາະນຳເອົາບັນດາເນື້ອໃນຮ່າງແຜນປ້ອງກັນຄັ້ງນີ້ໄປຜັນຂະຫຍາຍໃຫ້ມີປະສິດທິຜົນສູງ, ພ້ອມທັງແບ່ງຄວາມຮັບຜິດຊອບໃຫ້ບັນດາກົມກອງວິຊາສະເພາະ ແລະ ບຸກຄົນຮັບຜິດຊອບຕາມຄວາມເໝາະສົມແນໃສ່ເຮັດໃຫ້ການປ້ອງກັນໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນມີຄວາມສະຫງົບປອດໄພ

          ຕາມການລາຍງານຈາກກະຊວງໂຍທາທິການ ແລະ ຂົນສົ່ງ ໃຫ້ຮູ້ວ່າ: ສໍາລັບພິທີເປີດການກໍ່ສ້າງໂຄງການທາງລົດໄຟລາວ-ຈີນຢ່າງເປັນທາງການໄດ້ມີຂຶ້ນເມື່ອວັນທີ 25 ທັນວາ 2016 ຜ່ານມາທີ່ແຂວງຫຼວງພະບາງ, ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ໂຄງການດັ່ງກ່າວນັບແຕ່ບໍ່ເຕັນ (ຊາຍແດນລາວ-ຈີນ) ຫາສະຖານີນະຄອນຫຼວງວຽງຈັນລວມມີຄວາມຍາວກວ່າ 417 ກິໂລແມັດ, ເຊິ່ງໄດ້ອອກແບບເປັນທາງລົດໄຟມາດຕະຖານຊັ້ນ 1 ປະເພດລາງດ່ຽວ, ການກໍານົດຄວາມໄວອອກແບບສໍາລັບຂົນສົ່ງໂດຍສານເຂດພູດອຍແມ່ນ 160 ກິໂລແມັດຕໍ່ຊົ່ວໂມງ, ຢູ່ເຂດທົ່ງພຽງແມ່ນ 200 ກິໂລແມັດຕໍ່ຊົ່ວໂມງ ແລະ ຄວາມໄວອອກແບບສຳລັບການຂົນສົ່ງສິນຄ້າ 120 ກິໂລແມັດຕໍ່ຊົ່ວໂມງ. ການກໍ່ສ້າງປະກອບມີຂົວ 167 ແຫ່ງຍາວ 61 ກວ່າກິໂລແມັດກວມ 14,9%, ກໍ່ສ້າງທໍ່ 649 ແຫ່ງ ຍາວ 20 ກິໂລແມັດ, ກໍ່ສ້າງອຸມົງ 75 ແຫ່ງຍາວ 197 ກິໂລແມັດກວມ 47,7%, ໃນນີ້ອຸມົງທີ່ມີຄວາມຍາວກວ່າໝູ່ແມ່ນປະມານ 12 ກິໂລແມັດຢູ່ເມືອງກາສີແຂວງວຽງຈັນ. ມີສະຖານີທັງໝົດ 32 ແຫ່ງ, ໃນນີ້ມີ 21 ສະຖານີສຳລັບລົດໄຟຫຼີກກັນ, ມີ11 ສະຖານີໂດຍສານ ແລະ ສະຖານີສິນຄ້າອີກ 1 ແຫ່ງ ລວມມູນຄ່າກໍ່ສ້າງຂອງໂຄງການ 5,8 ຕື້ໂດລາສະຫະລັດ. ປັດຈຸບັນ, ໄດ້ສຳເລັດການສ້າງຕັ້ງບໍລິສັດຮ່ວມທຶນທາງລົດໄຟລາວ-ຈີນ, ການປະມູນຈັດຊື້-ຈັດຈ້າງກັບບັນດາບໍລິສັດຮັບເໜົາກໍ່ສ້າງ ແລະ ບໍລິສັດທີ່ປຶກສາ ແລະ ເຊັນສັນຍາ ກັບບໍລິສັດຮັບເໝົາກໍ່ສ້າງຫຼັກ 6 ສັນຍາ, ບໍລິສັດທີ່ປຶກສາ 3 ສັນຍາ ແລະ ທີ່ປຶກສາບຸກຄົນທີສາມ 3 ສັນຍາ. ຄາດຄະເນຈະໃຊ້ເວລາການກໍ່ສ້າງ 60 ເດືອນ ກໍຄືໃຫ້ສຳເລັດໃນທ້າຍປີ 2021. ການພັດທະນາພື້ນຖານໂຄງລ່າງເສັ້ນທາງລົດໄຟດັ່ງກ່າວນີ້ແມ່ນມີຄວາມສຳຄັນຕໍ່ການຈັດຕັ້ງຜັນຂະ ຫຍາຍມີຕິ X ຂອງພັກ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ, ເປັນການເພີ່ມທະວີເປີດກວ້າງ ແລະ ຍົກລະດັບການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ ແລະ ການ ທ່ອງທ່ຽວຂອງສອງປະເທດເວົ້າສະເພາະ, ເວົ້າລວມແມ່ນເປັນການເພີ່ມທະວີການພົວພັນທາງດ້ານເສດຖະກິດຢູ່ໃນເຂດການຄ້າເສລີ ຈີນ-ອາຊຽນອີກດ້ວຍ, ເຊິ່ງພາຍຫຼັງສຳເລັດການກໍ່ສ້າງຈະນຳຜົນປະໂຫຍດອັນໃຫຍ່ຫຼວງມາສູ່ປະຊາຊົນລາວບັນດາເຜົ່າ ແລະ ຈະເຮັດໃຫ້ການຄົມມະນາຄົມ-ຂົນສົ່ງ, ການໄປມາຫາສູ່ກັນມີຄວາມສະດວກ, ວ່ອງໄວ ແລະ ປອດໄພ, ສາມາດປະຢັດຕົ້ນທຶນການຂົນສົ່ງ, ທັງເປັນການສົ່ງເສີມການທ່ອງທ່ຽວ, ການຄ້າ-ການລົງທຶນໃຫ້ຂະຫຍາຍຕົວຂຶ້ນ, ພ້ອມທັງຈະກະຕຸກຊຸກຍູ້ການພັດທະນາຂະແໜງການອື່ນໆເຊັ່ນ: ຂະແໜງກະສິກຳ, ອຸດສາຫະກຳ-ການຄ້າ, ການລົງທຶນ ແລະ ທ່ອງທ່ຽວໃຫ້ມີການຂະຫຍາຍຕົວສູງ ແລະ ສາມາດສ້າງລາຍຮັບໃຫ້ແກ່ປະເທດຊາດ ແລະ ປະຊາຊົນໃນສະເພາະໜ້າ ແລະ ຍາວນານ.

No comments:

Post a Comment