Ad

Ad

20 March 2013

ກອງປະຊຸມວິຊາການທ່ອງທ່ຽວອາຊຽນໄຂຂຶ້ນຢູ່ແຂວງຈຳປາສັກ



           ກອງປະຊຸມວິຊາການທ່ອງທ່ຽວອາຊຽນໄດ້ໄຂ ຂຶ້ນ ຢ່າງເປັນທາງການຢູ່ແຂວງຈຳປາສັກໃນວັນທີ 19 ມີນາ 2013 ທີ່ໂຮງແຮມຈຳປາສັກແກຣນ ໂດຍການເປັນກຽດເຂົ້າຮ່ວມ ຂອງທ່ານດຣ ບຸນຖອງ ດິວິໄຊ ຮອງເຈົ້າແຂວງໆຈຳປາສັກ, ທ່ານ ສູນ ມະນີວົງ ຫົວໜ້າກົມພັດທະນາການທ່ອງທ່ຽວ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ເອັສດີ ຄຣີເມິດ ໂຊເອມາວີລາກາ (MR EddY KrismeidySoemawilaga) ເຈົ້າໜ້າທີ່ອາວຸໂສກອງ ເລຂາອາຊຽນປະຈຳເມືອງຈາກາຕ້າປະເທດອິນໂດເນຍເຊຍພ້ອມດ້ວຍບັນດາຄະ ນະພັກຄະນະການນຳຈາກກະຊວງ (ຖວທ) ແລະ ຜູ້ແທນຈາກ 10 ປະເທດອາຊຽນເຂົ້າຮ່ວມ.
          ໃນພິທີ ທ່ານ ດຣ ບຸນຖອງ ດິວິໄຊ ຮອງເຈົ້າແຂວງໆຈຳປາສັກໄດ້ຂຶ້ນກ່າວລາຍງານຕໍ່ກອງປະຊຸມວ່າ:ແຂວງຈຳປາ ສັກມີຄວາມປິຕິຍິນດີເປັນຢ່າງຍິ່ງທີ່ໄດ້ຮັບກຽດອັນສູງຮ່ວມກັບກະຊວງ (ຖວທ) ເປັນເຈົ້າພາບຈັດກອງປະຊຸມວິຊາການດ້ານ ການທ່ອງທ່ຽວອາຊຽນໃນປິ 2013 ທັງນີ້ ເພື່ອເປັນການຜັນຂະຫຍາຍກອງປະຊຸມລັດຖະມົນຕີອາຊຽນທີ່ ສປປ ລາວ ເປັນ
ເຈົ້າພາບໃນເດືອນມັງກອນທີ່ຜ່ານມາຢູ່ນະຄອນຫຼວງວຽງຈັນພາຍໃຕ້ຫົວຂໍ້ທີ່ວ່າ “ອາຊຽນຈັບມືກັນສ້າງສັນອະນາຄົດ ” ທັງນີ້ກໍ ເພື່ອກຽມພ້ອມສ້າງປະຊາຄົມເສດຖະກິດອາຊຽນ, ທ່ານກ່າວຕື່ມວ່າ:ອາຊຽນແມ່ນວົງສາຄະນາຍາດໃຫ່ຍໃນພາກພື້ນອາຊີອາ ຄະເນທັງມີຄວາມຫຼາກຫຼາຍທາງດ້ານພາສາ ແລະ ວັດທະນະທຳຮີດຄອງປະເພນີທີ່ຄືກັນ ແລະ ແຕກຕ່າງເຊິ່ງສິ່ງນັ້ນ ແມ່ນໄດ້ສືບທອດມາຈາກບັນພະບູລຸດຂອງຕົນເປັນເວລາຫຼາຍປີພ້ອມດຽວກັນນັ້ນອາຊຽນຍັງເປັນແຫຼ່ງທີ່ມີທຳມະຊາດແລະສິ່ງແວດ ລ້ອມທີ່ອຸດົມສົມບູນ, ມີແຫຼ່ງທ່ອງທ່ຽວທີ່ສົດສວຍງົດງາມ, ມີປະຫວັດຄວາມເປັນມາອັນເກົ່າແກ່ ແລະ ຮຸ່ງເຮືອງແຕ່ລະ ຍຸກແຕ່ລະສະໄໝຈົນກາຍມາເປັນບູຮານສະຖານ ແລະ ປຸລະຍິສະຖານທີ່ງົດງາມແລະຊ່າລືມານານ, ເຊິ່ງທັງໝົດເລົ່ານັ້ນຄືທ່າ ແຮງໃນການພັດທະນາເສດຖະກິດລວມຂອງຊາດໂດຍສະເພາະກໍຄືການພັດທະນາການທ່ອງທ່ຽວເຊິ່ງກໍແມ່ນໜຶ່ງບຸລິມະສິດ ຂອງລັດຖະບານແຕ່ລະປະເທດໃນທະວີບອາຊີຈົນມີການເຕີບໃຫ່ຍຂະຫຍາຍຕົວຢ່າງບໍ່ຢຸດຢັ້ງເຊັ່ນ: ໃນປີ 2011 ມີນັກທ່ອງ ທ່ຽວສາກົນເຂົ້າມາທ່ຽວໃນບັນດາປະເທດອາຊຽນເຖິງ 81,2 ລ້ານ ຄົນອັນໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະ ກິດສັງຄົມຂອງແຕ່ລະປະເທດໄດ້ເປັນຢ່າງດີ.
          ສປປ ລາວກໍເປັນປະເທດທີ່ອຸດົມສົມບູນດ້ານທຳມະຊາດ ແລະ ປຸນິຍະສະຖານທີ່ມີຊື່ສຽງ ແລະ ຄວາມງົດງາມອີກ ປະເທດຫນຶ່ງໃນບັນດາ 10 ຊາດອາຊຽນ ໂດຍສະເພາະຢູ່ແຂວງຈຳປາສັກ ແມ່ນມີສະຖານທີ່ທ່ອງທ່ຽວທາງດ້ານທຳມະຊາດ ທີ່ງົດງາມ ແລະ ລືຊື່ ເຊັ່ນ: ນ້ຳຕົກຕາດຄອນພະເພັງ, ວັດພູຈຳປາສັກມໍລະດົກໂລກແຫ່ງທີ II ຂອງ ສປປ ລາວ ນອກນັ້ນ ຍັງມີ ແຫຼ່ງທ່ອງທ່ຽວທາງດ້ານວັດທະນະທຳແລະທຳມະຊາດທີ່ອຸດົມສົມບູນອີກ100ກວ່າແຫ່ງເຊິ່ຊັບພະຍາກອນທຳມະຊາດເລົ່ານີ້ ຄືທ່າແຮງແຫ່ງການພັດທະນາເສດຖະກິດ​ສັງຄົມຂອງແຂວງ, ສາມາດເອື້ອອຳນວຍໃຫ້ແຂວງຈຳປາສັກມີການພັດທະນາເປັນ ກ້າວໆຕໍ່ໄປໂດຍສະເພາະກໍຄືການພັດທະນາດ້ານການທ່ອງທ່ຽວອະນຸລັກເຊິ່ງຈະສາມາດພັດທະນາການທ່ອງທ່ຽວໃຫ້ເປັນອຸດສະຫະກຳຂຽວປາສະຈາກຄວັນໄຟ ແລະ ອາຍພິດເປັນສະຖານທີ່ພັກຜ່ອນແຫ່ງໄໝ່ທີ່ໜ້າມາທ່ຽວຊົມທີ່ສຸດສຳລັບອະນຸພາກ ພື້ນອາຊີຕາເວັນອອກສ່ຽງໃຕ້.

No comments:

Post a Comment