Ad

Ad

21 February 2017

ລາວ-ຍີ່ປຸ່ນ ເພີ່ມທະວີການພົວພັນຮ່ວມມືດ້ານວັດທະນະທຳ

          ສະຖານທູດຍີ່ປຸ່ນປະຈຳລາວ ໄດ້ຈັດງານສະແດງສິລະປະວັນນະຄະດີ (ຮ້ອງເພງ) ໃນວັນທີ 20 ກຸມພານີ້, ຢູ່ນະຄອນຫລວງວຽງຈັນ  ໂດຍມີທ່ານ ນາງ ແສງເດືອນ ຫລ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ປອນເມກ ດາລາລອຍ ປະທານສະມາຄົມມິດຕະພາບ ລາວ-ຍີ່ປຸ່ນ ພ້ອມແຂກຖືກເຊີນເຂົ້າ ຮ່ວມ.

          ງານສະແດງດັ່ງກ່າວ, ໄດ້ເຊື້ອເຊີນເອົານັກຮ້ອງ, ນັກສະແດງ ທີ່ມີຊື່ສຽງຂອງລາວ ແລະ ຍີ່ປຸ່ນ
ໂດຍສະເພາະແມ່ນສິລະປິນຍີ່ປຸ່ນ ວົງຢິບຊີຄີນ ເຊິ່ງເປັນສິລະປິນເພງຣ໋ອກ ທີ່ມີຊື່ສຽງ, ມີປະສົບການໃນການຫລິ້ນດົນຕີ ຢູ່ລາວ 10 ກວ່າປີ  ມາສ້າງຄວາມມ່ວນຊື່ນໃຫ້ໄດ້ເບິ່ງ, ໄດ້ຊົມ ຢ່າງຄຶກຄື້ນ ທັງນີ້, ກໍເພື່ອຮັດແໜ້ນການພົວພັນຮ່ວມມືຮອບດ້ານ ໂດຍສະເພາະດ້ານວັດທະນະທຳລະຫວ່າງ ລາວ ແລະ ຍີ່ປຸ່ນ ໃຫ້ໄດ້ຮັບການພັດທະນາ ແລະ ແຕກດອກອອກຜົນງອກງາມຍິ່ງໆຂຶ້ນ.

No comments:

Post a Comment