Ad

Ad

5 February 2015

ສາທາຫາລືສະກັດກັ້ນພະຍາດໄຂ້ຍຸງລາຍ



             ໃນວັນທີ 3 ກຸມພາຜ່ານນີ້, ທ່ານ ດຣ ບຸນຫລາຍ ພົມມະສັກ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ກະຊວງ ສາທາລະ ນະສຸກ, ໄດ້ເປັນປະທານກອງປະຊຸມປືກສາຫາລືກ່ຽວກັບການກະກຽມແຜນສະກັດກັ້ນ ແລະ ຄວບຄຸມພະ ຍາດໄຂ້ຍຸງລາຍໃນປີ 2015-2016 ​ເພື່ອຮັບປະກັນບໍ່​ໃຫ້ພະຍາດດັ່ງກ່າວເກີດສະພາບລະບາດ​ຮ້າຍແຮງ​ຄືປີ 2013 ຜ່ານ​ມາ,​ ເຊິ່ງ​ໄດ້​ເຮັດ​ໃຫ້​ມີ​ຜົນ​ເສຍ​ຫາຍ​ແກ່​ຊີວິດ ​ແລະ ຊັບ​ສິນ​ຂອງ​ປະຊາຊົນ, ໂດຍເອົາໃຈໃສ່​ຂອດການ​ປະສານ​ງານ​ກັບ​ພາກສ່ວນທີ່​ກ່ຽວຂ້ອງອື່ນໆ​​ເປັນຕົ້ນ: ກົມ​ປິ່ນປົວ, ສູນ​ໄຂ້ຍຸງ​ແມ່​ກາ​ຝາກ ​ແລະ ​ແມງ​ໄມ້, ສູນ​ວິ​ເຄາະ ​ແລະ ລະບາດ​ວິທະຍາ, ສູນ​ຂ່າວສານ​ການ​ແພດ​ສຸຂະ​ສຶກສາ, ພະ​ແນ​ກສາທາລະນະ​ສຸກ​ແຂວງ ​ແລະ ນະຄອນຫລວງ​ວຽງຈັນ ໃຫ້ພ້ອມກັນ​ຈັດຕັ້ງປະຕິບັດການ​ໂຄສະນາ​ເຜີຍ​ແຜ່​ໃຫ້​ປະຊາຊົນ​ໄດ​້​ເຂົ້າ​ໃຈ​ກ່ຽວກັບ​ຄວາມອັນຕະລາຍ​ຈາກ​ຍຸງ​ລາຍ ​ແລະ ​ມີສ່ວນ​ຮ່ວມ​ໃນ​ການ​ຕ້ານ​ພະຍາດ​ໄຂ້ຍຸງ​ລາຍ​ໃຫ້​ຖືກ​ວິທີ ໂດຍ​ການ​ປະຕິບັດ​ຕາມ 5 ປ ຄື: ປິດ, ປ່ຽນ, ປ່ອຍ, ປັບປຸງ ​ແລະ ປະ​ຕິ​ບັດຂອງ​ກະຊວງ​ສາທາລະນະ​ສຸກ​ວາງ​ອອກ. ແນໃສ່ຜັນຂະຫຍາຍ​ຄຳ​ສັ່ງ​ຂອງ​ທ່ານ​ນາຍົກລັດຖະມົນຕີວ່າ​ດ້ວຍ​ການ​ປ້ອງ​ກັນ ​ແລະ ສະກັດ​ກັ້ນການລະບາດ​ຂອງ​ພະຍາດ​ໄຂ້ຍຸງ​ລາຍ ​ແລະ ຄຳ​ສ່ັງ​ແນະນຳຂອງ​ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ສາທາລະນະ​ສຸກໃຫ້ປາກົດຜົນເປັນຈິງ.

No comments:

Post a Comment