Ad

Ad

21 February 2017

ຊີຊີໄອ ຜະລິດຕະພັນສະໝູນໄພທີ່ໄດ້ຮັບລາງວັນຄຸນນະພາບລະດັບໂລກ

          ທ່ານນາງ ໂສພິດ ພະນົມອຸປະຖໍາ ຮອງກໍາມະການຜູ້ຈັດການບໍລິສັດ ແຊັມອອບແຊັມ ອິນໂນເວຊັນ ຈໍາກັດ(CHAMP OF CHAMP INNOVATION), ໄດ້ໃຫ້ສໍາພາດນັກຂ່າວພວກເຮົາໃນກອງປະຊຸມສໍາມະນາກ່ຽວກັບສັບພະຄຸນຂອງຜະລິດຕະພັນສະໝູນໄພຂອງບໍລິສັດຕົນຄັ້ງທີ 2 ເມື່ອບໍ່ດົນມານີ້ທີ່ສະພາການຄ້າ ແລະ ອຸດສະຫະກໍາແຫ່ງຊາດ, ນະຄອນຫລວງວຽງຈັນ, ພາຍຫລັງຜະລິດ ຕະພັນສະໝຸນໄພຫລາຍປະເພດໄດ້ຮັບລາງວັນນະວັດຕະກໍາດີເດັ່ນລະດັບໂລກໃນແຂ່ງຂັນດ້ານຄຸນນະພາບຢູ່ຫລາຍປະເທດເມື່ອປີຜ່ານມາ, ຂະນະດຽວກັນໄດ້ຕັ້ງເປົ້າຍອດທຸລະກິດໃນລາວປີນີ້ໃຫ້ບັນລຸຫລາຍກວ່າ 100 ລ້ານບາດ (ສະກຸນເງິນໄທ).

           ທ່ານນາງ ໂສພິດ ກ່າວວ່າ: ພາຍຫລັງໄດ້ຮັບການຕອບຮັບດີຈາກບັນດາຕົວແທນຈໍາໜ່າຍ ແລະ ລູກຄ້າຢູ່ປະເທດລາວໃນການຈັດສໍາມະນາກ່ຽວກັບສັບພະຄຸນຂອງຜະລິດຕະພັນສະໝູນໄພຂອງບໍລິສັດຕົນເມື່ອທ້າຍປີ 2016 ຜ່ານມານີ້, ຈຶ່ງໄດ້ຈັດການສໍາມະນາຂຶ້ນເປັນຄັ້ງທີສອງເພື່ອເປີດໂອກາດໃຫ້ຜູ້ທີ່ສົນໃຈເປັນຕົວແທນຈໍາໜ່າຍ ແລະ ລູກຄ້າໄດ້ມີຄວາມເຂົ້າໃຈກ່ຽວກັບສັບພະຄຸນ ແລະ ຄຸນນະພາບຂອງຜະລິດຕະພັນຫລາຍຂຶ້ນ, ຊຶ່ງປັດຈຸບັນມີຜະລິດຕະພັນຫລາຍກວ່າ 19 ຊະນິດທີ່ສະກັດ ແລະ ຜະລິດຈາກສະໝູນໄພທີ່ມີຄຸນນະພາບສູງ ຈາກທໍາມະຊາດທັງພາຍໃນ ແລະ ຕ່າງປະເທດ, ໃນນັ້ນມີຜະລິດຕະພັນຈໍານວນໜຶ່ງຫາກໍໄດ້ຮັບລາງວັນນະວັດຕະກໍາດີເດັ່ນລະດັບໂລກຈາກປະເທດລັດ ເຊຍ, ການາດາ, ຮົງກົງ ແລະ ໄຕ້ຫວັນ ເຊັ່ນ: ຜະລິດຕະພັນໂອລິສາຄິວເທນ (OLISA Q10) ທີ່ສາມາດຊ່ວຍໃຫ້ນອນຫລັບດີ, ຜິວຜັນສົດໃສ, ປັບຄວາມສົມດຸນຂອງຮອລໂມນ, ຫລຸດໄຂມັນໃນຮ່າງກາຍ, ຜະລິດຕະພັນກລີນມູລອນ (GREEN MULON) ຊ່ວຍຫລຸດອາການພູມແພ້, ຜະລິດຕະພັນຣີແລ໋ກຄລີມ (RELAX CREAM) ຊ່ວຍບັນເທົາອາການປວດຂໍ້, ປວດກ້າມຊີ້ນ ແລະ ແກ້ອາການຜື່ນຄັນຕ່າງໆ, ຜະລດິຕະພັນພ້ອມໄວ (PROMPT VITE) ຊ່ວຍລົດລະດັບນໍ້າຕານໃນເລືອດ, ຜະລິດຕະພັນໂທເມຊິງພລັດ (TOMAZING PLUS) ຊ່ວຍບັນເທົາອາການຕ່ອມລູກໝາກໃຫຍ່ ແລະ ອາການລິຊິດວງ, ຜະລິດຕະພັນໂມດີ (MODI) ຊ່ວຍບັນເທົາອາການເບົາຫວານ ແລະ ເສີມສ້າງການຫລັ່ງອິນຊູລິນຈາກຕັບ, ຜະລິດຕະພັນອາຊິຕອງ (ARSHITHONG) ຊ່ວຍຫລຸດຜ່ອນມະເລັງ ແລະ ເສີມສ້າງພູມຄຸ້ມກັນຂອງຮ່າງກາຍ. ນອກຈາກນີ້ຍັງມີຜະລິດຕະພັນອື່ນໆທີ່ດີຕໍ່ສຸຂະພາບ.

          ທ່ານນາງ ໂສພິດ ກ່າວວ່າ: ປັດຈຸບັນຕົວແທນຈໍາໜ່າຍຜະລິດຕະພັນຈາກ ບໍລິສັດ ຊີຊີໄອ ຢ່າງເປັນທາງການຢູ່ລາວແມ່ນບໍລິສັດໂຊກບາລາມີການຄ້ານໍາເຂົ້າ-ສົ່ງອອກຈໍາກັດຜູ້ດຽວ, ຊຶ່ງຕັ້ງຢູ່ທົ່ງຂັນຄໍາ, ເມືອງຈັນທະບູລີ, ນະຄອນຫລວງວຽງຈັນ ແລະ ໄດ້ຕັ້ງເປົ້າບັນລຸຍອດທຸລະກິດໃນປີນີ້ຫລາຍກວ່າຮ້ອຍລ້ານບາດ, ພ້ອມມີແຜນຂະຫຍາຍສາຂາຈໍາໜ່າຍໃຫ້ກວ້າງຂວາງໃນທົ່ວປະເທດໃນຕໍ່ໜ້ານີ້.  

No comments:

Post a Comment