Ad

Ad

21 February 2017

ປີນີ້ກະຊວງກະສິກໍາ-ປ່າໄມ້ຈະແກ້ໄຂຄວາມທຸກຍາກໃຫ້ໄດ້ 3,7 ພັນກວ່າຄອບຄົວ

           ທ່ານ ພວງປະຣິສັກ ປະວົງວຽງຄໍາ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ໄດ້ລາຍງານ ຕໍ່ກອງປະຊຸມກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດວຽກງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ໃນວັນທີ 20 ກຸມພານີ້, ທີ່ສະພາແຫ່ງຊາດວ່າ: ໃນປີນີ້ ກະຊວງກະສິກໍາ ແລະ ປ່າໄມ້ ຈະສຸມໃສ່ແກ້ໄຂຄອບຄົວທຸກຍາກໃຫ້ໄດ້ 3.747 ຄອບຄົວ ຈາກ 74.671 ຄອບຄົວໃຫ້ຍັງເຫລືອ 70.924 ຄອບຄົວ, ເທົ່າກັບ 6,09% ຂອງຄອບຄົວທົງໝົດ, ລຶບລ້າງບ້ານທຸກຍາກໃຫ້ໄດ້ 140 ບ້ານ, ຍັງເຫລືອ
1.511 ບ້ານ, ເທົ່າກັບ 17,86% ຂອງຈໍານວນບ້ານທັງໝົດ, ສູ້ຊົນລຶບລ້າງເມືອງທຸກຍາກໃຫ້ໄດ້ 1 ເມືອງ ຍັງເຫລືອ 20 ເມືອງ ເທົ່າກັບ 13,51%, ສູ້ຊົນສ້າງບ້ານພັດທະນາໃຫ້ໄດ້ 93 ບ້ານມາເປັນ 3.979 ບ້ານ ເທົ່າກັບ 48,54%, ຂອງຈໍານວນບ້ານທັງໝົດ, ສູ້ຊົນສ້າງບ້ານໃຫຍ່ໃຫ້ກາຍເປັນຕົວເມືອງນ້ອຍໃນຊົນນະບົດໃຫ້ໄດ້ ແຂວງລະ 2-3 ບ້ານ.
           ທ່ານ ພວງປະຣິສັກ ປະວົງວຽງຄໍາ ໃຫ້ຮູ້ຕື່ມວ່າ: ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວສາມາດບັນລຸຕາມຄາດໝາຍທີ່ກໍານົດໄວ້ ກະຊວງກະສິກໍາ ແລະ ປ່າໄມ້ຈະໄດ້ສຸມໃສ່ຈັດສັນພູມລໍາເນົາຄົງທີ່, ບ່ອນທໍາມາຫາກິນ ແລະ ອາຊີບໝັ້ນຄົງ ໃຫ້ປະຊາຊົນຢູ່ເຂດຈຸດສຸມຂອງສູນກາງ ແລະ ທ້ອງຖິ່ນໃຫ້ໄດ້ 168 ບ້ານ ເພື່ອແກ້ໄຂບັນຫາການເຄື່ອນຍ້າຍແບບຊະຊາຍຂອງພົນລະເມືອງ ພ້ອມນີ້ ກໍຈະໄດ້ສຸມໃສ່ປັບປຸງກົງຈັກການຈັດຕັ້ງ ແລະ ສ້າງກົນໄກປະສານງານຈັດຕັ້ງປະຕິບັດວຽກງານພັດທະນາຊົນນະບົດ ແລະ ລືບລ້າງຄວາມທຸກຍາກ ລະຫວ່າງ ກະຊວງກະສິກໍາ-ປ່ໄມ້ ແລະ ພັດທະນາຊົນນະບົດ ກັບກະຊວງກ່ຽວຂ້ອງ ໃຫ້ມີຄວາມກົມກຽວໄປຕາມເປົ້າໝາຍຈຸດສຸມດຽວກັນ, ຈັດຕັ້ງເຊື່ອມຊຶມເຜີຍແຜ່ຂໍ້ຕົກລົງສະບັບເລກທີ 65/ນຍ ວ່າດ້ວຍການຮັບຮອງຈຸດສຸມພັດທະນາ ທີ່ເປັນບູລິມະສິດໄລຍະ 2016-2020, ບົດແນະນໍາການຈັດຕັ້ງປະຕິບັດຂໍ້ຕົກລົງດັ່ງກ່າວ, ຈັດຕັ້ງນໍາພາການສ້າງແຜນພັດທະນາຈຸດສຸມຕ່າງໆໃຫ້ສໍາເລັດ, ສຸມໃສ່ປັບປຸງມາດຕະຖານພົ້ນທຸກ ແລະ ພັດທະນາ 2017-2020 ໃຫ້ສໍາເລັດ ແລະ ນໍາສະເໜີລັດຖະບານພິຈາລະນາຮັບຮອງ ແລະ ຈັດຕັ້ງກວດກາ ປະເມີນ ໃນທົ່ວປະເທດ ເພື່ອສ້າງຖານຂໍ້ມູນຕົວຕັ້ງ, ຄົ້ນຄ້ວາອອກນະໂຍບາຍການພັດທະນາຊົນນະບົດໃນໄລຍະໃໝ່, ການສ້າງນັກພັດທະ ນາກັບທີ່ຂັ້ນບ້ານ ແລະ ນະໂຍບາຍສົ່ງເສີມ ລະດົມທຶນເຂົ້າໃນວຽກງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ, ປັບປຸງການຄຸ້ມຄອງກອງທຶນຫລຸດຜ່ອນຄວາມທຸກຍາກ ແລະ ດໍາເນີນການຈັດຕັ້ງປະຕິບັດໂຄງການ ທລຍ 3, ປັບປຸງກອງທຶນພັດທະນາຂັ້ນບ້ານ, ເມືອງລະ 500 ລ້ານກີບ ໃຫ້ເປັນລະບົບ, ສຸມໃສ່ສ້າງຮ່າງກົດໝາຍຈັດສັນພູມລໍາເນົາ, ອາຊີບໝັ້ນຄົງໃຫ້ສໍາເລັດ ແລະ ຈັດຕັ້ງສ້າງບ້ານຕົວແບບຮ່ວມມື ລາວ-ຈີນໂຄງການພັດທະນາຢູ່ບັນດາຈຸດສຸມຕ່າງໆ.

No comments:

Post a Comment