Ad

Ad

21 February 2017

ລາວເລັ່ງແກ້ໄຂຂອດຄຸ້ມຄອງລັດທີ່ບໍ່ສອດຄ່ອງກົມກຽວ

           ໃນກອງປະຊຸມລັດຖະບານເປີດກວ້າງຮ່ວມກັບທ້ອງຖິ່ນເມື່ອບໍ່ດົນມານີ້ໄດ້ຊີ້ໃຫ້ເຫັນວ່າ: ປັດຈຸບັນລັດຖະບານພວມເລັ່ງແກ້ໄຂຂອດປະສານສົມທົບທີ່ພົວພັນເຖິງການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ລະຫວ່າງຂະແໜງການກັບທ້ອງຖິ່ນທີ່ເຫັນວ່າຍັງບໍ່ທັນກົມກຽວ, ເຮັດໃຫ້ການແກ້ໄຂບັນຫາມີຄວາມຊັກຊ້າ, ສົ່ງຜົນກະທົບຕໍ່ສິດ ແລະ ຜົນປະໂຫຍດຂອງປະຊາຊົນບັນດາເຜົ່າ, ຊຶ່ງບັນຫາດັ່ງກ່າວເປັນບັນຫາຊໍາເຮື້ອມາດົນແລ້ວ ແລະ ຈະຕ້ອງໄດ້ປັບປຸງແກ້ໄຂໂດຍໄວເພື່ອໃຫ້ການຄຸ້ມຄອງລັດ ແລະ ບໍລິການຮັບໃຊ້ປະຊາຊົນມີຄວາມຍຸຕິທໍາ, ໂປ່ງໃສ ແລະ ມີປະສິດທິຜົນ, ຊຶ່ງລັດຖະ ບານໄດ້ພະຍາຍາມແກ້ໄຂ
ບັນຫານີ້ແຕ່ຫົວທີ, ພາຍຫລັງທີ່ລັດຖະບານຊຸດໃໝ່ເຂົ້າມາປະຕິບັດໜ້າທີ່ກໍໄດ້ປັບປຸງຊັບ ຊ້ອນພາລະບົດບາດຂອງຫລາຍຂະແໜງການທີ່ເຫັນວ່າມີການທັບຊ້ອນ, ແບ່ງຄວາມຮັບພິຊອບບໍ່ຈະແຈ້ງ ແລະ ລົບລ້າງຂອດຂັ້ນບໍລິຫານລັດທີ່ເປັນອົງກອນຂອດລະຫວ່າງກາງ, ພ້ອມມອບໜ້າທີ່ຄວາມຮັບພິຊອບ ແລະ ສິດອໍານາດໃຫ້ກະຊວງ, ອົງການຕ່າງໆຂັ້ນສູນກາງ ແລະ ຂັ້ນແຂວງຕົກລົງຕັດສີນຕາມພາລະບົດບາດ ແລະ ຂອບເຂດສິດຂອງຕົນຢ່າງເຄັ່ງຄັດ, ພ້ອມນີ້ກໍໄດ້ທົບທວນຄືນບົດຮຽນຂອງລັດຖະບານຊຸດຜ່ານມາທີ່ຖອດຖອນໄດ້ ແລະ ມອບໃຫ້ກະຊວງພາຍໃນເປັນເຈົ້າການສົມທົບກັບຂະແໜງການກ່ຽວຂ້ອງເພື່ອຄົ້ນຄວ້າ ແລະ ປັບປຸງແກ້ໄຂ. ນອກຈາກນີ້ລັດຖະບານຍັງຈະສືບຕໍ່ປັບປຸງ ແລະ ສ້າງນິຕິກໍາລຸ່ມກົດໝາຍ, ເພື່ອສ້າງເງື່ອນໄຂ ແລະ ຊຸກຍູ້ການປະຕິບັດກົດໝາຍນຳອີກ.  

No comments:

Post a Comment