Ad

Ad

20 March 2013

ປະຊາຊົນບ້ານໜອງທາເໜືອປະສົບບັນຫານ້ຳປະປາມາບໍ່ປົກກະຕິຕິດຕໍ່ຫລາຍເດືອນ



       ປະຊາຊົນເຂດບ້ານໜອງທາເໜືອເມືອງຈັນທະບູລີ ນະຄອນຫລວງວຽງຈັນ ໂດຍສະເພາະ ເຂດຮ່ອມ 17 ທີ່ເປັນເຂດຊຸມ ຊົນມີຫລາຍຮ້ອຍຫລັງຄາເຮືອນພວມພົບບັນຫາຂາດເຂີນ ນ້ຳປະປ າເພື່ອຊົມໃຊ້ເນື່ອງຈ າກນ້ຳບໍ່ມາຕິດຕໍ່ກັນຫລາຍເດືອນສົ່ງຜົນໃຫ້ຫລາຍຄອບຄົວຫັນມາເຈາະ ນ້ຳບາດານເພື່ອຊົມໃຊ້.
       ປະຊາຊົນທ່ານໜຶ່ງໄດ້ພານັກຂ່າວໜັງສືພິມລາວພັດທະນາເລາະເບິ່ງສະພາບການຂາດເຂີນ ນ້ຳໃນເ ຂດບ້ານດັ່ງກ່າວ ໃນວັນ ທີ  19 ມີນານີ້ ແລະ ໃຫ້ຮູ້ວ່າ: ປັດຈຸບັນປະຊາຊົນເຂດບ້ານ ໜອງທາເໜືອ ໜ່ວຍ17 ພົບກັບບັນຫານ້ຳປະປາບໍ່ມາຕິດ ຕໍ່ກັນຫລາຍເດືອນເຊິ່ງໄດ້ສ້າງຄວາມ ເດືອດຮ້ອນຢ່າງໜັກໜ່ວງໃນການດຳລົງຊີວິດປະຈຳວັນ. ເພື່ອແກ້ໄຂສະພາບດັ່ງກ່າວປັດຈຸບັນປະ ຊາຊົນໄດ້ຫັນໄປເຈາະນ້ຳບາດານເພື່ອມາໃຊ້ອາບ, ແຕ່ກໍຍັງມີຫລາຍຄອບຄົວທີ່ບໍ່ໄດ້ເຈາະນ້ຳບາດ ານມາຊົມໃຊ້ ເນື່ອງຈາກຄ່າໃຊ້ຈ່າຍສູງ.
       ປະຊາຊົນທ່ານໜຶ່ງເວົ້າວ່າ: ໄດ້ສະເໜີໄປຍັງພະນັກງານເກັບບິນນ້ຳປະປາແຕ່ກໍໄດ້ຄຳຕອບວ່າ: ບັນຫາດັ່ງກ່າວບໍ່ສາມາດ ແກ້ໄຂໄດ້ເນື່ອງຈາກສະພາບອາກາດຮ້ອນ ແລະ ແມ່ນ້ຳຂອງບົກແຫ້ງຈຶ່ງເຮັດໃຫ້ການສູບນ້ຳຂຶ້ນມາຮັບໃຊ້ບໍ່ພຽງພໍ ແລະ ປັດຈຸ ບັນການຊົມໃຊ້ນ້ຳປະປາຫລາຍຂຶ້ນຈຶ່ງເຮັດໃຫ້ນ້ຳບໍ່ມາ.

        ປະຊາຊົນເຂດດັ່ງກ່າວບອກຕື່ມວ່າ: ມີຫລາຍຄອບຄົວໄປອາໄສຂົນນ້ຳປະປານຳຍາດພີ່ນ້ອງທີ່ຢູ່ເຂດ ບ້ານອື່ນມາຊົມໃຊ້. ຂະນະດຽວກັນບາງຄອບຄົວກໍໄດ້ໂທສັ່ງຊື້ນ້ຳຈາກບໍລິສັດນ້ຳປະປາເຊິ່ງມີລາຄາ 350.000 ກີບຕໍ່ 10 ແມັດກ້ອນ ໃນທຸກໆມື້ ເຊິ່ງເປັນພາລະໃຊ້ຈ່າຍທີ່ສູງ, ແຕ່ກໍມີຄວາມຈຳເປັນຕ້ອງໄດ້ຊື້ເພື່ອມາຊົມໃຊ້. ແນວໃດກໍຕາມ, ປະຊາຊົນເຂດບ້ານໜອງທາເ ໜືອໄດ້ຮຽກຮ້ອງມາຍັງພາກສ່ວນກ່ຽວຂ້ອງລົງມາຊ່ວຍແກ້ໄຂເພື່ອໃຫ້ການດຳລົງຊີວິດຂອງເຂົາເຈົ້າດີຂຶ້ນກວ່າເກົ່າ.

No comments:

Post a Comment