Ad

Ad

5 February 2015

ທະນາຄານເອັສທີ ມີຄວາມພ້ອມສູງໃນການກ້າວສູ່ປະຊາຄົມເສດຖະກິດອາຊຽນ



           ການດຳເນີນທຸລະກໍາການເງິນຂອງທະນາຄານເອັສທີ ( ST Bank ) ຈຳກັດ ໃນໄລຍະໄດ້ 5 ປີ ກໍໄດ້ຮັບຄວາມເຊື່ອໝັ້ນຈາກສັງຄົມຢ່າງກ້ວາງຂວາງກາຍ ເປັນທະນາຄານໜຶ່ງ ທີ່ຮັບໃຊ້ແນວທາງນະໂຍບາຍຂອງພັກ , ລັດຖະບານປະກອບ ສ່ວນອັນສຳຄັນເຂົ້າໃນແຜນພັດທະນາເສດຖະກິດ - ສັງຂອງຊາດ ໂດຍສະເພາະໄດ້ ໃຫ້ການສະໜອງສິນເຊື່ອກັບປະຊາຊົນບັນດາເຜົ່າ ແລະ ທະນາຄານແຫ່ງນີ້ ເປັນທະ ນາຄານທຸລະກິດເອກະຊົນໂດຍນັກທຸລະກິດລາວຖືຫຸ້ນ 100%  ປະຈຸບັນພວມບືນ ຕົວບຸກທະລຸໃຫ້ກາຍເປັນທະນາຄານທີ່ນອນ ໃນແຖວໜ້າຂອງລະບົບທະນາຄານຢູ່ ລາວ ແລະ ມີຄວາມພ້ອມສູ່ການເຊື່ອມໂຍງປະຊາຄົມເສດຖະກິດອາຊຽນ             ( AEC ).
          ທ່ານ ສີທັດ ໄຊສຸລິວົງ ປະທານສະພາບໍລິຫານທະນາຄານ ເອັສທີ  ຈຳກັດ ໄດ້ກ່າວວ່າ: ເພື່ອຕອບສະໜອງແຜນ ພັດທະ ນາເສດຖະກິດ-ສັງຄົມຂອງລັດຖະບານ, ທະນາຄານ ເອັສທີ ຈຳກັດ ຈຶ່ງໄດ້ຮັບການສ້າງຕັ້ງຂື້ນຢ່າງເປັນ ທາງການໃນ ຕົ້ນເດືອນກໍລະກົດ 2009 ແລະ ໄດ້ຮັບການສະໜັບສະໜູນຢ່າງແຂງແຮງຈາກພະນັກງານ, ທະຫານ, ຕໍາຫຼວດ, ປະຊາຊົນ, ພໍ່ຄ້າຊາວຂາຍ ແລະ ນັກທຸລະກິດທັງພາຍໃນ ແລະ ຕ່າງປະເທດ ອັນໄດ້ເຮັດໃຫ້ທະນາຄານມີຄວາມໝັ້ນຄົງ ແລະ ມີຄວາມ ພ້ອມສູ່  ການເປັນປະຊາຄົມເສດຖະກິດອາຊຽນ (AEC),  ໄດ້ວາງນະໂຍບາຍເພື່ອຮັບຮອງການຂະຫຍາຍຕົວທາງ ດ້ານ
ເສດຖະກິດຂອງປະເທດ ແລະ ພາກພື້ນ ໂດຍສະເພາະໄດ້ເອົາໃຈໃສ່ຕໍ່ລະບົບການເຮັດວຽກທີ່ມີເຄື່ອງມື, ລະບົບເຕັກໂນໂລ ຊີທີ່ທັນສະໄໝສາມາດຮອງຮັບການພົວພັນກັບຕ່າງປະເທດໄດ້ຢ່າງກວ້າງຂວາງ, ການເຮັດທຸລະກໍາທາງການເງິນພາຍໃນ ປະເທດຈະຂະຫຍາຍເຄືອຂ່າຍໃຫ້ຄວບຄຸມທົ່ວປະເທດ, ໄປຄຽງຄູ່ກັບບັນຫາອື່ນໆນັ້ນ ກໍຍັງມີການພັດທະນາບຸກຄະ ລາກອນໃຫ້ມີຄວາມຮູ້ຄວາມສາມາດ ແລະ ພຽບພ້ອມດ້ວຍປະສົບການເພື່ອຈຸດມຸ້ງໝາຍທີ່ເຮັດການບໍລິການ ທີ່ເປັນ ເລີດແກ່ລູກຄ້າ ແລະ ເພື່ອໃຫ້ສົມກັບຄຳຂວນທີ່ວາງໄວ້ວ່າ: ໝັ້ນຄົງ ໂປ່ງໃສ ບໍລິການດ້ວຍໃຈ ຮັບໃຊ້ສັງຄົມ”.
        ທ່ານ ສີທັດ ກ່າວວ່າ : ເບື້ອງຕົ້ນທະນາຄານມີທຶນຈົດທະບຽນ 100 ຕື້ກີບ ແລະ ໃນທ້າຍເດືອນທັນວາ 2014 ທຶນຈົດທະບຽນທີ່ຖອກແລ້ວ 300 ຕື້ກີບ, ເຊິ່ງໃຫ້ການບໍລິການໂດຍມີປະເພດເງິນຝາກປະຢັດ, ເງິນຝາກກະແສລາຍວັນ ແລະ ບັນຊີເງິນຝາກປະຈໍາ, ສໍາລັບປະເພດສິນເຊື່ອແມ່ນມີເງິນກູ້ສ່ວນບຸກຄົນ, ເງິນກູ້ເບີກເກີນບັນຊີ, ເງິນກູ້ໝູນວຽນ ແລະ ເງິນກູ້ໄລຍະກາງ - ໄລຍະຍາວ, ດ້ານການບໍລິການກໍໄດ້ໃຫ້ການບໍລິການບັດກົດເງິນສົດ, ບໍລິການໂອນເງິນຜ່ານລະບົບ, ບໍລິການຮັບຊຳລະຄ່າໂທລະ ສັບລາຍເດືອນ, ຄ່າເຊົ່າອິນເຕິເນັດ ແລະ ການບໍລິການຮັບຊໍາລະຄ່າຮັບຊົມໂທລະພາບດີຈິຕອລລາວ.
           ມາຮອດທ້າຍເດືອນທັນວາ 2014 ທະນາຄານເອັສທີໄດ້ຂະຫຍາຍສາຂາ 3 ແຫ່ງ  ຢູ່ປາກເຊ ແຂວງຈຳປາສັກ ສະຫວັນນະເຂດ ແລະ ຫຼວງພະບາງ, ມີ 26 ໜ່ວຍບໍລິການ, ມີປ່ອງບໍລິການຜ່ານຕູ້ ATM  34 ໜ່ວຍ ແລະ ມີພະນັກງານທັງໝົດ 367 ຄົນ, ດ້ານຖານະການເງິນ ແລະ ທຸລະກິດ ເຫັນວ່າ: ຊັບສິນໝູນວຽນແມ່ນມີສະພາບຄ່ອງເພື່ອຮອງຮັບໃຫ້ແກ່ການບໍລິການລູກຄ້າ ເຊິ່ງມາເຖິງເດືອນ 12/2014 ຊັບສິນທັງໝົດມີຈໍານວນ 2.380,84 ຕື້ກີບ, ໃນນີ້ມີຊັບສິນໝູນວຽນທີ່ມີສະພາບຄ່ອງມີເງິນສົດ ແລະ ເງິນຝາກຢູ່ທະນາຄານແຫ່ງ ສປປ ລາວ ກວມ 25,43% ຂອງຊັບສິນທັງໝົດ, ເງິນກູ້ມີ 1.424,09 ຕື້ກີບ ກວມ 59,81% ຂອງລວມຍອດຊັບສິນ, ຖ້າທຽບໃສ່ແຫຼ່ງທຶນເງິນຝາກອັດຕາສ່ວນສິນເຊື່ອຕໍ່ເງິນຝາກເທົ່າກັບ 76,70% ແລະ ມີໜີ້ NPLs ຕໍ່າກ່ວາເກນທີ່່ທະນາຄານແຫ່ງ ສປປ ລາວວາງອອກ, ດ້ານໜີ້ສິນ - ທຶນເທົ່າກັບຊັບສິນທັງໝົດ, ໃນນີ້ດ້ານໜີ້ສິນທັງໝົດ 1982,93 ຕື້ກີບ ( ເງິນຝາກກວມ 96,23% ), ດ້ານທຶນເຊິ່ງເປັນສ່ວນຂອງຜູ້ຖືຮຸ້ນມີ 397,90 ຕື້ກີບ ( ທຶນຈົດທະບຽນ 300 ຕື້ກີບ ແລະ ຄັງແຮ + ກຳໄລ ) ກວມ 16,71% ຂອງລວມຍອດໜີ້ສິນ - ທຶນ, ຈາກການວັດແທກຄວາມພໍພຽງຂອງທຶນທະນາຄານ ເອັສທີ ເຫັນວ່າ: ທະນາຄານມີຖານະຂອງເງິນທຶນທີ່ເຂັ້ມແຂງ, ໝັ້ນຄົງ, ມີຄຸນນະພາບດີ  ແລະ ສາມາດມີກຳໄລໃນປີ 2014 ມີ 53,68 ຕື້ກີບ.
            ແຜນການປີ 2015 ທະນາຄານ ຍັງຈະສືບຕໍ່ປະຕິບັດແຜນການລະດົມເງິນຝາກ ເຊິ່ງເປັນແຫຼ່ງທຶນຕົ້ນຕໍ ແລະ ສຳຄັນໂດຍເພີ່ມຈາກທ້າຍປີ 2014 ແມ່ນ 30% ຄືໃຫ້ໄດ້ຈໍານວນ 2.450 ຕື້ກີບ ແລະ ມີແຜນນຳໃຊ້ທຶນສິນເຊື່ອໃຫ້ໄດ້ 1.880 ຕື້ກີບ ( ເພີ່ມຂຶ້ນ 32% ທຽບໃສ່ທ້າຍປີ 2014 ) ເພື່ອແນໃສ່ສ້າງລາຍຮັບ, ຄຸ້ມຄອງລາຍຈ່າຍ ແລະ ສ້າງແຜນກຳໄລໃຫ້ບັນລຸຕາມຄາດວາງໄວ້ ໂດຍຈະສືບຕໍ່ລະດົມທຶນດ້ວຍຫຼາຍຮູບແບບຫຼາຍຊ່ອງທາງໂດຍຜ່ານສື່ມວນຊົນ, ຮູບການແຈກໂຊກ ແລະ ອື່ນໆ; ເອົາໃຈໃສ່ປັບປຸງຂອດບໍລິການດ້ວຍຄວາມວ່ອງໄວທັນໃຈຮັບປະກັນ ແລະ ເອົາໃຈໃສ່ການປ່ອຍສິນເຊື່ອໃຫ້ຮັດກຸມ ແລະ ມີປະສິດທິຜົນ, ພ້ອມນັ້ນ ຍັງມີແຜນຍົກລະດັບດ້ານວຽກງານ IT, ດ້ານອຸປະກອນຮັບໃຊ້ທີ່ທັນສະໄໝ, ສ້າງບຳລຸງພະນັກງານ, ປັບປຸງບັນດານິຕິກຳໃຫ້ສອດຄ່ອງແຕ່ລະໄລຍະທັງນີ້ກໍເພື່ອເປັນການພັດທະນາທະນາຄານເອັສທີ ໃຫ້ກາຍເປັນທະນາຄານຊັ້ນແນວໜ້າຂອງປະເທດ ແລະ ກະກຽມຄວາມພ້ອມເຂົ້າສູ່ການເຊື່ອມໂຍງປະຊາຄົມເສດຖະກິດອາຊຽນໃນທ້າຍປີ 2015 ນີ້.

No comments:

Post a Comment