Ad

Ad

5 February 2015

ທຳລາຍສວນຝິ່ນ 200 ເຮັກຕາ



              ເມື່ອບໍ່ດົນມານີ້, ອຳນາດການປົກຄອງ, ເຈົ້າໜ້າທີ່ກ່ຽວຂ້ອງພ້ອມດ້ວຍ ປະຊາຊົນຫລາຍຮ້ອຍຄົນຢູ່ເມືອງໃໝ່, ແຂວງ ຜົ້ງສາລີ, ໄດ້ພ້ອມກັນທຳລາຍສ່ວນ ຝີ່ນເນື້ອທີ່ 200 ເຮັກຕາຢູ່ເຂດບ້ານກິ່ວກະຈຳ, ພາຍຫລັງເຫັນວ່າສະພາບ ການປູກຝິ່ນໃນເຂດ ເຂດດັ່ງກ່າວມີທ່າອ່ຽງເພີ່ມຫລາຍຂຶ້ນ, ຂະນະທີ່ທ່ານເຈົ້າເມືອງ ໃໝ່  ແສງທອງ ແກ້ວນາລີ ກ່າວວ່າ: ການທຳລາຍສວນຝິ່ນຄັ້ງນີ້, ແມ່ນປະຕິບັດ ຕາມຄຳສັ່ງຂອງນາຍົກລັດຖະມົນຕີວ່າດ້ວຍການເພີ່ມທະວີຄວບຄຸມສະກັດກັ້ນການປູກຝິ່ນ, ກັນຊາ ແລະ ຢາເສບ ຕິດປະ ເພດອື່ນໆ, ເພື່ອເປັນການຍັບຢັ້ງບໍ່ໃຫ້ປະຊາຊົນມີການ ລັກລອບປູກຝີ່ນທີ່ເປັນສິ່ງຜິດຕໍ່ລະບຽບກົດໝາຍ ແລະ ພາຍຫລັງ ທຳລາຍແລ້ວ ກໍຈະລະດົມໃຫ້ປະຊາຊົນຫັນມາປູກເຂົ້າ, ສາລີ ແລະ ພືດອື່ນໆແທນ ທີ່ບໍ່ເປັນການຄັດຕໍ່ລະບຽບກົດໝາຍ ແລະ ພັກ-ລັດ ມີນະໂຍບາຍຊຸກຍູ້ສົ່ງເສີມຜະລິດເປັນສີນຄ້າເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນ.

No comments:

Post a Comment