Ad

Ad

21 March 2013

ລາຍການໂທລະພາບຂອງສະພາແຫ່ງຊາດຈະເລີ່ມອອກອາກາດໃນເວລາອັນໃກ້ນີ້


      ໃນວັນທີ 19-22 ມີນານີ້, ກົມສື່ມວນຊົນຫ້ອງວ່າການສະພາແຫ່ງຊາດ ໄດ້ຈັດຊຸດເຝິກອົບຮົມກ່ຽວກັບບົດຮຽນການ ຈັດລາຍການໂທລະພາບຂອງສະພາແຫ່ງຊາດຂຶ້ນຢູ່ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ວິເສດ ສະແຫວງສຶກສາ ຮອງຫົວ ໜ້າຫ້ອງວ່າການສະພາແຫ່ງຊາດ ທັງເປັນຜູ້ຊີ້ນຳວຽກງານສື່ມວນຊົນ ແລະ ສູນຂໍ້ມູນ-ຂ່າວ ສານສະພາແຫ່ງຊາດ, ເຂົ້າຮ່ວມ ມີທ່ານ ດຣ. ບຸນຈອມ ວົງເພັດ ຫົວໜ້າອຳນວຍການໂທລະພາບແຫ່ງຊາດ, ມີຫົວໜ້າອຳນວຍການວິທະຍຸກະຈາຍ ສຽງແຫ່ງຊາດ ແລະ ຫົວໜ້າອຳນວຍການສະຖາບັນສື່ມວນຊົນ ແລະ ວັດທະນະທຳກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ມີນັກເຝິກອົບຮົມທີ່ມາຈາກບັນດາກົມ ແລະ ເຂດເລືອກຕັ້ງທົ່ວປະເທດຂອງສະພາແຫ່ງຊາດເຂົ້າຮ່ວມ.
    ທ່ານ ທອງດາ ສຸພາສິດ ຫົວ ໜ້າກົມສື່ມວນຊົນ ຫ້ອງວ່າການ ສະພາແຫ່ງຊາດ ໄດ້ກ່າວເປີດຊຸດ ເຝິກອົບຮົມເທື່ອນີ້ວ່າ: ການຈັດຊຸດເຝິກອົບຮົມເທື່ອນີ້ ເພື່ອກະກຽມຄວາມພ້ອມຮອບດ້ານໃນການສ້າງ ແລະ ຜະລິດລາຍການ ໂທລະພາບຜູ້ແທນ ປະຊາຊົນຂອງສະພາແຫ່ງຊາດໃນເວລາອັນເໝາະສົມຕໍ່ໜ້າເພື່ອເຮັດໜ້າທີ່ເປັນກະບອກສຽງໃນການໂຄສະນາ ແລະ ເຜີຍແຜ່ ພາລະບົດບາດ, ສິດ ແລະ ໜ້າທີ່ຂອງສະພາແຫ່ງຊາດໃນຖານະເປັນອົງການຕົວແທນປະຊາຊົນ, ອົງການນິຕິບັນຍັດ, ຕົກລົງ ບັນຫາພື້ນຖານຂອງປະເທດຊາດ ແລະ ຕິດຕາມກວດກາອົງການອຳນາດແຫ່ງລັດຂັ້ນຕ່າງໆໃຫ້ທົ່ວສັງຄົມໄດ້ຮັບຮູ້ ແລະ ເຂົ້າ
ໃຈຢ່າງກວ້າງຂວາງ ແລະ ທົ່ວເຖິງຜູ້ມີສິດເລືອກຕັ້ງໃນທົ່ວປະເທດ; ເພື່ອສືບຕໍ່ຍົກລະດັບ ແລະ ບຳລຸງສ້າງພະນັກງານທີ່ ເຮັດວຽກຂ່າວສານຂອງກົມສື່ມວນຊົນ, ບັນດາກົມຂອງສະພາແຫ່ງຊາດ ແລະ ຫ້ອງວ່າການສະ ພາແຫ່ງຊາດປະຈຳເຂດເລືອກ ຕັ້ງໄດ້ຮັບຮູ້ ແລະ ເຂົ້າໃຈໂດຍພື້ນຖານກ່ຽວກັບທິດສະດີ ແລະ ພາກປະຕິບັດຕົວຈິງກ່ຽວກັບບົດຮຽນການຈັດລາຍການ ໂທລະພາບຂອງສະພາແຫ່ງຊາດ; ເພືື່ອສ້າງເຄືອຂ່າຍເພື່ອນຮ່ວມງານໃນຂອບເຂດທົ່ວປະເທດມີສ່ວນຮ່ວມໃນການເກັບກຳ ຂ່າວ ແລະ ຂໍ້ມູນອື່ນໆທີ່ຕິດພັນໂດຍກົງກັບການເຄື່ອນໄຫວຂອງອົງການນິຕິບັນຍັດໃຫ້ມີຫລາຍເນື້ອໃນ, ຫລາຍສີສັນ ເພື່ອຜະ ລິດ ແລະ ສ້າງເປັນລາຍການໂທລະພາບຂອງສະພາແຫ່ງຊາດ.
    ບົດຮຽນທີ່ນຳມາສຶກສາໃນ ເທື່ອນີ້ແມ່ນຮຽນຮູ້ພາລະບົດບາດ, ສິດ, ໜ້າທີ່ ແລະ ຈັນຍາບັນຂອງນັກຂ່າວ, ການເກັບກຳຂໍ້ ມູນ, ຂະໜາດຂອງພາບ, ການເຄື່ອນເໜັງກ້ອງ, ການຖ່າຍທຳຂ້າມເສັ້ນ, ທັກສະສິລະປະການ ເວົ້າຂອງໂຄສົກພິທີກອນໂທລະ ພາບ ເພື່ອສ້າງແຮງຈູງໃຈໃຫ້ແກ່ ຜູ້ຊົມ, ຫລັກການ ແລະ ສິລະປະ ໃນການເວົ້າ, ການສ້າງໂຄງເລື່ອງທີ່ຈະເວົ້າ, ຫລັກການສຳ ພາດ, ການໃຊ້ທ່າທາງປະກອບການເວົ້າ, ການໃຊ້ນ້ຳສຽງລະ ດັບຕ່າງໆ ແລະ ຂໍ້ຄວນລະວັງໃນການເວົ້າ.
    ຕອນທ້າຍ, ທ່ານ ວິເສດ ສະແຫວງສຶກສາ ໄດ້ມີຄຳເຫັນຕໍ່ຊຸດເຝິກອົບຮົມວ່າ: ການຈັດຊຸດເຝິກອົບຮົມເທື່ອນີ້ ແມ່ນການ ຜັນຂະຫຍາຍທິດທາງວຽກງານ 5 ປີ ຂອງສະພາແຫ່ງຊາດ ຊຸດທີ VII ໂດຍສະເພາະການຈັດຕັ້ງປະຕິ ບັດທິດທາງວຽກງານປີ 2013- 2014 ຂອງຫ້ອງວ່າການສະພາແຫ່ງຊາດ ວ່າດ້ວຍການສຶກສາຄວາມສາມາດໃນການອອກລາຍ ການໂທລະພາບ “ຜູ້ແທນປະຊາ ຊົນ” ໃນຕໍ່ໜ້າ.

No comments:

Post a Comment