Ad

Ad

5 February 2015

ປີຜ່ານມາຂະແໜງພະລັງງານ-ບໍ່ແຮ່ກວມ 12% ຂອງຈີດີພີ



            ທ່ານລັດຖະມົນຕີວ່າການກະຊວງພະລັງງານ ແລະ ບໍ່ແຮ່ ດຣ ສຸລິວົງ ດາລາວົງ ໃຫ້ຮູ້ວ່າ: ໃນສົກປີ 2013-2014 ມູນຄ່າ ການຜະລິດຂອງຂະ ແໜງພະ ລັງງານ ແລະ ບໍ່ແຮ່ປະຕິບັດໄດ້ 19 ພັນກວ່າຕື້ກີບ, ອັດຕາການຂະຫຍາຍຕົວທຽບ ໃສ່ສົກປີ 2012-2013 ຫລຸດລົງປະມານ 3%, ໃນນັ້ນໄຟຟ້າເພີ່ມຂຶ້ນ 10% ແລະ ບໍ່ແຮ່ຫລຸດລົງ 8% ສາມາດປະກອບສ່ວນເຂົ້າໃນລວມຍອດຜະລິດຕະພັນ ພາຍໃນ(GDP) ປະມານ 12%.
            ທ່ານລັດຖະມົນຕີກະຊວງດັ່ງກ່າວ ກ່າວວ່າ: ປັດຈຸບັນ, ທົ່ວປະເທດມີເຂື່ອນໄຟຟ້າທີ່ດຳເນີນການຜະລິດແລ້ວ 25 ແຫ່ງລວມມີກຳລັງການຕິດຕັ້ງ 3.294 ເມກາວັດ, ໃນນັ້ນເປັນຂອງລັດ 11 ເຂື່ອນມີກຳລັງການຕິດຕັ້ງ 404 ເມກາວັດໂດຍສະ ໜອງໃຫ້ພາຍໃນປະເທດເປັນສ່ວນໃຫຍ່ ແລະ ເປັນຂອງບໍລິສັດຮ່ວມທຶນ ຫລື ເອກກະຊົນ 16 ແຫ່ງມີກຳລັງການຕິດຕັ້ງ 2.889 ເມກາວັດ, ສ່ວນໂຄງການທີ່ພວມກໍ່ສ້າງ ແລະ ພວມສຳຫລວດອອກແບບໄດ້ເຊັນສັນຍາກັບລັດຖະບານມີ 78 ໂຄງການ, ມີກຳ ລັງການຕິດຕັ້ງປະມານ 18.260 ເມກາວັດ, ໃນນັ້ນກຳລັງກໍ່ສ້າງ 29 ໂຄງການມີກຳລັງການຕິດຕັ້ງ7.260 ເມກາວັດ ແລະ ກຳລັງ ສຳຫລວດອອກແບບ 49 ໂຄງການກຳລັງການຕິດຕັ້ງປະມານ11 ພັນເມກາວັດ.
ສ່ວນຂະແໜງບໍ່ແຮ່ແມ່ນຫລຸດລົງ 8% ຍ້ອນລາຄາ ແຮ່ທາດຂອງຕະຫລາດໂລກຕົກຕ່ຳ ໂດຍສະເພາະແຮ່ຄຳ, ໂປຕາດ, ທອງ ແລະ ອື່ນໆ. ປັດຈຸບັນມີ 69 ບໍລິສັດທີ່ໄດ້ຮັບອະນຸຍາດ ຂຸດຄົ້ນ, ປະກອບມີ 107 ກິດຈະການໃນເນື້ອທີ່ສຳປະທານທັງໝົດ 274 ພັນກວ່າເຮັກຕາ, ໃນນັ້ນດຳເນີນກິດຈະການແລ້ວມີ  50 ບໍລິສັດທີ່ດຳເນີນການຂຸດຄົ້ນຄຳ, ທອງ, ຖ່ານຫີນ, ກົ່ວ, ເກືອກາລີ, ຫີນກາວ ແລະ ອື່ນໆ, ພວມກໍ່ສ້າງໂຮງງານ ແລະ ກຽມຂຸດຄົ້ນມີ 19 ບໍລິສັດ ແລະ ສຳລັບການສົ່ງອອກ ແຮ່ທາດທັງໝົດມີມູນຄ່າ 1,57 ຕື້ໂດລາສະຫະລັດ. ສ່ວນແຜນການໃນສົກປີ 2014-2015 ນີ້, ແມ່ນຈະສູ້ຊົນໃຫ້ລວມ ຍອດມູນຄ່າການຜະລິດບັນລຸຫລາຍກວ່າ 21.253 ຕື້ກີບ, ຈັງຫວະການຂະຫຍາຍຕົວທຽບໃສ່ສົກປີ 2013-2014 ໃຫ້ເພີ່ມຂຶ້ນປະມານ 9% ແລະ ການພັດທະນາໃນຂະແໜງພະລັງງານ ແລະ ບໍ່ແຮ່ຕ້ອງຕິດພັນກັບ ວິໄສທັດທີ່ວ່າ: ພັດທະນາຊັບພະຍາກອນຂອງຊາດດ້ວຍຄວາມຮັບພິຊອບຕາມທິດຍືນຍົງ, ການສະໜອງ ແລະ ບໍລິການພະລັງງານ ທີ່ສົ່ງເສີມການພັດທະນາທົ່ວເຖິງພຽງພໍ ແລະ ສັງຄົມມີສ່ວນຮ່ວມ ແລະ ຂຸດຄົ້ນຊັບພະຍາກອນທຳມະຊາດຢ່າງມີການ ເລືອກເຟັ້ນ ແລະ ລະມັດລະວັງ.
    ຕົວເລກດັ່ງກ່າວໄດ້ມີການລາຍງານຢູ່ກອງປະຊຸມຂະແໜງພະລັງງານ ແລະ ບໍ່ແຮ່ປະຈຳສົກປີ 2013-2014 ໃນວັນທີ 4 ກຸມ ພານີ້, ຢູ່ສຳນັກງານໃຫຍ່ລັດວິສາຫະກິດໄຟຟ້າລາວ, ນະຄອນຫລວງວຽງຈັນ, ໂດຍການເປັນປະທານຂອງທ່ານ ສົມສະຫວາດ ເລັ່ງ ສະຫວັດ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳວຽກງານເສດຖະກິດການຜະລິດ ແລະ ຈໍລະຈອນ.

No comments:

Post a Comment